ຕັດໄມ້ມີຢູ່ຕລອດ ບໍ່ໄດ້ລັກເຫັນໆກັນຢູ່

ເຈົ້າໜ້າທີ່ ປ່າໄມ້ ຍອມຮັບວ່າ ການລັກບອບ ຄ້າໄມ້ເຖື່ອນ ຍັງຄົງເກີດຂຶ້ນຫລາຍ.

ຣົຖບັນທຸກ ຂົນໄມ້ປະມານ 3-4 ຄັນ ມູ້ງໜ້າໄປ ທາງວຽດນາມ ຢູ່ແຖວທົ່ງງາມ ເມືອງປາກຊັນ ແຂວງ ບໍຣິຄໍາໄຊ ຖືວ່າເປັນເຣື່ອງ ທັມມະດາ ມີຢູ່ຕລອດ RFA

ເຈົ້າໜ້າທີ່ ກວດກາປ່າໄມ້ ນະຄອນຫລວງ ວຽງຈັນ ຍອມຮັບ ໃນມື້ວັນທີ 29 ພຶສຈິການີ້ ກ່ຽວກັບ ບັນຫາ ການລັກລອບ ຄ້າໄມ້ເຖື່ອນ ທີ່ຍັງຄົງເກີດຂຶ້ນຫລາຍ ໃນປັດຈຸບັນນີ້, ຊຶ່ງສາເຫດຫລັກ ມາຈາກການຂາດເຂີນ ຂອງຊາວບ້ານ ທີ່ບໍ່ມີຣາຍໄດ້ ທີ່ໝັ້ນຄົງ ແລະ ພໍ່ຄ້າໄມ້ເຖື່ອນ ຈ່າຍຄ່າແຮງງານໃຫ້ ໃນຣາຄາ ທີ່ດີ ຈຶ່ງສົ່ງຜົລໃຫ້ບັນຫາ ດັ່ງກ່າວ ຍັງບໍ່ທັນຫລຸດລົງ ແຕ່ຢ່າງໃດ:

“ຫລາຍໆ ສ່ວນຫລາຍ ຂະເຈົ້າ ລັກລອບ ແບບຄ້າຂາຍເຖື່ອນໃສ່ຣົຖ ແມທນຫຍັງ ນະ ຊາວບ້ານ ທີ່ວ່າ ໃກ້ກັບປ່າສງວນ ລັກເຂົ້າໄປແລ້ວ ເອົາມາຂາຍໃຫ້ ນັກຄ້າໄມ້ເຖິ່ນ ທີ່ໃຊ້ຣົຖຕູ້ ຂອງເກົາຫລີ ສກາຍແລັກ ເຂົາເອີ້ນ.”

ທ່ານກ່າວຕື່ມວ່າ ຊາວບ້ານ ສ່ວນຫລາຍ ຈະບໍ່ຢ້ານ ເຈົ້າໜ້າທີ່ ແລະ ກົດໝາຍ ບ້ານເມືອງ ເນື່ອງຈາກວ່າ ຖ້າຫາກ ມີການຈັບກຸມ ກໍຈະພຽງແຕ່ ປັບໃໝ ແລະ ປ່ອຍໂຕໄປ ແຕ່ຍັງບໍ່ເຄີຍ ມີການລົງໂທດ ຢ່າງຮຸນແຮງ ແຕ່ຢ່າງໃດ. ເນື່ອງຈາກວ່າ ຜູ້ທີ່ຖືກຈັບ ເປັນການກະທໍາຜິດ ເມື່ອທໍາອິດ ແລະ ເຖິງແມ່ນວ່າ ຜ່ານມາ ຈະມີການຈັບ ຜູ້ກະທໍາຜິດ ແລະ ຂອງກາງໄດ້, ແຕ່ກໍມີຫລາຍຄັ້ງ ທີ່ເຈົ້າໜ້າທີ່ ບໍ່ສາມາດ ຕິດຕາມ ຈັບກຸມຄົນຮ້າຍໄດ້:

“ມັນກໍມີຫລາຍ ທີ່ວ່າ ຂະເຈົ້່າ ລັກລອບ ກາງຄືນ ແມທ່ນຫຍັງ ທີ່ເຈົ້່າໜ້າທີ່ ຈັບບໍ່ໄດ້ກໍຫລາຍ ມັນຈະເປັນແຂວງພາກໃຕ້ ຂອງລາວ.”

ທ່ານ ກ່າວໃນຕອນທ້າຍ ວ່າ ຈາກການສໍາຣວດ ຣະຫວ່າງ ປີ 2010-2011 ມີບັນທຶກ ຄວາມຜິດ ເຣື້ອງການລັກລອບ ຕັດໄມ້ ຫາຍາກ ເຖິງ 3 ພັນ ກ່ວາກໍຣະນີ ແຕ່ກໍຣໜະນີ ທີ່ຖືກບັນທຶໄວ້ ຈະເປັນກໍຣະນີ ທີ່ຖືກບັນທຶກໃຫຍ່ໆ ສ່ວນຣາຍຍ່ອຍ ທີ່ຈັບໄດ້ນັ້ນ ບາງເທື່ອ ກໍບໍ່ໄດ້ທໍາການບັນທຶກ ຍ້ອນວ່າ ໄມ້ມີຈໍານວນບໍ່ຫລາຍ ແລະ ເຈົ້າໜ້າທີ່ ກໍບໍ່ໄດ້ບັນທຶກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org