ເຮືອດູດຊາຍຊອກຄໍາ ປ່ອຍສາຣເຄມີລົງນໍ້າ

ປັດຈຸບັນ ສາຍນໍ້າ ລໍາທານ ໃນລາວ ຫລາຍສາຍ ປະປົນ ປະສົມ ດ້ວຍ ສາຣພິດ ທີ່ປ່ອຍ ຈາກໂຮງຈັກ ໂຮງງານ ເຮັດໃຫ້ສິ່ງ ທີ່ມີ ຊີວິດ ໃນແມ່ນໍ້າ ຕາຍ ແລະ ຄ່ອຍ ດັບສູນ ໄປນໍາທຸກມື້.
ສົມເນ
2011.11.17
F-mining-river ສາຍນໍ້າສາຂາ ນ້ອຍໃຫຍ່ ໃນລາວ ໄຫລລົງສູ່ ແມ່ນໍ້າຂອງ ຫາກມີສີ່ງໃດ ປ່ຽນແປງ ໃນລໍານໍ້າ ມັນກໍຈະ ກະທົບ ໄປທົ່ວທຸກ ແຫ່ງຫົນ
RFA

ກົດຟັງສຽງ

ນອກເໜືອ ຈາກນັ້ນ ແລ້ວ ຍັງມີເຮືອ ດູດດິນຊາຍ ແລ່ນຕາມ ແມ່ນໍ້າ ດູດເອົາ ດິນຊາຍ ໃນບໍຣິເວນ ທີ່ຄາດວ່າ ມີຄໍາປະປົນ ຢູ່ ແລ້ວມາແຍກ ເອົາຄໍາອອກ ໂດຍໃຊ້ ສາຣບາຫລອດ ຫລື ເຄມີ ອື່ນໆ ແລ້ວປ່ອຍໃຫ້ ສາຣເຄມີ ເຫຼົ່ານັ້ນ ຖືກຖອກເທ ລົງສູ່ ລໍານໍ້າ. ຕາມທີ່ ເຈົ້າໜ້າທີ່ ປົກປ້ອງ ຊັພຍາກອນ ນໍ້າ ໄດ້ກ່າວ:

"ຄືແບບ ເປັນເຮືອ ເຮືອທີ່ຂື້ນ ໄປກັ່ນຕອງ ເອົາຄໍາ ໃນແຫລ່ງນໍ້າ ຮະນະ ໃນສາຍນໍ້າ ອັນນັ້ນ ເປັນບ່ອນ ທໍາລາຍ ແຫ່ລງທີ່ຢູ່ ຂອງ ຊັພຍາກອນ ເນາະ ແລະ ກໍປ່ອຍ ສາຣພິດ ບາງຊນິດ ລົງໃສ່ ແຫ່ລງນໍ້າ ປ່ອຍລົງ ເຊບັ້ງໄຟ ເນາະ".

ທ່ານວ່າ ວ່າ ຄັນເປັນ ໂຮງຈັກ ໂຮງງານ ປ່ອຍນໍ້າ ເປິເປື້ອນ ລົງສູ່ ແມ່ນໍ້ານີ້ ກໍພໍກວດສອບ ໄດ້ຢູ່, ແຕ່ຖ້າ ເປັນເຮືອນີ້ ມັນກໍຍາກແດ່ ເພາະວ່າ ມັນເຄື່ອນທີ່ ໄປເລື້ອຍໆ. ຢູ່ໃນ ບໍຣິເວນ
ດູດເອົາຊາຍ ທີ່ມີຄໍານັ້ນ ມັກຈະພົບ ເຫັນນໍ້າ ເປິເປື້ອນ ເປັນ ບໍຣິເວນ ກວ້າງ. ບາງໂຮງງານ ໃນແຂວງ ຄໍາມວ່ນ ປ່ອຍນໍ້າ ໂສໂຄກ ທີ່ມີ ສາຣພິດ ເຈືອປົນ ຢູ່ນໍາ ລົງສູ່ ນໍ້າ ເຊບັ້ງໄຟ ເຮັດໃຫ້ ນໍ້າເສັຽ ຄຸນນະພາບ ສັດໃນນໍ້າ ຕາຍ.

ທ່ານວ່າ ເຮືອດູດ ເອົາຊາຍ ທີ່ປົນຄໍາ ທີ່ຜິດ ກົດໝາຍນີ້ ຈົດທະບຽນ ເປັນເຮືອ ດູດຫີນ ດູດຊາຍ ແລ່ນ ໃນແມ່ນໍ້າ ສາຍຕ່າງໆ ແທນທີ່ ຈະດູດເອົາ ແຕ່ຫີນ ແລະຊາຍ ເຂົາກໍ ໄປຫາດູດ ເອົາຄໍາ.

ໃນເຣື້ອງ ດຽວກັນນີ້ ຊາວບ້ານ ຢູ່ໃນເມືອງ ຫີນບູນ ເວົ້າວ່າ ດຽວນີ້ ນໍ້າປາແທນ ກາຍເປັນ ນໍ້າຂຸ່ນ ແລະ ໃຊ້ບໍ່ໄດ້ ແລ້ວ ຍ້ອນວ່າ ຊາວບ້ານ ພາກັນໄປ ຮ່ອນເອົາ ບ໊ອກໄຊທ໌ ເພື່ອນໍາໄປ ຂາຍໃຫ້ ບໍຣິສັດ ກົ່ວ-ຊືນ ໂພນຕີ້ວ. ລາວວ່າ ປູປາ ກໍບໍຄ່ອຍມີ ຫລາຍຄື ເມື່ອກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.