ໂຄງການເດີ່ນຍົນໜອງຄ້າງ ຍັງຄ້າງຄາ

ທາງຫ້ອງການ ເມືອງຊໍາເໜືອ ພຍາຍາມ ກ້ຽວກ່ອມ ໃຫ້ຊາວບ້ານ ຍ້າຍອອກຈາກ ພື້ນທີ່ ໂຄງການ ເດີ່ນບິນ ໜອງຄ້າງ ແຂວງຫົວພັນ ຈະສ້າງໃສ່ ນັ້ນຍັງ ບໍ່ໄດ້ຜົນ ທັງໝົດເທື່ອ ແຕ່ກໍມີຫລາຍ ຄອບຄົວພໍໃຈ ທີ່ຕ້ອງຖືກ ໂຍກຍ້າຍ.

ທຽວທັດ ເມືອງຫົວພັນ ແຂວງຊໍາເໜືອ Panoramio

ຍັງມີຄອບຄົວ ຈໍານວນນຶ່ງ ທີ່ບໍ່ຢາກຍ້າຍ ອອກໄປ ຈາກບ້ານເດີມ ຂອງພວກຕົນ ດັ່ງເຈົ້າໜ້າທີ່ ຢູ່ເມືອງ ຊໍາເໜືອ ເວົ້າວ່າ:

"ແນ່ນອນ ຈໍານວນນຶ່ງ ກໍສິພໍໃຈ ເພາະວ່າໄປ ພັທນາເຂດນັ້ນ ແຕ່ບໍ່ ປະຕິເສດ ວ່າ 100 ເປີເຊັນ ຢູ່ໃສກໍຕ້ອງ ມີຢູ່ດອກ ທີ່ຍັງມີປະປ່ອຍ ຍັງຍາກ ຂັດຂ້ອງ ຄັນມີ ແຕ່ວ່າສ່ວນນ້ອຍໆ ເທົ່ານັ້ນ".

ຢ່າງໃດກໍຕາມ ທ່ານກໍວ່າ ທາງການ ກ່ຽວຂ້ອງ ຈະພຍາຍາມ ໂອ້ລົມ ກັບຊາວບ້ານ ທີ່ຍັງບໍ່ຢາກ ໂຍກຍ້າຍນັ້ນ ຈົນເຖິງທີ່ສຸດ ເພື່ອເຮັດໃຫ້ ພວກເຂົາເຈົ້າ ພໍໃຈ ແລະປະຕິບັດ ຕາມແຜນ ຂອງທາງການ ພາຍໃນ ທ້າຍປີນີ້. ສໍາລັບ ສະຖານທີ່ໃໝ່ ທີ່ທາງການ ຈັດສັນໃຫ້ ກໍຢູ່ບໍ່ໄກ ຈາກບ່ອນເກົ່າ ທີ່ເຄີຽຢູ່ແຕ່ກ່ອນ ແລະ ຜູ້ຖືກໃຫ້ ໂຍກຍ້າຍ ຈະໄດ້ຮັບຄ່າ ຊົດເຊີຍ ຢ່າງເປັນທັມ.

ກ່ຽວກັບເຣື່ອງນີ້ ປະຊາຊົນ ຫລາຍໆຄົນ ເຄີຍໄດ້ສະແດງ ຄວາມເຫັນ ຂອງພວກຕົນ ຜ່ານ ເອເຊັຍເສຣີວ່າ ເຖິງແມ່ນຊາວບ້ານ ບໍ່ເຫັນພ້ອມ ແລະ ບໍ່ຢາກຍ້າຍ ອອກກໍຕາມ ແຕ່ໃນທີ່ສຸດ ກໍຕ້ອງຖືກ ທາງການ ໃຫ້ຍ້າຍອອກ ເນື່ອງຈາກວ່າ ປະຊາຊົນ ບໍ່ມີສິດຕ້ານ ຄວາມເຫັນ ຂອງທາງການ.

ໂຄງການສ້າງ ເດີ່ນບິນໜອງຄ້າງ ເປັນໂຄງການ ທີ່ທາງການລາວ ມີສັນຍາ ກັບ ບໍຣິສັດ ວຽດນາມ ກ່ຽວກັບ ການກໍ່ສ້າງ ແລະ ກໍໄດ້ມີການ ບຸກເບີກ ເສັ້ນທາງ ເກືອບ ສໍາເຣັດແລ້ວ ສ່ວນການສ້າງ ເດີ່ນບິນ ຈະເລີ່ມຂຶ້ນ ທັນທີ ເມື່ອຊາວບ້ານ ທັງໝົດ ໂຍກຍ້າຍ ອອກໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org