ທາງການລາວ ບໍ່ປົກປ້ອງຊ້າງ
ເຈົ້າຫນ້າທີ່ Ngo ຖແລງວ່າ ທາງການລາວ ບໍ່ເອົາໃຈໃສ່ ໃນການ ຄຸ້ມຄອງຊ້າງ.
-
ສິດນີ
2012-10-24 -
-
-
Your browser doesn’t support HTML5 audio
ຫລັງຈາກມີຂ່າວ ທີ່ຣັຖບານລາວ ໄດ້ຂາຍຊ້າງ 8 ໂຕ ໃຫ້ແກ່ຍີ່ປຸ່ນ ທີ່ເຮັດໃຫ້ ອົງການກອງທຶນ ປົກປ້ອງສັດປ່າ ສາກົນ ແລະ ຊາວບ້ານ ທີ່ແຂວງ ໄຊຍະບູຣີ ຫລາຍຄົນ ທັກທ້ວງ ແຕ່ບໍ່ໄດ້ຜົລ. ເທື່ອຫລ້າສຸດ ກໍແມ່ນ ເຈົ້າຫນ້າທີ່ ອົງການຄຸ້ມຄອງ ສັດປ່າສາກົນ ທີ່ບໍ່ຂື້ນກັບ ຣັຖບານ ໄດ້ສະແດງຄວາມຄິດເຫັນວ່າ ເຈົ້າຫນ້າທີ່ລາວ ໃນອະດີດບໍ່ເຄີຍ ໃຫ້ການຄຸ້ມຄອງ ຊ້າງ ແຕ່ຢ່າງໃດ ປ່ອຍໃຫ້ມີການ ລ່າຊ້າງ ແລະຂາຍຊ້າງ ອອກນອກປະເທດ ມາຕຣອດ. ທ່ານກ່າວວ່າ:
"ແມ່ນແລ້ວ ບໍ່ເອົາໃຈໃສ່ເລື້ອງ ການອະນຸລັກຊ້າງ ເພາະວ່າ ບັນຫາ ຣະຫວ່າງຊ້າງ ໃນແຕ່ລະປີ ກໍມີບັນຫາຕຣອດ ກໍມີການລ່າຍິງຊ້າງ ແລ້ວກໍມີເອົາຊ້າງ ອອກໄປຂາຍ ຕ່າງປະເທດ".
ທ່ານກ່າວຕໍ່ໄປວ່າ ນອກຈາກການຂາຍຊ້າງ ອອກຕ່າງປະເທດ ແລ້ວ ບັນຫາໃຫຍ່ ໃນປັດຈຸບັນ ທີ່ເຮັດໃຫ້ຈຳນວນຊ້າງ ໃນລາວ ຫລຸດລົງນັ້ນ ກໍແມ່ນວ່າ ກຸ່ມພໍ່ຄ້າຊ້າງ ໄດ້ຈ້າງຊາວບ້ານ ໄປຍິງຊ້າງ ແລ້ວເອົາຊິ້ນສ່ວນ ມາຂາຍໃຫ້ຕົນ ບັນຫາດັ່ງກ່າວມານີ້ ມີມາແຕ່ດົນແລ້່ວ ແຕ່ທາງການ ບໍ່ເອົາຫົວຊາ ໃນການປາບປາມ ແລະ ຈັບກຸມກຸ່ມດັ່ງກ່າວ ຈື່ງເຮັດໃຫ້ເປັນ ບັນຫາ ຊຳເຮື້ອ ມາຮອດທຸກວັນນີ້ ເຈົ້າຫນ້າທີ່ ອີກທ່ານນື່ງເວົ້າວ່າ:
"ປົກກະຕິແລ້ວ ກໍບໍ່ໄດ້ຍີນດອກວ່າ ລ່າຊ້າງ ກໍມີຈຳນວນນື່ງ ທີ່ວ່າຂາຍໄປ ໂດຍທີ່ວ່າ ບໍ່ເປັນທາງການ ແຕ່ວ່າພວກເຮົາ ກໍພຍາຍາມສກັດກັ້ນ 2-3 ປີ ຜ່ານມານີ້ກໍຄິດວ່າ ສງົບລົງແລ້ວ".
ທ່ານກ່າວເພີ້ມວ່າ ທາງການລາວ ກໍພຍາຍາມເອົາໃຈໃສ່ ກ່ຽວກັບວຽກງານ ການຄຸ້ມຄອງຊ້າງ ຢູ່ເລື້ອຍໆ ແລະ ໃນປັດຈຸບັນ ກໍຢູ່ໃນຂັ້ນຕອນ ການຮ່າງກົດຫມາຍ ການຄຸ້ມຄອງຊ້າງ ແຕ່ຍັງບໍ່ຮູ້ວ່າ ກົດຫມາຍ ຈະຜ່ານສະພາ ອອກມາໃຊ້ໄດ້ ເມື່ອໃດ.