ພົບກະໂຫຼກຫົວຄົນໂບຮານ ຢູ່ຖ້ຳຜາລີງ
ການພົບເຫັນ ກະໂຫລກຫົວ ຂອງມະນຸສ ໂບຮານ ທີ່ຖ້ຳຜາລີງ ທາງພາກເຫນືອ ຂອງລາວ ສ້າງຄວາມ ສັບສົນ ໃຫ້ແກ່ ປວັດຄວາມເປັນມາ ຂອງ ຄົນເອເຊັຽ.
-
ສິດນີ
2012-08-24 -
-
-
Your browser doesn’t support HTML5 audio
ບົດຄວາມ ທີ່ພິມລົງໃນ ນິຕຍະສານ ການແພດ ສະຫະຣັຖ ໃນອາທີດນີ້ ໂດຍ ນັກວິທຍາສາດ ສະຫະຣັຖ ສອງທ່ານ ທີ່ໄດ້ບັລບາຍ ກ່ຽວກັບ ຫົວກະໂຫລກ ຄົນໂບຮານ ທີ່ພົບເຫັນ ໃນຖ້ຳຜາລີງ ພາກເຫນືອຂອງລາວ ທີ່ເຊຶ່ອວ່າ ມີອາຍຸຣະ ຫວ່າງ 63 ຫາ 46 ພັນປີ ສ້າງຄວາມສັບສົນ ໃນການຄາດຄະເນ ກ່ຽວກັບ ວິວັທນາການ ຄວາມເປັນມາ ຂອງ ຄົນເອເຊັຽ ຄົນທຳອິດ ທີ່ເຂົ້າມາໃນ ຂົງເຂດນີ້ ນັກວິຊາການ ຈາກປະເທດ ອອສເຕຣເລັຽ ທ່ານນື່ງ ຖແລງ.
ທ່ານວ່າ ເອເຊັຽ ກວມເອົາພື້ນທີ່ 1 ສ່ວນສາມ ຂອງໂລກ ແລະ ມີປະຊາກອນ 2 ສ່ວນສາມ ຂອງປະຊາກອນ ໂລກທັງຫມົດ ແຕ່ພວກເຮົາຍັງ ມີຄວາມຮູ້ຫນ້ອຍ ກ່ຽວກັບຄົນເອເຊັຽ ດຶກດຳບັນວ່າ ເວລາໃດແທ້ ທີ່ຄົນເອເຊັຽ ຄົນທຳອິດ ເຂົ້າມາໃນ ຂົງເຂດ ແຫ່ງນີ້.
ເມຶ່ອມີຂ່າວ ການພົບເຫັນ ກະໂຫລກຫົວ ຂອງ ຄົນເອເຊັຽໂບຮານ ຍຸຄໃໝ່ ຢູ່ຖ້ຳຜາລີງ ໃນເຂດພາກເຫນືອ ຂອງລາວ ເບີ່ງຄືວ່າ ຈະເປັນການ ລົບກວນ ໃນເຣື່ອງທິສດີ ທີ່ຜ່ານມາ ເນື່ອງຈາກວ່າ ດິນຂ້າງເທີງ ຈາກບ່ອນທີ່ ຫົວກະໂຫລກ ຢອງຢູ່ນັ້ນ ຖືກພັດເປົ່າ ຈາກການເວລາ ແລ້ວມີດິນໃຫມ່ ເຂົ້າມາແທນ ໃນຄວາມສູງຕໍ່າກວ່າ 1 ແມັດ ອາຍຸຂອງດິນ ໃນບໍຣິເວນນັ້ນ ທີ່ນັກວິທຍາສາດ ຄາດການວ່າ ປະມານ 48 ພັນປີ ແຕ່ອາຍຸຂອງ ຫົວກະໂຫລກ ຈາກການໃຊ້ radiocarbon ພິສູດຄາດວ່າ ມີຢູ່ປະມານ 63 ພັນປີ ສະແດງ ໃຫ້ເຫັນເຖິງ ຄວາມຜິດພາດ ໄດ້ຢ່າງຊັດເຈນ ວ່າເປັນຫຍັງ ກະໂຫລກຫົວຄົນ ຈຶ່ງມີອາຍຸ ຫລາຍກວ່າດີນ ຫລືວ່າ ກະໂຫລກຫົວ ດັ່ງກ່າວ ຖືກພັດມາຈາກ ບ່ອນອື່ນ ຫລັງຈາກ ທີ່ມິດີນ ບໍ່ດ່ັງນັ້ນ ການພົບເຫັນ ເປັນສິ່ງສຳຄັນ ຫລາຍ.