ກາຣອອກໃບຕຣາດິນ ໃນລາວ

ກາຣເຮັດ ໃບຕຣາດິນ ຕາມຕົວເມືອງ ຕ່າງໆ ໃນ ທົ່ວປະເທສ ຍັງປະສົບ ກັບບັນຫາ ກາຣຂາດແຄນ ນັກວິຊາກາຣ ແລະ ອຸປກອນ ຕ່າງໆ.

0:00 / 0:00

ກາຣເຮັດ ໃບຕຣາດິນ ຊຶ່ງເປັນໂຄງກາຣ ທີ່ສຳຄັນ ອັນໜຶ່ງ ຂອງຣັຖບາລ ເພື່ອ ປະຊາຊົນ ຈະມີຫລັກຖານ ໃນກາຣເປັນ ເຈົ້າຂອງທີ່ດິນ ຢ່າງຖືກຕ້ອງ ຕາມກົດໝາຍ ແຕ່ກໍບໍ່ ສາມາຕ ປະຕິບັຕ ໄດ້ເທົ່າທີ່ຄວນ ເທື່ອເທົ່າ ປັຈຈຸບັນນີ້ ຍ້ອນບັນຫາ ດ້ານກາຣ ວັດແທກ ທີ່ບໍ່ມີ ນັກວິຊາກາຣ ລາວຫລາຍ ພຽງພໍ ກັບໜ້າວຽກ ດັ່ງເຈົ້າໜ້າທີ່ ຫ້ອງກາຣ ທີ່ດິນ ປະຈຳແຂວງ ໄຊຍະບູຣີ ກ່າວວ່າ:

"ບາງເມືອງ ກໍເຮັດໄດ້ (ແລະ) ບາງເມືອງ ກໍບໍ່ເຮັດໄດ້ນັ້ນ ມາຮອດ ປັຈຈຸບັນນີ້ ເທຄນິຄ ກາຣວັດແທກ ຖືວ່າມັນ ກໍຈະບໍ່ເຮັດ ແລ້ວງ່າຍໆ ກ່ຽວກັບ ວຽກຕົວນີ້ ໄດ້ປຶກສາ ຫາຣື ເຮັດວິຊາກາຣ ແຕ່ລະເມືອງ ກໍຈະຖືວ່າຍັງ ບໍ່ທັນເກັ່ງ ກໍຕ້ອງໄດ້ ອາສັຍແຂວງ ເປັນຜູ້ເຮັດ".

ພ້ອມດຽວກັນນີ້ ທ່ານກໍວ່າ ໂຄງກາຣເຮັດ ໃບຕຣາດິນ ດັ່ງກ່າວ ທາງ ຣັຖບາລລາວ ໄດ້ຮັບ ຄວາມຊ່ວຍເຫລືອ ຈາກອົງກາຣ GTZ ໃນຫລາຍໆດ້ານ ເຊັ່ນ: ອຸປກອນ ແລະ ເທຄໂນໂລຈີ ຕລອດຮອດ ວິຊາກາຣຕ່າງໆ ນຳດ້ວຍ ຍ້ອນທາງກາຣລາວ ຍັງຂາດເຂີນ ນັກວິຊາກາຣ ໃນດ້ານນີ້.

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ກາຣເຮັດວຽກງານ ເພື່ອເຮັດ ໃບຕຣາດິນ ນັ້ນ ນອກຈາກ ເຈົ້າໜ້າທີ່ ຫລື ພນັກງານ ທີ່ມີຄວາມສາມາຕ ແລະ ມີປະສົບກາຣ ແລ້ວນັ້ນ ຍັງຕ້ອງ ໄດ້ອາສັຍເຄື່ອງມື ທີ່ທັນສມັຍ ນຳດ້ວຍ ໂດຽສະເພາະ ໃນດ້ານກາຣໃຊ້ ພາບຖ່າຍ ທາງດາວທຽມ ເພື່ອຄວາມລະອຽດ ແລະ ສາມາຕ ຈັດສັນພື້ນທີ່ ໃຫ້ຖືກຕ້ອງ ເປັນທັມ ແລະ ໂປ່ງໃສທີ່ສຸດ.