ມາຕການຄູ້ມຄອງປາ ຂ.ຈໍາປາສັກ
2012.10.09

ກົມລຽ້ງສັຕ ແລະ ການປະມົງ ກະຊວງ ກະສິກັມ ແລະປ່າໄມ້ ເປີດເຜີຍວ່າ ທາງການລາວ ຈະໄດ້ນໍາໃຊ້ ມາຕການ ກາມຄຸ້ມຄອງ ປາ ແລະ ສັຕນໍ້າອື່ນໆ ໃນເຂຕ ສີພັນດອນ ເພາະທີ່ຜ່ານມາ ບໍ່ໄດ້ມີ ການຄວບຄຸມ ຢ່າງເຂັ້ມງວດ ຈີ່ງເຮັດໃຫ້ ຈໍານວນປາ ຫລຸດລົງ. ເຈົ້າໜ້າທີ່ ກ່ຽວຂ້ອງເວົ້າວ່າ:
“ເວົ້າເຣື້ອງ ອະນຸຮັກ ເຂຕປະມົງ ໃນເຂຕ ສີພັນດອນ ສ້າງວັງສງວນ ແລ້ວກໍຄຸ້ມຄອງ ໃຫ້ໄດ້ມີຣະບຽບ ໝາຍຄວາມວ່າ ເຂົາເຈົ້າ ຈະມີຣະບຽບ ວ່າບ່ອນນີ້ເປັນ ບ່ອນສງວນ ຂອງບ້ານ ເປັນບ່ອນ ອະນຸຮັກ ຂອງບ້ານ ຫ້າມລົງຫາປູ ຫາປາ ນອກນັ້ນ ເຮົາກໍສາມາດ ຫາໄດ້ ກໍຫ້າມໃຊ້ແຕ່ເຄື່ອງ ມືທີ່ຜິດກົດໝາຍ”.
ເຈັ້າໜ້າທີ່ ທ່ານນີ້ ເວົ້າຕໍ່ໄປວ່າ ເບື້ອງຕົ້ນ ຂອງໂຄງການ ຈະຈັດຕັ້ງ ປະຕິບັດ ເປັນຣະຍະ 4 ປີ ໂດຍຈະມີ ເຄືອຂ່າຍ ກອງທືນ ອະນຸຮັກ ທັມມະຊາຕ ສາກົລ ເປັນຜູ້ຕາງໜ້າ ຣັຖບານລາວ ແລະວ່າ ໂຄງດັ່ງກ່າວ ເປັນໂຄງການ ບຸກເບີກ ຄັ້ງທໍາອິດ ຈະເຣີ່ມ ດໍາເນີນການ ໃນບໍຣິເວນນໍ໊າ ທີ່ໃຫຍ່ທີ່ສຸດ ໃນພາກໃຕ໊ ຂອງລາວ ຄື ເຂຕສີພັນດອນ ເມືອງ ມູລປະໂມຄ ແລະເມືອງ ໂຂງ ແຈວງຈໍາປາສັກ.
ມາຕການຫລັກໆ ຂອງ ໂຄງການນີ້ກໍຄື ຫ້າມປະຊາຊົນ ຕຶກປາ ໃນຣະດູ ປາວາງໄຂ່ ໃນເຂຕທີ່ ກໍານົດ ຊື່ງແຕ່ລະບ້ານ ກໍຈະມີພື້ນທີ່ ຫວງຫ້າມ ແຕກຕ່າງກັນ ແລະ ຈະມີ ການບັງຄັບ ໃຊ້ກົດໝາຍ ປະມົງ ຂອງລາວ ໃຫ້ເຂັ້ມງວດ ເນື່ອງຈາກວ່າ ທີ່ຜ່ານມາ ກົດໝາຍປະມົງ ຍັງບໍ່ປະສົບ ຜົນສໍາເຣັດ ເທົ່າທີ່ຄວນ ສໍາລັບ ໂຄງການນີ້ ຈະມີການ ກວດຂັນ ຖ້າຜູ້ໃດ ຣະເມີດ ໄປຫາປາ ຢູ່ໃນເຂດ ຫວງຫ້າມ ແລະ ໃຊ້ອຸປກອນ ຕ້ອງຫ້າມ ກໍຈະຖືກລົງໂທດ ຕາມຂໍ້ ກົດຣະບຽບ.
ເຈົ້າໜ້າທີ່ ທ່ານນີ້ ເວົ້າຕອນທ້າຍວ່າ ໃນຊ່ວງ ຣະດູຝົນນີ້ ຖືວ່າເປັນຊ່ວງ ສໍາຄັນຂອງປາ ເປັນຊ່ວງທີ່ປາ ສ່ວນຫລາຍ ເຄື່ອນຍ້າຍ ເພື່ອວາງໄຂ່ ຫາກມີການ ຈັບປາ ໃນຣະດູ ນີ້ກໍຈະສົ່ງຜົນ ຕໍ່ການ ຂຍາຍພັນປາ ໃນອະນາຄົດ ຈີ່ງຈໍາເປັນຕ້ອງ ນໍາມາຕການ ນີ້ອອກມາໃຊ້.