ລ້ຽງໝີເພີ່ອເຈາະນ້ຳບີ

ຮ້ານຂາຍບີໝີ ໃນແຂວງ ສວັນນະເຂຕ ພາກັນ ລ້ຽງໝີ ເພີ່ມຂຶ້ນ.

ຮ້ານຂາຍບີໝີ ຢູ່ແຂວງ ສວັນນະເຂຕ ຍັງເປີດກິຈກາຣ ຕລອດມາ ເຖີງແມ່ນວ່າ ມີກາຣ ວິພາກວິຈານ ອອກເປັນຂ່າວ ທີ່ວ່າ ຟາຣ໌ມລ້ຽງໝີ ທີ່ມີກາຣເຈາະ ເອົານ້ຳບີ ອອກມາເປັນ ສິນຄ້າ ໃນປີຜ່ານມາ ກໍຕາມ ແລະ ໃນຂນະດຽວກັນ ຈຳນວນໝີ ທີ່ລ້ຽງຢູ່ ໃນສະຖານທີ່ ແຫ່ງນັ້ນ ກໍມີ ຫລາຍກວ່າເກົ່າ ເພື່ອທີ່ຈະເຈາະ ເອົານ້ຳບີ ອອກມາຂາຍໄດ້ ຫລາຍຂຶ້ນ. ດັ່ງປະຊາຊົນ ທ້ອງຖີ່ນ ຜູ້ໜຶ່ງເວົ້າຕໍ່ ເອເຊັຽເສຣີວ່າ:

“ເປີດຢູ່ ຢູ່ບ່ອນໃໝ່ແລ້ວ ບ່ອນເກົ່າ ເຂົາຍ້າຍໄປ ບ່ອນໃໝ່ ຢູ່ບ່ອນໄປ ໂຮງໝໍ ແຂວງ ສວັນນະເຂຕ ມີສິບປາຍໂຕ ເອົາມາແຕ່ ຈາກລາວແນ່ ຈາກບ່ອນອື່ນແນ່ ມັນມາຈາກ ວຽຕນາມ ມາເລເຊັຽ ເອົາມາແຕ່ ໃນປ່າພຸ້ນແຫລະ”.

ພ້ອມດຽວກັນນີ້ ທ່ານກໍວ່າ ໃນປີຜ່ານມາ ຮ້ານຂາຍບີໝີ ມີໝີລ້ຽງຢູ່ ໃນຟາຣ໌ມແຕ່ 5-6 ໂຕ ເທົ່ານັ້ນ ແຕ່ເນື່ອງຈາກວ່າ ທາງຮ້ານມີ ກຳໄຣດີ ຈາກກາຣເຈາະ ເອົານ້ຳບີໝີ ອອກໄປຂາຍໄດ້ດີ ຈຶ່ງໄດ້ຊື້ເອົາໝີ ຈາກແຫ່ງອື່ນ ມາລ້ຽງໂຮມ ໃນບ່ອນດຽວກັນ ໂດຽມີກາຣ ຈ້າງຄົນວຽຕນາມ ມາກຳກັບນຳ ກາຣຂາຍນ້ຳບີໝີ ແຕ່ສະເພາະ ຜູ້ເປັນ ເຈົ້າຂອງນັ້ນ ກໍບໍ່ຮູ້ວ່າ ແມ່ນໃຜກັນແທ້ ພຽງແຕ່ວ່າ ຄົງບໍ່ແມ່ນ ບຸຄຄົນທັມດາ ແນ່ນອນ.

ຊາວລາວ ຜູ້ເຫັນເຫຕກາຣ ໄດ້ແຈ້ງເພີ່ມວ່າ ໝີທີ່ຖືກລ້ຽງ ຢູ່ໃນຟາຣ໌ມ ແຫ່ງນີ້ ຈະມີສະພາບ ຫີວແລະໂຊ ທີ່ອາຈຖືກ ຄົນລ້ຽງ ສັກຢາສລົບໃຫ້ ກໍເປັນໄດ້ ເພື່ອຈະສາມາຕ ໃຊ້ເຂັມເຈາະດູດ ເອົານ້ຳບີຂອງ ມັນອອກມາ ເປັນສິນຄ້າ ໂດຽທີ່ບໍ່ຄຳນຶງ ເຖີງຄວາມເຈັບປວດ ຂອງສັຕ ແຕ່ຢ່າງ ໃດ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org