ສປປລາວ ສາມາດເຕີບໃຫຍ່

ສປປລາວ ເປັນ ປະເທດນ້ອຍ ແຕ່ມີ ສັກກະຍາພາບ ສູງ ໃນການເຕີບໂຕ.

ໂຄງການກໍ່ສ້າງ ສູນການຄ້າທີ່ທັນສມັຍ ໃນນະຄອນຫຼວງ ວຽງຈັນ laovoice

ການຢ້ຽມຢາມ ສປປລາວ ຂອງ ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ມາດາມ Hillary Clinton ເປັນສັນຍານ ໃນຄວາມສົນໃຈ ຂອງ ສະຫະຣັຖ ທີ່ມີຕໍ່ ປະເທດນ້ອຍໆ ເຊັ່ນ ສປປລາວ ແຕ່ມີ ປະສິດທິພາບສູງ ໃນການເຕີບໂຕ.

ເປັນປະເທດ ທີ່ເຕັມໄປດ້ວຍ ຊັພຍາກອນ ທັມມະຊາດ ແລະ ຄ່າຈ້າງແຮງງານ ຖືກ ສປປລາວ ຍັງເປັນຈຸດທີ່ຕັ້ງ ໃນໃຈກາງ ຂອງບັນດາ ປະເທດອາຊຽນ ແລະ ກໍເປັນປະເທດ ທີ່ມີອັຕຣາການ ເຕີບໃຫຍ່ ທາງເສຖກິດ ທີ່ສຸງທີ່ສຸດ ປະເທດນື່ງ ໃນໂລກນຳອີກ ປະມານ 7.9% ໃນປີ 2011. ສປປລາວມີຊັພຍາກອນ ທັມມະຊາດ ແລະ ຄວາມແຂງແກ່ນ ທາງ ດ້ານເສຖກິດ ເທົ່າທຽມກັບ ປະເທດພະມ້າ ແຕ່ມີພື້ນທີ່ ປະມານ ນື່ງສ່ວນສາມ ຂອງພະມ້າ ແລະ ມີປະຊາກອນ ປະມານ ນື່ງສ່ວນ 7 ຂອງພະມ້າ. ທັງສອງປະເທດ ດ້ອຍພັທນາ ສປປລາວ ແລະ ພະມ້າ ຈະໄດ້ຮັບສິດທິ ການຄ້າພິເສດ ກັບ ສະຫະພາບຢູໂຣບ ແລະ ສະຫະຣັຖ ອະເມຣິກາ.

ຖ້າທຽບກັບ ພະມ້າ ທີ່ຫາກໍເປີດ ປະເທດໃຫມ່ ຫລັງຈາກຖືກ ໃຫ້ຢູ່ໂດດດ່ຽວ ມາໄດ້ຫລາຍ ທົສວັດ ສປປລາວ ຈະໄດ້ປຽບ ຫລາຍກວ່າພະມ້າ ຍ້ອນການພັທນາ ໂຄງຮ່າງພື້ນຖານ ແລະ ຣະບົບກົດຫມາຍ ໃນລາວ ໄປໄກກວ່າ ພະມ້າ. ກົດຫມາຍ ກ່ຽວກັບການ ລົງທືນ ຈາກຕ່າງປະເທດ ຖືກບັງຄັບໃຊ້ ໃນລາວແຕ່ປີ 1994 ແລະ ໃນປີທີ່ຜ່ານມາ ສປປລາວ ກໍໄດ້ເປີດ ຕລາດຫຸ້ນ ເປັນເທື່ອທຳອິດ ທີ່ມີສອງ ບໍຣິສັດ ເລີ້ມຂາຍຫຸ້ນ ດັ່ງບໍຣິສັດ ໄຟຟ້າລາວ ແລະ ທະນາຄານ ການຄ້າລາວ.

ໃນອະນາຄົດ ອັນໃກ້ໆນີ້ ຈະມີອີກສອງ ບໍຣິສັດ ເຂົ້າມາຂາຍຫຸ້ນ ເຊັ່ນ ບໍຣິສັດ ໂທລະຄົມ ມະນາຄົມລາວ ແລະ ບໍຣິສັດ Indo China group. ນອກຈາກນັ້ນ ສປປລາວ ຍັງຈະເປັນ ຫມໍ້ໄຟ ສຳລັບເອເຊັຽ ໃນອະນາຄົດ. ທາງດ້ານການ ຄົມມະນາຄົມ ກໍຈະມີ ຣົຖໄຟຄວາມໄວສູງ ຈາກຈີນມາລາວ ໄປສູ່ຂົງເຂດ. ສປປລາວ ອາດຈະເປັນ ສູນກາງ ການເຊື່ອມໂຍງ ໃນຂົງເຂດ ກໍເປັນໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org