ທາງການສຳປະທານດິນ ແບບບໍ່ແນ່ໃຈ
ທາງການ ສປປລາວ ບໍ່ແນ່ໃຈວ່າ ພາກສ່ວນໃດ ຂອງປະເທດ ເຫມາະສົມ ກັບການປູກ ຢາພາລາ ແຕ່ໃຫ້ ສຳປະທານ ທີ່ດິນ ໃນການປູກ.
-
ສິດນີ
2012-08-03 -
-
-
Your browser doesn’t support HTML5 audio
ສປປລາວ ໄດ້ອະນຸມັດ ພື້ນທີ່ປູກ ຢາງພາລາ ເປັນຈຳນວນ ຫລວງຫລາຍ ໃນທົ່ວ ປະເທດ ເທົ່າເຖີງ ປັດຈຸບັນ ຣັຖບານລາວ ຍັງບໍ່ຮູ້ວ່າ ຕົນໄດ້ ອະນຸມັດ ພື້ນທີ່ ການປູກ ຢາງພາລາ ຫລາຍປານໃດ ແລະ ໃນພາກໃດ ຂອງລາວ ເຫມາະສົມກັບ ການປູກຢາງພາລາ ມີຈັກ ບໍຣິສັດ ທີ່ດຳເນີນການ ປູກແທ້ ແລະ ບໍ່ປູກແທ້ ຫລື ປະດີນເປົ່າວ່າງ ຫລັງຈາກ ຕັດຕົ້ນໄມ້ ອອກໄປຂາຍ ດັ່ງເຈົ້າຫນ້າທີ່ ກະຊວງ ຊັພຍາກອນ ທັມມະຊາ ແລະ ສີ່ງແວດລ້ອມ ທ່ານນື່ງເວົ້າວ່າ:
"ຕົວນີ້ແທ້ ພວກເຮົາຍັງ ບໍ່ທັນ ໄດ້ສຶກສາ ລະອຽດເທື່ອ ແຕ່ວ່າ ກໍໄດ້ ສຶກສາ ຈຳນວນນື່ງ ວ່າບັນຫາ ຂອງມັນນີ້ ອັນທີນື່ງ ກໍຫມາຍຄວາມວ່າ ພວກເຮົາ ກໍຍັງ ບໍ່ທັນ ຮູ້ວ່າ ແຕ່ເຫນືອຮອດໃຕ້ ຂອງປະເທດລາວ ເຮົາບໍ່ຮູ້ວ່າ ຢາງພາລານີ້ ເຫມາະສົມພາກໃດ ຕົວເປັນ ບັນຫາສຳຄັນ."
ນາງກ່າວຕໍ່ ໄປວ່າ ບັນຫາ ດ່ັງກ່າວ ແມ່ນມາຈາກ ຄວາມບໍ່ ເອົາໃຈໃສ່ ຂອງເຈົ້າຫນ້າທີ່ຣັຖ ໃນການເກັບກຳ ຂໍ້ມູນ ທີ່ຜ່ານມາ ທາງການລາວ ບໍ່ມີ ນັກວິຊາການ ໄປຄົ້ນຄົ້ວ ກ່ຽວກັບ ການປູກ ຢາງພາລາ ຈື່ງໃຫ້ ສຳປະທານ ການປູກ ຢາງພາລາ ແບບຊະຊາຍ ບັນຫາທີ່ ຈະຕາມມາ ກໍແມ່ນວ່າ ບາງພື້ນທີ່ ບໍ່ເຫມາະສົມ ໃນການປູກ ຢາງພາລາ ເມື່ອເວລາ ຍາມຂີດຢາງ ຜົລທີ່ໄດ້ຮັບ ກໍຫນ້ອຍ ແລະ ບໍ່ກຸ້ມຄ່າ ໃນການລົງທືນ ນາງກ່າວເພີ້ມ ອີກວ່າ:
"ເທົ່າທີ່ເຫັນ ເປັນໂຕເລກ ຢູ່ພາກເຫນືອ ກໍມີ ກາກາງກໍມີ ແລະ ພາກໃຕ້ກໍມີ ກໍເລີຍຖືວ່າ ມັນຊະຊາຍໂພດ ເລີຍວ່າ ຕ້ອງໄດ້ເກັບ ກຳຂໍ້ມູນນີ້ ຄືນໃຫມ່ເບ່ີ່ງ ເພື່ອໃຫ້ຣະອຽດ ເພື່ອເຮົາ ຈະຣະບຸ ໄດ້ວ່າ ຖ້າຈະປູກ ຢາງພາລາ ຕ້ອງໄປພາກນີ້ ມັນຈະເຫມາະສົມ ພວກເຮົາ ຈະສຳຣວດເບີ່ງ ກໍຕ້ອງທຳ ການສຳຣວດ ໂຕນີ້ ຢ່າງລະອຽດ."
ນາງວ່າ ໃນປັດຈຸບັນ ທາງການລາວ ກໍພຍາຍາມຢຸດ ການໃຫ້ປູກ ຢາງພາລາ ໃນທົ່ວປະເທດ ແຕ່ກໍຍັງມີ ບາງພື້ນທີ່ ທີ່ຜູ້ລົງທືນ ຂໍສຳປະທານ ມາກ່ອນແລ້ວ ກໍໄດ້ອະນຸມັດໃຫ້. ບາງພື້ນທີ່ ທີ່ໃຫ້ປະທານ ໄປແລ້ວ ກໍບໍ່ມີການປູກ ຢາງເລີຍ.