ຣັຖບານລາວ ເອົາໄມ້ໃຊ້ໜີ້

ສປປ ລາວ ໃຊ້ໜີ້ ວຽດນາມ ດ້ວຍການ ອະນຸຍາດ ໃຫ້ ບໍຣິສັດ ຂອງກອງທັບ ວຽດນາມ ຕັດໄມ້ ໃນລາວ.

ສ່ວນນື່ງຂອງໄມ້ ທີ່ຖືກຕັດ ຢູ່ແຂວງ ອັຕຕະປື ທີ່ອົງການ ກວດກາ ສີ່ງແວດລ້ອມ ສາກົນ ໄດ້ຖ່າຍ ວີດີໂອ ເອົາໄວ້ ເພື່ອປະກອບ ໃນຣາຍງານ ປະຈໍາປີ (screen grabbed from EIA video) EIA

ບໍຣິສັດ ວຽດນາມ ເຂົ້າໄປຕັດໄມ້ ໃນແຂວງ ອັດຕະປື ແລະ ແຂວງເຊກອງ ບອກວ່າ ໄດ້ຮັບ ອະນຸຍາດ ຈາກຣັຖບານລາວ ແລ້ວ ເພື່ອເປັນການ ໃຊ້ໜີ້ຄືນໃຫ້ ແກ່ວຽດນາມ. ເຈົ້າຫນ້າທີ່ລາວ ທ່ານນື່ງ ເວົ້າວ່າ:

"ຕັດໄມ້ ນີ້ແມ່ນ ໃຊ້ຫນີ້ ໃນການສ້າງທາງ ພວກເຮົາບໍ່ ມີເງີນໃຊ້ຫນີ້ ຈື່ງໃຫ້ ບໍຣິສັດ ວຽດນາມ ຕັດໄມ້ ເພື່ອຢາກໃຫ້ ບ້ານເມືອງຈະເຣີນ".

ບໍຣິສັດ ຂອງ ກອງທັບວຽດນາມ ໄດ້ຕັດໄມ້ ຈາກຫລາຍພື້ນທີ່ ຢູ່ແຂວງ ສາຣະວັນ ແຂວງເຊກອງ ແລະ ອັດຕະປື ໃຫ້ເຫດຜົລວ່າ ເປັນການໃຊ້ຫນີ້ ຄືນໃຫ້ ວຽດນາມ ຈາກ ຣັຖບານລາວ ເພາະວ່າ ຣັຖບານລາວ ບໍ່ມີເງີນຈ່າຍ ຈື່ງເອົາໄມ້ ໃຊ້ແທນ ໄມ້ທີ່ຕັດຢູ່ ແຂວງເຊກອງ ນັ້ນແມ່ນໄມ້ ຈາກປ່າສງວນ ດົງອຳພັນ ຫນ້າອ່າງ ເກັບນ້ຳ ເຂື່ອນ ເຊຂະຫມານ ນື່ງ.

ໃນລະຍະ ສີ່-ຫ້າ ປີຜ່ານມາ ເທົ່າເຖິງ ປັດຈຸບັນ ບໍຣິສັດ ຂອງກອງທັບ ວຽດນາມ ແລະ ບໍຣິສັດ ຂອງລາວເອງ ທີ່ມີສາຍພົວພັນ ກັບຂັ້ນສູງ ຂອງລາວ ໄດ້ພາກັນ ຕັດໄມ້ ໃນລາວ ມາຕລອດ ເຖິງແມ່ນວ່າ ທາງການລາວ ຈະມີກົດຫມາຍ ຫ້າມສົ່ງໄມ້ທ່ອນ ອອກໄປຂາຍ ຕ່າງປະເທດ ກໍຕາມ ແຕ່ກໍຍັງມີ ການລ່ວງລະເມີດ ກັນຢູ່ ຊື່ງໃຊ້ເຫດຜົລ ທີ່ວ່າໄດ້ຮັບ ອະນຸຍາດ ຈາກ ຣັຖບານລາວ.

ໄມ້ຂະຍູງ ເປັນໄມ້ ທີ່ຫາຍາກ ແລະ ເປັນໄມ້ສງວນ ໃນປັດຈຸບັນ ໄດ້ຖືກຕັດໄປ ເກືອບຫມົດແລ້ວ ໃນຫລາຍໆແຂວງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org