ເຄືອຂ່າຍຄ້າຢາເສພຕິດ ຈາຍໜໍ່ຄໍາ
ເຈົ້າໜ້າທີ່ ແຂວງບໍ່ແກ້ວ ເຊື່ອວ່າ ຍັງມີ ສະມາຊິກ ເຄືອຂ່າຍ ຂອງ ທ້າວຈາຍ ໜໍ່ຄໍາ ເຄື່ອນໄຫວ ຢູ່ພາຍໃນແຂວງ
-
ໂພໄຊສວັດ
2012-07-09 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ເປີດເຜີຍຕໍ່ ວິທະຍຸ ເອເຊັຍເສຣີ ໃນມື້ວັນທີ 9 ກໍຣະກະດາ 2012 ນີ້ວ່າ ປັດຈຸບັນ ທາງເຈົ້າໜ້າທີ່ ເຊື່ອວ່າ ຍັງມີ ສະມາຊິກ ເຄືອຂ່າຍ ຄ້າຢາເສບຕິດ ຂອງທ້າວຈາຍ ໜໍ່ຄໍາ ນັກຄ້າ ຢາເສບຕິດ ລາຍໃຫຍ່ ຊາວພະມ່າ ທີ່ຖືກຈັບ ເຄື່ອນໄຫວ ຢູ່ພາຍໃນແຂວງ ຢ່າງຫລວງຫລາຍ ຊຶ່ງເປັນ ທັງຄົນລາວ ແລະ ຊາວຕ່າງຊາດ. ເຈົ້າໜ້າທີ່ເວົ້າວ່າ:
"ເຮົາກໍາລັງສືບ ກໍາລັງຄົ້ນຫາຢູ່ ມັນຕ້ອງມີ ພັກພວກ ເປັນເຄືອຂ່າຍ ໜໍ່ຄໍາ ມັນບໍ່ອາດ ກະທໍາ ຄົນດຽວໄດ້ ເຄືອຂ່າຍ ເຮົາກໍບໍ່ຮູ້ຈັກ".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ຫລັງຈາກທີ່ ທ້າວຈາຍ ໜໍ່ຄໍາ ຖືກຈັບ ເມື່ອທ້າຍເດືອນ ພຶສພາ 2012 ຜູ້ກ່ຽວກໍໄດ້ ໃຫ້ການວ່າ ມີສະມາຊິກ ສມັກພັກພວກ ສ່ວນໃຫຍ່ ຢູ່ຕ່າງປະເທດ ໃກ້ຄຽງ ແຕ່ບໍ່ໄດ້ ເປີດເຜີຍ ຂໍ້ມູນກ່ຽວກັບ ສມັກພັກພວກ ໃນລາວເລີຍ ແຕ່ຈາກການ ສອບສວນ ພົບວ່າ ຈາຍ ໜໍ່ຄໍາ ໄດ້ເຂົ້າມາ ໃນລາວຫລາຍເທື່ອ ດັ່ງນັ້ນ ຈຶ່ງເປັນໄປ ບໍ່ໄດ້ວ່າ ຈາຍ ໜໍ່ຄໍາ ຈະບໍ່ມີ ພັກພວກ ຢູ່ລາວເລີຍ.
ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ທາງການຍັງ ຊອກຫາ ເບາະແສ ເພື່ອພະຍາຍາມ ປາບປາມຈັບ ກຸ່ມເຄືອຂ່າຍ ອາສຍາກັມ ມາດໍາເນີນຄະດີ ຕາມກົດໝາຍ ຕໍ່ໄປ. ການປະຕິບັດ ໜ້າທີ່ ກໍຈະບໍ່ງ່າຍ ແຕ່ທາງການ ກໍຮຽກຮ້ອງໃຫ້ ປະຊາຊົນ ເປັນຫູເປັນຕາ ຊ່ວຍທາງການໄປນໍາ.
ຕາມສະຖິຕິ ຂອງທາງແຂວງ ບໍ່ແກ້ວ, ໃນປີ 2011 ທາງການ ສາມາດຈັບ ກຸ່ມນັກຄ້າ ຢາເສບຕິດໄດ້ 400 ກວ່າຄົນ, ຊຶ່ງຮວມທັງ ຊາວລາວ ແລະ ຊາວຕ່າງຊາດ ຮວມທັງໄທ ແລະພະມ່າ. ສໍາລັບປີ 2012 ຕັ້ງແຕ່ຕົ້ນປີ ຈົນຮອດເດືອນ ມິຖຸນາ ກໍສາມາດ ຈັບໄດ້ອີກ ຈໍານວນນຶ່ງ ແຕ່ຍັງບໍ່ທັນໄດ້ ເປີດເຜີຍ ລາຍລະອຽດ ຢ່າງໂຈ່ງແຈ້ງ ແລະ ເປັນທາງການເທື່ອ.