ຄົນງານລາວຖືກ ນາຍຈ້າງຂົ່ມເຫັງ
ຄົນງານລາວ ກັບ ນາຍຈ້າງ ຊາວຈີນ ເຈົ້າຂອງ ສວນຢາງພາລາ ເກີດຂັດແຍ່ງກັນ ເຣື່ອງເຮັດວຽກ ເກີນຂອບເຂດ.
-
ສິດນີ
2012-06-15 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ແຮງງານ ແລະ ສວັດດີການ ສັງຄົມ ທີ່ແຂວງ ຫລວງນ້ຳທາ ແຈ້ງວ່າ ຄົນງານລາວ ເຮັດວຽກ ໃນສວນ ຢາງພາລາ ທີ່ເຈົ້າຂອງ ເປັນຄົນຈີນ ແຫ່ງນື່ງ ເກີດຂັດແຍ່ງ ກັບນາຍຈ້າງ ຍ້ອນຖືກໃຊ້ວຽກ ຫລາຍເກີນໄປ ຄົນງານລາວ ຫລາຍຄົນ ບໍ່ພໍໃຈ ຈື່ງພາກັນ ຍ່າງອອກຈາກວຽກ ເມື່ອເປັນແນວນັ້ນ ນາຍຈ້າງ ກໍບໍ່ຍອມ ຈ່າຍຄ່າແຮງໃຫ້ ໂດຍອ້າງວ່າ ພວກຂະເຈົ້າ ຢຸດເຮັດວຽກ ກາງເດືອນ ຈື່ງມີການ ຖົກຖຽງກັນ ເກີດຂື້ນ. ເຈົ້າໜ້າທີ່ ເວົ້າວ່າ:
"ຈີນເປັນ ນັກວິຊາການ ກຸ້ມຄ່າ ແລ້ວ ຄົນລາວເຮົາ ເປັນຜູ້ອອກ ແຮງງານ ຈີນເຂົາສັ່ງ ເຮັດວຽກຫນັກ ແລະ ຄົນລາວເຮົາ ບໍ່ພໍໃຈ ຄົນຈີນເຂົາ ສັ່ງງານຫລາຍ ເຂົາກໍເກີດ ຄວາມ ບໍ່ພໍໃຈ ແລ້ວກໍຢາກໄປ ເຮັດບ່ອນໃຫມ່ ຢາກໄດ້ເງີນ ແລ້ວເຂົາ ກໍບໍ່ຈ່າຍເງີນໃຫ້".
ທ່ານເວົ້າ ຕໍ່ໄປວ່າ ສາເຫດທີ່ ນາຍຈ້າງຄົນຈີນ ບໍ່ຈ່າຍເງິນ ໃຫ້ຄົນງານລາວ ໃນສ່ວນເວລາ ທີ່ຂະເຈົ້າ ເຮັດວຽກນັ້ນ ອາຈເປັນຍ້ອນວ່າ ບໍ່ມີສັນຍາ ວ່າຈ້າງກັນ ມີພຽງແຕ່ ຄໍາເວົ້າ ປາກເປົ່າ ເມື່ອຄົນງານ ບໍ່ເຮັດວຽກ ຄົບເດືອນ ຫລື ຍ່າງອອກວຽກ ຍາມບໍ່ພໍໃຈ ນາຍຈ້າງກໍເລີຍ ຖືເປັນຂໍ້ອ້າງ ບໍ່ຍອມຈ່າຍ ເງີນໃຫ້. ຫາກເຮັດຕາມ ກົດຣະບຽບ ແລ້ວ ເຖິງແມ່ນວ່າ ຄົນງານລາວ ບໍ່ໄດ້ເຮັດວຽກ ຄົບເດືອນ ນາຍຈ້າງ ກໍຄວນຈ່າຍເງີນ ຄ່າແຮງ ໃນລະຍະ ທີ່ຂະເຈົ້າ ໄດ້ເຮັດວຽກມາ.
ທ້າຍສຸດ ຫ້ອງການແຮງງານ ປະຈຳແຂວງ ຫລວງນ້ຳທາ ກໍເຂົ້າໄປ ແກ້ໄຂບັນຫາ ແລະ ທັງສອງຝ່າຍ ກໍຕົກລົງ ກັນໄດ້ ນາຍຈ້າງຈີນ ກໍໄດ້ຈ່າຍເງີນ ໃຫ້ຄົນງານລາວ ດ້ວຍຄວາມ ພໍໃຈ.