ອະນຸພາກພື້ນແມ່ຂອງ ຕ້ານໂຣຄເອດສ
2011.12.20

ກົດຟັງສຽງ
ກອງປະຊຸມ ສຸດຍອດ ຄັ້ງທີ 4 ຂອງ ອະນຸ ພາກພື້ນ ແມ່ນໍ້າຂອງ ໄດ້ຈັດຂຶ້ນ ໃນລະຫວ່າງ ມື້ວັນທີ 19 ຫາ 20 ທັນວາ 2011 ນີ້ ຢູ່ ນະຄອນຫລວງ ໃນປີດໍ ປະເທດ ພະມ່າ.
ໃນ ກອງປະຊຸມ ສຸດຍອດ ຄັ້ງທີ 4 ຂອງ ອະນຸ ພາກພື້ນ ແມ່ນໍ້າຂອງ ຜູ້ນໍາ ຈາກ ປະເທດ ອະນຸ ພາກພື້ນ ແມ່ນໍ້າຂອງ ຊຶ່ງ ປະກອບດ້ວຍ ລາວ, ໄທ, ກໍາພູຊາ, ຈີນ, ພະມ່າ ແລະ ວຽດນາມ ຈະໄດ້ ລົງນາມ ໃນ ຖແລງການ ຮ່ວມ ຫລາຍສະບັບ.
ໃນ ກອງປະຊຸມ ຄັ້ງນີ້ ຜູ້ນໍາ ຍັງຈະໄດ້ ລົງນາມ ໃນສັນຍາ ບັນທຶກ ຄວາມເຂົ້າໃຈ MoU ທີ່ ວ່າດ້ວຍການ ຮ່ວມມື ເພື່ອຫລຸດຜ່ອນ ຄວາມສ່ຽງຈາກ ເຊື້ອ HIV/AIDS ທີ່ ສ້າງ ຜົນກະທົບ ຕໍ່ ປະຊາຊົນ ໃນ ພູມີພາຄ ໂດຍສະເພາະ ກັບຄົນງານ ທີ່ ໂຍກຍ້າຍ ສະຖານທີ່.
ໃນ ກອງປະຊຸມ ສຸດຍອດ ດັ່ງກ່າວ ຈະມີການ ສເນີຈັດຕັ້ງ ໂຄງການ ຕໍ່ຕ້ານ ເຊື້ອໂຣຄ HIV/AIDS ໃນ ລາວ ແລະ ວຽດນາມ ຂຶ້ນ ຊຶ່ງໂຄງການ ດັ່ງກ່າວ ຈະເນັ້ນໃສ່ ປະກອບສ່ວນ ເພື່ອປ້ອງກັນ ການແພ່ເຊື້ອ HIV/AIDS ໃນອະນຸ ພາກພື້ນ ແມ່ນໍ້າຂອງ ໂດຍການ ສນັບສນູນ ພັທນາ ຄຸນນະພາບ ຂອງ ຊັພຍາກອນ ມະນຸດ ເພື່ອຈະໃຫ້ ສາມາດ ບໍລິຫານ ໂຄງການ ຕໍ່ຕ້ານ ເຊື້ອໂຣຄ HIV/AIDS ໃຫ້ມີ ປະສິດທິພາບ.
ຜູ້ບໍຣິຫານ ອະນຸ ພາກພື້ນ ແມ່ນໍ້າຂອງ ຄາດວ່າ ຈະສາມາດ ອະນຸມັດ ການຈັດຕັ້ງ ໂຄງການ ຕໍ່ຕ້ານ ເຊື້ອໂຣຄ HIV/AIDS ໃນ ລາວ ແລະວຽດນາມ ໄດ້ໃນ ມື້ວັນທີ 28 ກໍຣະກະດາ 2012 ແລະ ງົບປະມານ ໃນການສ້າງຕັ້ງ ຈະໄດ້ມາຈາກ ທະນາຄານ ພັທນາເອເຊັຍ ຊຶ່ງມີ ມູນຄ່າ 20 ລ້ານ ໂດລາ ສະຫະຣັຖ.