ຈີນຮ່າງກົດໝາຍການຄ້າ ໃຫ້ສປປ ລາວ

ຈີນ ຊ່ວຍ ສປປລາວ ຮ່າງກົດຫມາຍ ສົ່ງເສິມ ການຄ້າ ໃນເຂຕ ເສຖກິດ ພິເສດ 9 ແຂວງ ພາກເໜືອ ເພື່ອອຳນວຍ ຄວາມສະດວກ ໃຫ້ຕົນເອງ ໃນການເຂົ້າມາ ລົງທຶນ ໃນອະນາຄົຕ.
ອໍຣະໄທ
2012.10.09

ແຫລ່ງຂ່າວ ຈາກກະຊວງ ຕ່າງປະເທດ ເປິດເຜີຍວ່າ ຕອນນີ້ ຈີນ ສຳເຮ້ຈ ການຮ່າງກົດຫມາຍ ຄຸ້ມຄອງ ເຂຕເສຖກິຈ ພິເສດ ແລະ ເຂຕເສຖກິດ ສະເພາະ ເພື່ອນຳໃຊ້ໃນ 9 ແຂວງພາກເໜືອ ຂອງລາວແລ້ວ ແລະວ່າ ເຣື່ອງນີ້ກຳລັງ ສົ່ງຮ່າງ ກົດໝາຍ ໄປຍັງຄນະ ຣັຖບາລ ເພື່ອນຳສເນີເຂົ້າ ໃນທີ່ປະຊຸມ ສະພາ. ເນື້ອໃນໃຈຄວາມ ຂອງຮ່າງ ກົດຫມາຍ ເນັ້ນໃຫ້ອິສຣະ ແກ່ນັກລົງທຶນ ເຈົ້າຫນ້າທີ່ ຈາກກະຊວງຕ່າງ ປະເທດ ກ່າວວ່າ:

“ແມ່ນແຜນພັທນາ ເສຖກິດ ແມ່ນຈີນ ເປ້ນຜູ້ຮ່າງ ຈີນເປ້ນຜູ້ ສຳຣວດກວດກາ ຈີນເປ້ນຜູ້ວາງ ໃຫ້ນະ 9 ແຂວງພາກເໜືອ ແຜນຍຸທສາດ ເພິ່ນເປັນຜູ້ວາງໃຫ້ ຫມົດນະ ມອບໃຫ້ຣັຖບາລ ແລ້ວເຈົ້າ ມັນຈະມີ ຣະບຽບ ກາຣເຂົ້າອອກເສຣີ”.

ຮ່າງຣະບຽບ ບົ່ງໄວ້ວ່າ ການເປິດດ່ານ ຊາຍແດນສາກົລ ລາວ-ຈີນ ແບບອິສຣະ ຄືຣະຫວ່າງ ຊາຍແດນ ຫລວງນ້ຳທາ ກັບ ເມືອງຢູນານ ການຍົກເວັ້ນ ພາສີ ບາງປະເພດ ການຍົກເວັ້ນ ອາກອນກຳໄຣ ສູງສຸດ 10 ປີ ແລະການນຳເຂົ້າ ແຮງງານສະເພາະ ກັບແຮງງານ ໂຍກຍ້າຍ ສະຖານທີ່ ຈາກ ປະເທດເຂົາເຈົ້າ  ຊື່ງທັງຫມົດນີ້ ຈີນຈະໄດ້ຮັບ ຜົນປະໂຫຍດ ຫລາຍທີ່ສຸດ.

9 ແຂວງພາກເໜືອ ປະກອບດ້ວຍ ແຂວງວຽງຈັນ ຜົ້ງສາລີ ຫລວງນ້ຳທາ ບໍ່ແກ້ວ ອຸດົມໄຊ ຫລວງພະບາງ ຊຽງຂວງ ຫົວພັນ ແລະ ໄຊຍະບູລີ ຊື່ງເປັນແຂວງ ທີ່ນັກລົງທຶນ ຈີນ ໃຫ້ຄວາມສົນໃຈ ເປັນພິເສດ ເພາະໃກ້ກັບ ຊາຍແດນຈີນ ໂດຍຈະເນັ້ນລົງທຶນ ດ້ານພະລັງງານ ໄຟຟ້າ ເຂື່ອນນ້ຳຕົກຕາດ ເຫມືອງແຮ່ ແລະ ການທ່ອງທ່ຽວ ຄົບວົງຈອນ.

ປາກົດການ ກາຣເຄື່ອນຍ້າຍ ຄົນຈີນ ເຂົ້າມາໃນລາວ ເປັນໄປຕາມ ນະໂຍບາຍ ຍ້າຍຄົນອອກນອກ ຍ້ອນປະເທດຈີນ ມີຄົນຫຼາຍ ເກິນໄປ ແລະ ສປປລາວ ກໍເປັນປະເທດ ທີ່ເຫມາະສົມ ກັບຄວາມຕ້ອງການ ຂອງເຂົາເຈົ້າ ໂຕຢ່າງເຫັນໄດ້ ຈາກເມືອງບໍ່ເຕັນ ແຂວງຫລວງນ້ຳທາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະໂຕເມືອງ ແຂວງອຸດົມໄຊ ທີ່ມີ ຄົນຈີນມາອາສັຍ ຢູ່ເພິ່ມຂື້ນ ເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.