ຣົດໄຟຄວາມໄວສູງ ຍັງຢູ່ໃນແຜນພັທນາ

ສປປລາວ ຍັງມີໂຄງການ ຈະສ້າງ ທາງຣົດໄຟ ຄວາມໄວສູງ ຈາກຈີນຫາ ນະຄອນຫຼວງ ວຽງຈັນ ເພື່ອເຊື່ອມຕໍ່ ກັບທາງຣົດໄຟ ຂອງໄທ ນັ້ນຢູ່ ແລະ ຍັງຈະສ້າງ ຂົວຂ້າມ ແມ່ນ້ຳຂອງ ຕື່ມອີກ ສອງແຫ່ງ.

ໂຄງການສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຍັງຢູ່ໃນແຜນ ພັທນາ ຂອງຣັຖບານ ສປປ ລາວ RFA

ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ສປປລາວ ສເນີແຜນການ ດັ່ງກ່າວ ຕໍ່ກອງປະຊຸມ ເວທີ ເສຖກິດໂລກ ທີ່ບາງກອກ ໃນມື້ວານນີ້ ວ່າ: ບັນຫາ ກໍມີຢູ່ວ່າ ຣັຖບານລາວ ຈະເອົາເງິນ ມາຈາກໃສ ເພື່ອສ້າງຂົວ ຂ້າມແມ່ນ້ຳຂອງ ທັງສອງແຫ່ງ ແລະ ສ້າງທາງຣົດໄຟ ຄວາມໄວສູງ ນັ້ນ. ໃນການສ້າງຂົວ ມິຕພາບ ລາວ-ໄທ ໃນທີ່ຜ່ານມາ ອອສເຕຣເລັຍ ຊ່ວຍສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ່ນຶ່ງ ໃຫ້ລ້າໆ ແຫ່ງທີ່ສອງ ຣັຖບານ ລາວ-ໄທ ຢືມເງິນຈາກ ທະນາຄານ ຍີ່ປຸ່ນ ແຫ່ງທີ່ສາມ ໄທອອກທຶນ ສ້າງເກືອບທັງໝົດ ແລະ ແຫ່ງທີສີ່ ໄທແລະຈີນ ແບ່ງກັນ ອອກທຶນສ້າງ ຝ່າຍລະເຄິ່ງ.

ເປັນທີ່ ສັງເກດວ່າ ຣັຖບານລາວ ມີສ່ວນອອກທຶນ ເພື່ອສ້າງຂົວ ຂ້າມ ແມ່ນ້ຳຂອງ ພຽງແຫ່ງດຽວ ເທົ່ານັ້ນ ໃນຈໍານວນ 4 ແຫ່ງ. ສຳຣັບ ການສ້າງຂົວ ມິຕພາບ ອີກສອງແຫ່ງ ນັ້ນເດ່ ຣັຖບານລາວ ຈະມີເງິນ ສົມທົບ ໃນການກໍ່ສ້າງ ຫຼືບໍ່? ຈະເອົາມາຈາກໃສ? ຈະຢືມ ປະເທດໃດ?

ຫລາຍຄົນ ກໍອາດຈະມີ ຄຳຖາມດຽວກັບ ກ່ຽວກັບ ການສ້າງ ທາງຣົດໄຟ ຄວາມໄວສູງ ຜ່ານເຂົ້າລາວ ແລະ ຈີນ ໄດ້ຕົກລົງ ຈະໃຊ້ເງິນ ທັງໝົດ ເພື່ອສ້າງເຖິງ 7 ຕື້ ດອນລ່າ ສະຫະຣັຖ ໃນນັ້ນ ສປປ ລາວ ຈະຢືມເງິນ ຈາກຈີນ 30 ສ່ວນຮ້ອຍ ແລະ ຈີນຈະອອກທຶນ ສ່ວນທີ່ເຫລືອ 70 ສ່ວນຮ້ອຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org