ໄຂ້ເລືອດອອກແພ່ຂຍາຍ ສຸດຂີດແລ້ວ

ອົງກາຣ ອະນາມັຍ ໂລກ ວ່າ ກາຣຣະບາດ ຂອງເຊື້ອໂຣຄ ໄຂ້ເລືອດອອກ ໄດ້ຣະບາດ ຂຶ້ນ ສຸດຂີດແລ້ວ ສຳຫລັບ ປີ 2012 ນີ້.

ໃນຂນະດຽວກັນ ຈຳນວນຄົນທີ່ປ່ວຍ ເສັຽຊີວີຕຍ້ອນນັ້ນ ມີຈຳນວນໜ້ອຍກວ່າ ປີທີ່ຜ່ານມາ ແລະ ມີແນວໂນ້ມ ທີ່ຈະຫລຸດນ້ອຍລົງ ເລື້ອຍໆ.

Dr. Nima Asgari ຫົວໜ້າຄນະທີມງານ ຂອງອົງກາຣ ອະນາມັຍໂລກ ຫລື WHO ປະຈຳກຸງ ພະນົມເປັນ ໄດ້ແຈ້ງຕໍ່ ທາງສື່ມວລຊົນ ໃນວັນຈັນ ຜ່ານມານີ້ວ່າ ສາເຫຕຫຼັກ ທີ່ເຮັດໃຫ້ຈຳນວນ ຜູ້ປ່ວຍເສັຍຊີວີຕ ໄປຍ້ອນພຍາທ ໄຂ້ເລືອດອອກ ຫລຸດລົງນັ້ນ ກໍວ່າມີກາຣ ຝຶກອົບຮົມ ແກ່ທາງເຈົ້າໜ້າທີ່ ກ່ຽວຂ້ອງ ໃນກາຣຮັກສາ ປີ່ນປົວ ແລະ ວີທີ ກາຣປ້ອງກັນຕ່າງໆ ໂດຽສະເພາະ ຕາມໂຮງພຍາບາລ ຫລືຄລິນິຄ ທີ່ໃຫ້ກາຣປິ່ນປົວ ຈຳພວກຄົນປ່ວຍ ເຫຼົ່ານັ້ນ.

Dr. Asgari ໄດ້ກ່າວເພີ່ມວ່າ ທາງຫ້ອງກາຣ ຂອງທ່ານ ມີຄວາມເຊື່ອໝັ້ນ ເປັນຢ່າງດີວ່າ ນັບແຕ່ນີ້ເປັນຕົ້ນໄປ ຈົນຮອດທ້າຍປີ 2012 ຈຳນວນ ຜູ້ປ່ວຍ ທີ່ອາຈຈະເສັຽຊີວີຕ ຍ້ອນຕິດເຊື້ອໂຣຄ ໄຂ້ເລືອດອອກນີ້ ຈະຫລຸດຕໍ່າລົງເລື້ອຍໆ.

ໃນຂນະດຽວກັນ ທ່ານ Cheamon Thavy ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ກັມພູຊາ ແຜນກໄຂ້ເລືອດອອກ ກໍໄດ້ແຈ້ງຂໍ້ມູລວ່າ ນັບແຕ່ຕົ້ນ ປີ 2012 ມາຮອດກາງ ເດືອນ ສິງຫາ ຜ່ານມານີ້ ມີຣາຍງານ ຂອງຄົນປ່ວຍ ເປັນພຍາທ ໄຂ້ເລືອດອອກ ໃນທົ່ວປະເທສ ກັມພູຊາ ທັງໝົດ 24,127 ກໍຣະນີ ຊຶ່ງໃນນັ້ນ ກໍມີຜູ້ເສັຽຊີວີຕ ໄປຍ້ອນແຕ່ 106 ຄົນເທົ່ານັ້ນ ໃນໂຮງໝໍ 33 ແຫ່ງ ທົ່ວປະເທສ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org