ກອງປະຊຸມ ອະນຸພູມີພາກ ແມ່ນໍ້າຂອງ

ກອງປະຊຸມ ເວທີ ອະນຸ ພູມີພາກ ແມ່ນໍ້າຂອງ ຈະພັທນາ ແລວ ເສຖກິດ ພູມີພາກ.
ສົມເນ
2011.07.01
F-Khempheng-Phonhsena2 ຍານາງ ເຂັມແພງ ພົນເສນາ ຣັຖມົນຕຣີ ປະຈໍາສໍານັກ ນາຍົກ ຣັຖມົນຕຣີ
RFA

ກົດຟັງສຽງ

ກອງປະຊຸມ ເວທີ ອະນຸພູມີພາກ ແມ່ນໍ້າຂອງ ຄັ້ງທີ່ 3 ທີ່ໄຂຂື້ນ ຢູ່ ນະຄອນຫລວງ ວຽງຈັນ ໃນວັນທີ 30 ມີຖຸນາ ນີ້ວ່າ ຈະເຮັດໃຫ້ ການ ປະສານງານ ກັນ ເຂັ້ມແຂງຂື້ນ ເພື່ອພັທນາ ແລວທາງ ການຂົນສົ່ງ ເສຖກິດ 3 ແລວ ໃຫ້ເຊື່ອມໂຍງກັນ ເປັນແລວທາງ ເສຖກິດ ທີ່ໝັ້ນຄົງ, ໃນນັ້ນ ກໍມີ ແລວທາງ ເສຖກິດ ເໜືອ-ໃຕ້, ແລວທາງ ເສຖກິດ ຕະເວັນອອກ ຕະເວັນຕົກ, ແລະ ແລວທາງ ເສຖກິດ ໃຕ້.

ກອງປະຊຸມ ເວລາ ນື່ງວັນ ນີ້ ຖືກຈັດຂື້ນໂດຍ ທະນາຄານ ພັທນາ ເອເຊັຽ ຊື່ງລາວ ເປັນ ເຈົ້າພາບ ໂດຍມີ ຣັຖມົນຕຣີ ແລະ ເຈົ້າໜ້າທີ່ ຂັ້ນສູງ ຈາກ 6 ປະເທດ ສະມາຊິກ ອະນຸພູມີພາກ ແມ່ນໍ້າຂອງ ຫລື GMS, ສປປ ລາວ ຈີນ ພະມ້າ ໄທ ກໍາພູຊາ ແລະ ວຽດນາມ ພາກສ່ວນ ເອກກະຊົນ ແລະ ພາຄີ ການພັທນາ ໂຄງການ ເຂົ້າຮ່ວມ. ຍານາງ ເຂັມແພງ ພົນເສນາ ຣັຖມົນຕຣີ ປະຈໍາ ສໍານັກ ນາຍົກ ຣັຖມົນຕຣີ ກ່າວໃນ ພິທີ ໄຂ ກອງປະຊຸມ ວ່າ ການປະຊຸມ ໃນມື້ນີ້ ເປັນບາດກ້າວ ສໍາຄັນ ເພື່ອເຮັດໃຫ້ ໂຄງການ ພັທນາ ແລວ ເສຖກິດ ມີຄວາມ ຄືບໜ້າຕໍ່ໄປ, ແລະ ກ່າວເນັ້ນວ່າ ມັນມີ ຄວາມຈໍາເປັນ ທີ່ການ ພັທນາ ແລວ ເສຖກິດ ນີ້ ຕ້ອງມີຄວາມ ກໍ້າເກິ່ງ ແລະ ໝັ້ນຄົງ ໂດຍທີ່ວ່າ ເຂດທີ່ມີ ການພັທນາ ນ້ອຍທີ່ສຸດ ຢູ່ຕາມແລວ ທາງເສຖກິດ ໄດ້ຮັບ ຜົນປໂຍດ ທາງສັງຄົມ ແລະ ເສຖກິດ.

ກອງປະຊຸມ ພິຈາຣະນາ ແກ້ໄຂ ບັນຫາ ທີ່ເປັນ ອຸປສັກ ໃຫ້ແກ່ການ ຂົນສົ່ງ ແລະ ການຄ້າ, ເຊັ່ນ ລະບຽບການ ແລະ ຂັ້ນຕອນຕ່າງໆ ກ່ຽວກັບ ສິນຄ້າ ຂ້າມແດນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.