ທ່ານຮອງປະເທດລາວ ໄປຮ່າໂນ້ຍ

ທ່ານ ຮອງ ປະທານ ປະເທດ ສປປລາວ ໄປ ກຸງຮ່າໂນ້ຍ ເພື່ອສລອງວັນ ເຊັນ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ລາວ-ວຽດນາມ ຄົບຮອບ 35 ປີ.

ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ສປປລາວ LPDR

ທ່ານ ຫງວຽນ ຊິງ ຮຸ່ງ ປະທານ ສະພາ ແຫ່ງຊາດ ວຽດນາມ ພົບປະກັບ ທ່ານ ບຸນຍັງ ວໍລະຈິດ ຮອງ ປະທານ ປະເທດ ສປປລາວ ພາຍຫລັງ ໄດ້ເຂົ້າຮ່ວມ ງານສລອງ ວັນສ້າງຕັ້ງ ສາຍພົວພັນ ການທູຕ ຣະຫວ່າງ ລາວ ແລະ ວຽດນາມ ຄົບຮອບ 50 ປີ ແລະ ວັນເຊັນ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ລາວ-ວຽດນາ ມຄົບຮອບ 35 ປີ ຊຶ່ງໄດ້ຈັດຂຶ້ນ ທີ່ ກຸງຮ່າໂນ້ຍ ປະເທດ ວຽດນາມ ໃນວັນພຸດ. ຕາມຣາຍງານ ຂອງອົງການ ຂ່າວ Xinhua ຂອງ ທາງການຈີນ ຈາກ ກຸງຮ່າໂນ້ຍ ໃນວັນທີ 18 ກໍຣະກະດາ 2012 ນີ້.

ໃນຣະຫວ່າງ ການພົບປະ ທ່ານ ຫງວຽນ ຊິງ ຮຸ່ງ ວ່າ ການມາຢ້ຽມຢາມ ວຽດນາມ ຂອງຮອງ ປະທານ ປະເທດລາວ ມີຄວາມສໍາຄັນ ຕໍ່ຜົນສໍາເຣັດ ຂອງ ການສລອງ 2 ວັນ ພິເສດ ດັ່ງກ່າວ ແລະ ໄດ້ຢໍ້າເຖິງ ຜົນສໍາເຣັດ ຂອງການ ພົບປະ ເຈຣະຈາ ຣະຫວ່າງ ທ່ານ ຫງວຽນ ທິ ດ້ວນ ຮອງປະທານ ປະເທດ ວຽດນາມ ແລະ ທ່ານ ບຸນຍັງ ວໍລະຈິດ ຊຶ່ງ ວ່າເປັນການ ປະກອບສ່ວນ ເຂົ້າໃນການ ຮັດແໜ້ນ ສາຍພົວພັນ 2 ຝ່າຍ ຢ່າງຮອບດ້ານ ຣະຫວ່າງ 2 ພັກ 2 ຣັດ ແລະ ປະຊາຊົນ 2 ປະເທດ ແລະ ອໍານວຍ ຄວາມສະດວກ ໃຫ້ແກ່ ການປົກປັກ ຮັກສາ ສາຽພົວພັນ ມິຕພາບ ແລະ ຄວາມສາມັກຄີ ພິເສດ ຣະຫວ່າງ 2 ຊາດ ອ້າຍນ້ອງ ວຽດນາມ-ລາວ.

ລາວ - ວຽດນາມ ສ້າງຕັ້ງ ສາຍພົວພັນ ການທູຕ ໃນວັນທີ 5 ກັນຍາ 1962 ແລະ ສປປລາວ ໄດ້ເຊັນ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ກັບ ສສວຽດນາມ ໃນວັນທີ 18 ກໍຣະກະດາ 1977  ຊຶ່ງ ຂ່າວພາຍໃນ ພັກ ວ່າ ຜູ້ນໍາພັກ ຄອມມິວນິສ ວຽດນາມ ແລະ ພັກ ປະຊາຊົນ ປະຕິວັດລາວ ໄດ້ຕົກລົງ ເຫັນດີ ລຽບລ້ອຍ ນໍາກັນ ກ່ອນໜ້ານັ້ນ ແລ້ວ 1 ວັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org