ກອງປະຊຸມການລົງທຶນ ປະເທດອ່າງແມ່ນໍ້າຂອງ
2011.12.19

ກົດຟັງສຽງ
ຂ່າວຊິນຮົວ ຣາຍງານ ຈາກ ນະຄອນຫລວງ ໄນປິດໍ ແຈ້ງວ່າ ກອງປະຊຸມ ຊຶ່ງຈັດຂຶ້ນ ໂດຍສະພາ ການຄ້າ ພະມ່າ ແລະ ອຸດສາຫະກັມ ແລະ ເວທີ ທຸຣະກິດ GMS ມີຜູ້ຕາງໜ້າ ທຸຣະກິດ ຈາກພາກ ເອກກະຊົນ ບັນດາ ປະເທດ GMS ຄື ກັມພູຊາ ຈີນ ລາວ ພະມ່າ ໄທ ແລະ ວຽດນາມ ເຂົ້າຮ່ວມ ຮວມທັງ ຜູ້ຕາງໜ້າ ຈາກ ຫ້ອງການ ປະສານງານ ແຫ່ງຊາດ ຂອງ GMS ແລະ ທະນາຄານ ພັທນາ ເອເຊັຽ.
ຕາມຄໍາເວົ້າ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ໄທ: ເປັນທີ່ ຄາດກັນວ່າ 6 ປະເທດ GMS ຈະຮັບຜ່ານ ຂອບວຽກງານ ຍຸທສາດ ສໍາລັບ GMS ຊຶ່ງ ປະກອບດ້ວຍ ໄທ ກັມພູຊາ ພະມ່າ ລາວ ວຽດນາມ ແລະ ຈີນ ຊຶ່ງຈະມີ ການບຸກເບີກ ການພັທນາ ແລວ ເສຖກິດ ໃນຣະຍະ 10 ໂດຍສະເພາະ ລະບົບ ທາງຣົດໄຟ ໃນປະເທດ ສະມາຊິກ ທີ່ຈະຊ່ວຍ ຫລຸດຜ່ອນ ຣາຍຈ່າຍ ການຂົນສົ່ງ ສິນຄ້າ.
ໃນນັ້ນ ບັນດາ ຜູ້ເຂົ້າຮ່ວມ ກໍານົດຮັບຟັງ ການຣາຍງານ ທົບທວນ ເຣື່ອງ ຄົມມະນາຄົມ ແລະ logistic ໃນເຂດອ່າງ ແມ່ນໍ້າຂອງ, ບົດບາດ ຂອງ GMS ແລະ ຂອງ ສະມາຄົມ ການຂົນສົ່ງ FRETA ໃນການ ພັທນາ ໃນເຂດ GMS, ການລົງທຶນ ໃນແລວ ເສຖກິດ GMS ຕົ້ນແບບ ສບັບ ຂອງ ອຸດສາຫະກັມ ນໍ້າຕານ ມິຕຜົນ ແລະ ການສົ່ງເສີມ ການລົງທຶນ ຮ່ວມກັນ ຂອງ GMS ຮວມຢູ່ດ້ວຍ. ກອງປະຊຸມ Forum ທຸຣະກິດ ອະນຸ ພູມີພາກ ອ່າງ ແມ່ນໍ້າຂອງ ຖືກຕັ້ງຂຶ້ນ ເມື່ອເດືອນ ຕຸລາ ປີ 2000 ເພື່ອສົ່ງເສີມ ການຮ່ວມມື ແລະ ການເຕີບໂຕ ຂອງ ພາກ ເອກກະຊົນ ໂດຍຜ່ານ ການ ເຈຣະຈາ ແລກປ່ຽນ ຂໍ້ມູນ ເຄືອຂ່າຍ ແລະ ພາກສັງຄົມ.
ໂຄງການ ຮ່ວມມື ດ້ານ ເສຖກິດ ເຂດ GMS ຖືກເຣີ່ມຂຶ້ນ ໃນປີ 1992 ໂດຍ 6 ປະເທດ ທີ່ໃຊ້ ແມ່ນໍ້າຂອງ ຮ່ວມກັນ, ເປັນໂຄງການ ສົ່ງເສີມ ການພັທນາ ເສຖກິດ ແລະ ສັງຄົມ, ການ ຊົລປະທານ ແລະ ການ ຮ່ວມມື ຣະຫວ່າງ 6 ປະເທດ ແມ່ນໍ້າຂອງ.