ລາວຢູ່ອັນດັບ 138 ດ້ານພັທນາ ຊັພຍາກອນມະນຸສ

ສປປລາວ ຢູ່ໃນ ອັນດັບ 138 ໃນ ຈຳນວນ 187 ປະເທສ ຂອງ ດັຊນີ ດ້ານກາຣ ພັທນາ ຊັພຍາກອນ ມະນຸສ

ໂຄງກາຣ ພັທນາ ອົງການ ສະຫະ ປະຊາຊາຕ
ໂຄງກາຣ ພັທນາ ອົງການ ສະຫະ ປະຊາຊາຕ (UNDP)

0:00 / 0:00

ກົດຟັງສຽງ

ທາງ ອົງກາຣ ພັທນາ ສະຫະ ປະຊາຊາຕ ຫລື UNDP ໄດ້ອອກ ຣາຍງານ ກ່ຽວກັບ ຜົລຂອງ ກາຣສຳຣວຈ ທາງດ້ານ ກາຣພັທນາ ຊັພຍາກອນມະນຸສ ໃນ 187 ປະເທສ ທົ່ວໂລກ ທີ່ນຳ ອອກ ເຜີຽແຜ່ ຫວ່າງ ມໍ່ໆ ມານີ້ນັ້ນ ແສດງ ໃຫ້ເຫັນວ່າ ສປປລາວ ຢູ່ໃນ ອັນດັບ 134. ອີງຕາມ ດັຊນີ ຂອງກາຣ ພັທນາ ຊັພຍາກອນ ມະນຸສ ຢູ່ໃນ ສປປລາວ ຕາມກາຣ ຣາຍງານ ໃນປີ 2010 ທີ່ຜ່ານມາ ນັ້ນ ໄດ້ຈັດ ສປປລາວ ເປັນ ປະເທສ ອັນດັບທີ່ 122 ໃນຈຳນວນ ປະເທສ ທີ່ຖືກ ດຳເນີນກາຣ ສຳຣວຈ ທັງໝົດ 169 ປະເທສ

ໃນຂະນະ ດຽວກັນ ທາງດັຊນີ ດ້ານ ກາຣພັທນາ ຊັພຍາກອນ ມະນຸສ ຂອງ ອົງກາຣ ສະຫະ ປະຊາຊາຕ ດັ່ງກ່າວ ກໍເປັນ ກາຣແສດງ ໃຫ້ເຫັນວ່າ : ໃນຣະຫວ່າງ ປີ 1990 ຫາ 2011 ນີ້ ນັ້ນ ທາງດ້ານ ຄຸນຄ່າ ຂອງ ກາຣພັທນາ ກໍມີ ກາຣເພີ່ມຂຶ້ນ ຈາກ 0.376 ມາເປັນ 0.524 ຊຶ່ງຖືວ່າ ເປັນກາຣ ເພີ່ມດີຂຶ້ນ ປະມານ 39% ຫລືເປັນ ອັຕຣາເສລັ່ຽ ທີ່ດີຂຶ້ນ ປະມານ 1.6% ໃນ ແຕ່ລະປີ.

ຢ່າງໃດ ກໍຕາມ ໃນຣາຍງານ ຂອງກາຣ ພັທນາ ຊັພຍາກອນ ມະນຸສ ດັ່ງກ່າວນີ້ ກໍມີ ກາຣກ່າວ ເຖິງກາຣ ມີຊີວີຕ ຢູ່ລອດ ຂອງ ເດັກນ້ອຍ ເກີດໃໝ່ ໃນຣະຫວ່າງ ປີ 1980 ຫາ ປີ 2011 ນີ້ນັ້ນ ກໍໄດ້ ເພີ່ມຂຶ້ນ ເຖິງ 18.7 ເທົ່າ ໄປ ຕາມໆ ກັນ.