ນາຍົກລາວວ່າຢາກເຫັນ ບັນຫາອາຊຽນແກ້ໄຂ

ນາຍົກ ຣັຖມົນຕຣີ ສປປລາວ ກ່າວຕໍ່ ເວທີ ເສຖກິດໂລກ ທີ່ບາງກອກ ວ່າຢາກເຫັນ ຄວາມແຕກໂຕນ ໃນບັນດາ ປະເທດ ອາຊຽນ ຖືກແກ້ໄຂ.

ນາຍົກ ຣັຖມົນຕຣີ ສປປລາວ ທ່ານທອງສີງ ທັມມະວົງ ກໍາລັງກ່າວ ໃນກອງປະຊຸມ ເວທີ ເສຖກິຈໂລກ ທີ່ບາງກອກ ປະເທດໄທ. 31 ພຶສພາ 2012 world-economic-forum-web

ໃນກອງປະຊຸມ ເວທີ ເສຖກິດໂລກ ກ່ຽວກັບ ເອເຊັຽ ຕາເວັນອອກ ຄັ້ງທີ 21 ເປີດຂື້ນຢ່າງເປັນ ທາງການ ໃນວັນພຣະຫັດ ຕອນບ່າຍ ທີ່ບາງກອກ ປະເທດໄທ ໃນ ຈຸດປະສົງ ເພື່ອ ການເຊື່ອມໂຍງ ໃນຂົງເຂດ ແລະ ເພື່ອຫລີກລ້ຽງ ຄວາມສ່ຽງ ແລະ ການທ້າທາຍ ທີ່ໃນຂົງເຂດ ອາຈປະເຊີນ.

ພາຍໃຕ້ຄຳຂວັນ ທີ່ວ່າ “ການກຳນົດ ອະນາຄົດ ຂອງພູມີພາກ ຜ່ານການເຊື່ອມຕໍ່” ເວທີ ການປະຊຸມ ໃນປີນີ້ ມີຜູ້ເຂົ້າຮ່ວມເຖິງ 630 ຄົນ ຫລາຍກວ່າ ທີ່ຄາດໃວ້ 200 ຄົນ ຈາກ 50 ປະເທດມາຮ່ວມ ໃຫ້ຄວາມຄິດເຫັນ ກ່ຽວກັບ ຄວາມຮ່ວມມື ໃນຂົງເຂດ.

ຜູ້ນຳຈາກ 4 ປະເທດ ທີ່ເຂົ້າຮ່ວມປະຊຸມ ກໍ່ມີ ນາຍົກ ຣັຖມົນຕຣີໄທ ນາຍົກ ຣັຖມົນຕຣີ ວຽດນາມ ປະທານາທິບໍດີ ອິນໂດເນເຊັຽ ທ່ານ ຊູຊີໂລ ບຳບັງ ຢຸດໂທຢາໂນ ແລະ ນາຍົກ ຣັຖມົນຕຣີລາວ ທ່ານ ທອງສີງ ທັມມະວົງ ແລະ ທ່ານທອງສີງ ໄດ້ກ່າວ ໃນທີ່ປະຊຸມ ໃນຕອນນື່ງວ່າ:

"ຄວາມຝັນ ຂອງ ຂ້າພະເຈົ້າ ຄິດວ່າ ອະນາຄົດ ຈະເຮັດແນວໃດ ກໍເຮັດ ຢາກໃຫ້ອາຊຽນ ລົບລ້າງ ຣະດັບ ຄວາມແຕກໂຕນ ຣະຫວ່າງດ້ານຕ່າງໆ ຫມາຍຄວາມວ່າ ອາຊຽນ ເປັນອັນນື່ງ ອັນດຽວ ກັນ ສເມີພາບ ແລະ ມີຄວາມສາມະຄີ ປອງດອງກັນ ຂອບໃຈ".

ນອກຈາກ ຜູ້ນຳຈາກ 4 ປະເທດ ແລ້ວ ກໍຍັງມ່ີ ຕົວແທນ ການຄ້າກວ່າ 450 ບໍຣິສັດ ຮ່ວມດ້ວຍ ນັກວິຊາການ ແລະ ຕົວແທນ ຈາກອົງການ ນານາຊາດ ຫລາຍອົງການ ເຂົ້າຮ່ວມ. ນີ້ເປັນຄັ້ງ ທຳອິດ ທີ່ປະເທດໄທ ເປັນເຈົ້າພາບ ໃນເວທີ ເສຖກິຈໂລກ ປະເທດໄທ ຕ້ອງການ ເປັນຈຸດເຊື່ອມຕໍ່ ໃນຂົງເຂດ ຫລັງຈາກ ປະຊາຄົມ ອາຊຽນ ຖືກຕັ້ງຂື້ນ ຢ່າງເປັນທາງການ ໃນ ປີ 2015.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org