ຣັຖບານມີເປົ້າໝາຍໃຫ້ "ຄົນລາວ" ພົ້ນທຸກ

ສປປລາວ ພຍາຍາມ ແກ້ໄຂ ບັນຫາ ຄວາມທຸກຍາກ ໃຫ້ໄດ້ ຕາມເປົ້າໝາຍ ທີ່ວາງໄວ້.

ຊີວິດ ຂອງ ຊາວລາວ ໃນ ພາກໃຕ້ ມີອາຊີພ ຫາປາ ບໍ່ມີ ບ່ອນຫາປາ ແມ່ນບໍ່ມີ ອາຊີພ ເມື່ອໃດ ຈະພົ້ນທຸກ RFA/Viengsay

ເຈົ້າຫນ້າທີ່ ລາວ ຜູ້ບໍ່ປະສົງ ອອກຊື່ ທ່ານນື່ງ ເວົ້າວ່າ ເມື່ອບໍ່ດົນ ຜ່ານມາ ນາຍົກ ຣັຖມົນຕຣີ ລາວ ໄດ້ຕົກລົງ ຮອງຮັບເອົາ ຜົລການກວດກາ ແລະ ຕີຣາຄາ ຄວາມທຸກຍາກ ແລະ ການພັທນາ ປະຈຳປີ 2012 ຊື່ງ ມີທັງຫມົດ 145 ຫົວເມືອງ ໃນ ສປປ ລາວ. ໃນ ທົ່ວປະເທດ ມີຫົວເມືອງ ທີ່ທຸກຍາກ 46 ຫົວເມືອງ ແລະ ຍັງບໍ່ມີ ຫົວເມືອງໃດ ຈະສາມາດ ປະກາດເປັນ ເມືອງພັທນາ ໄດ້ເທື່ອ. ໃນບັນຊີ ມີບ້ານທັງຫມົດ ໃນທົ່ວປະເທດ 8,615 ບ້ານ ໃນນັ້ນ ມີບ້ານ ພັທນາ 1,634 ບ້ານ ຫລືປະມານ 18% ມີບ້ານທຸກຍາກ 2,608 ບ້ານ ຫລືປະມານ 30%. ໃນທົ່ວປະເທດ ມີຫລາຍກວ່າ ນຶ່ງລ້ານ ຄອບຄົວ ໃນນັ້ນ ມີຄອບຄົວ ພັທນາແລ້ວ ກວ່າ 6 ແສນ ຄອບຄົວ ຫລື ປະມານ 57% ແລະ ຄອບຄົວ ທີ່ທຸກຍາກ ມີິຢູ່ 140 ພັນ ຄອບຄົວ ຫລື ປະມານ 13%.

ພ້ອມດຽວກັນນີ້ ນາຍົກ ຣັຖມົນຕຣີລາວ ຍັງໄດ້ຊີ້ນຳ ກຳຊັບໃຫ້ ທຸກພາກສ່ວນ ເລັ່ງລັດພັທນາ ໃຫ້ຫລາຍຂື້ນ ເພື່ອຍົກຣະດັບ ການເປັນຢູ່ ຂອງ ປະຊາຊົນ ໃນເຂດທ້ອງຖີ່ນ ເຂດບ້ານ ເມືອງ ແລະແຂວງ ໃຫ້ດີຂື້ນ ເພື່ອລົບລ້າງ ບັນຫາ ຄວາມທຸກຍາກ ໃນລາວ ໃຫ້ໄດ້ຕາມ ກຳນົດ ເປົ້າຫມາຍ ທີ່ໄດ້ວາງໄວ້.

ເຖິງຢ່າງໃດກໍດີ ເຈົ້າຫນ້າທີ່ລາວ ທ່ານນີ້ ທີ່ບໍ່ປະສົງ ອອກຊື່ ໄດ້ໃຫ້ທັສນະ ຕໍ່ຄວາມ ພຍາຍາມ ຂອງ ຣັຖບານ ທີ່ຈະແກ້ໄຂ ຄວາມທຸກຍາກ ໃນ ສປປ ລາວ ວ່າ ຄົງເປັນໄປ ໄດ້ຍາກ ເພາະເທົ່າທີ່ ຜ່ານມາ ປະຊາຊົນລາວ ໂດຍສະເພາະ ພວກທີ່ຢູ່ເຂດ ຊົນນະບົດ ຫ່າງໄກສອກຫລີກ ກໍນັບມື້ ນັບທຸກຍາກ ກວ່າແຕ່ກ່ອນ ການຊ່ອຍເຫລືອ ຈາກທາງການ ເກືອບບໍ່ມີຫຍັງ ຕົກໄປເຖິງ ພວກຂະເຈົ້າເລີຍ ສ່ວນ ປະຊາຊົນ ຜູ້ທີ່ອາສັຍ ຢູ່ຕາມ ຫົວເມືອງໃຫຍ່ໆ ຕ່າງກໍຮັ່ງມີ ຂື້ນໄປ ເລື້ອຍໆ.

ສຳລັບ ການຣາຍງານ ຕ່າງໆຈາກ ທ້ອງຖິ່ນທີ່ວ່າ ສາມາດຊ່ອຍເຫລືອ ແກ້ໄຂບັນຫາ ຄວາມທຸກຍາກ ຂອງ ປະຊາຊົນ ໄດ້ນັ້ນ ເປັນພຽງຣາຍງານ ດອກໄມ້ ເພື່ອເອົາ ໂຕລອດ ເທົ່ານັ້ນ. ສະພາບ ຄວາມເປັນຈີງ ແລ້ວ ປະຊາຊົນ ຍັງທຸກ ຢູ່ຄືເກົ່າ ຫລື ຫລາຍກວ່າເກົ່າ ເພາະການ ໃຫ້ສຳປະທານ ພື້ນທີ່ ຂອງຣັຖບານ ໃຫ້ນັກລົງທຶນ ຊາວຕ່າງຊາດ ໃນໂຄງການ ເສຖກິດ ຕ່າງໆນັ້ນ ປະຊາຊົນ ບໍ່ໄດ້ຮັບ ຜົລປະໂຫຍດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org