ປູກເຂົ້າຮ່ວມກັນ ຊາວນາບໍ່ແນ່ໃຈ

ຊາວນາ ທີ່ແຂວງ ຈຳປາສັກ ຍັງສົງສັຍ ກ່ຽວກັບ ການຮ່ວມປູກ ເຂົ້າກັບ ນັກລົງທືນ ຕ່າງຊາດ.

ເມືອງສຸຂູມາ ເປັນເມືອງນຶ່ງ ໃນແຂວງ ຈຳປາສັກ ທີ່ມີນັກລົງທຶນ ຊາວຈີນ ແລະຊາວວຽດນາມ ເຂົ້າມາລົງທືນ ຮ່ວມປູກເຂົ້າ ຫນຽວແລະເຂົ້າຈ້າວ ເມື່ອຊາວນາ ຮູ້ຂ່າວ ກໍພາກັນດີໃຈ ແລະ ສົນໃຈ ຢາກເຂົ້າຮ່ວມ ໃນໂຄງການ ເພາະຂະເຈົ້າ ຫວັງວ່າ ນັກລົງທຶນ ຈະສົ່ງເສີມໃຫ້ ຂະເຈົ້າປູກເຂົ້າ ກຸ້ມຢູ່ກຸ້ມກິນ ແລະຊື້ຜົລຜລິດ ຈາກຂະເຈົ້າ ແຕ່ເທົ່າເຖິງ ປັດຈຸບັນ ຫລາຍຄົນກໍຍັງ ສົງສັຍຢູ່ວ່າ ຈະເປັນຄວາມຈິງ ຫລືບໍ່? ຊາວນາຜູ້ນື່ງ ເວົ້າວ່າ:

"ຄວາມຄາດຫວັງຂອງ ຊາວນາ ກໍມີແຕ່ວ່າ ຖ້າວ່າໂຄງການ ມາເຮັດ ມີແນວພັນເຂົ້າ ທີ່ດີ ມີຕລາດ ມີການ ສົ່ງເສີມເຂົາ ແລ້ວເກັບຊື້ຜົລຜລິດ ຈາກຊາວນາ ຊາວນາກໍຈະ ດີໃຈ ເຮັດການຜລິດໃຫ້ ຕັ້ງໃຈແຕ່ເທົ່ານັ້ນ ແຫລະ ຢາກໃຫ້ມີ ບໍຣິສັດ ສົ່ງເສີມປູກເຂົ້າ".

ຊາວນາເວົ້າຕໍ່ໄປວ່າ ເນື່ອງຈາກ ນັກລົງທືນກຸ່ມນີ້ ຈະເອົາພັນເຂົ້າຫນຽວ ແລະເຂົ້າຈ້າວ ມາຈາກວຽດນາມ ໂດຍກົງ ຊື່ງເປັນພັນເຂົ້າ ທີ່ທົນທານ ຕໍ່ສະພາບອາກາດ ໄດ້ເປັນ ຢ່າງດີ ແລະ ຍັງບໍ່ເຄີຍເອົາເຂົ້າ ມາລາວແຕ່ກອ່ນ ດ້ວຍເຫດດັ່ງກ່າວ ຈື່ງເຮັດໃຫ້ຊາວນາ ຫລາຍຄົນ ມີຄວາມສົນໃຈ ຫລາຍຂື້ນ ເພາະຖ້າໄດ້ປູກ ຄົງຈະຂາຍໄດ້ ຣາຄາດີ. ເຈົ້າຫນ້າທີ່ ຜແນກປູກຝັງ ທີ່ເມືອງສຸຂູມາ ເວົ້າວ່າ ເທົ່າເຖິງປັດຈຸບັນ ຍັງບໍ່ມີຫຍັງ ເກີດຂື້ນເທື່ອ ຣະຫວ່າງ ກຸ່ມຊາວນາກັບ ນັກລົງທືນ ຕ່າງຊາດ. ທ່ານ ກ່າວວ່າ:

"ບໍ່ທັນມີຫຍັງ ໂຕນີ້ຕອບບໍ່ໄດ້ ຂື້ນກັບການ ສົ່ງເສີມກັບເຂົາ ຖ້າເຂົາມີ ການຕລາດດີ ມີແນວພັນ ກໍເອົາຊາວບ້ານ ເຮັດນຳ ຖ້າບໍ່ມີນັ້ນເຂົາ ກໍບໍ່ຕາມເພີ່ນ".

ປັດຈຸບັນ ຊາວນາທີ່ເມືອງ ສຸຂູມາ ແຂວງຈຳປາສັກ ຍັງຄົງປູກພັນເຂົ້າ ທີ່ໄດ້ມາຈາກ ສະຖາບັນ ຄົ້ນຄວ້າເຂົ້າ ແຫ່ງຊາດ ແລະ ອີກຈຳນວນນື່ງ ກໍໄດ້ມາຈາກ ແຂວງອຸບົນ ຣາຊທານີ ຂອງໄທ ແຕ່ເປັນພັນທີ່ ບໍ່ທົນທານຕໍ່ ສະພາບອາກາດ ໄດ້ຫລາຍປານໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org