ເຣື້ອງທີ່ເກັບບັນທຶກໄວ້
2009-12-23
ບໍຣິສັດຢາງ ວຽດ-ລາວ ຈະໄດ້ຮັບອະນຸຍາດ ສ້າງໂຮງງານປຸງແຕ່ງ ຢາງພາຣາ ຢູ່ແຂວງຈຳປາສັກ ໃນໄວໆນີ້.
2009-12-22
ນະຄອນຫລວງວຽງຈັນ ເຫັນດີໃຫ້ບໍຣິສັດ ຈາກວຽດນາມ ສຶກສາຄວາມເປັນໄປໄດ້ ຂອງໂຄງການພັທນາໜອງທາ.
2009-12-07
ສປປລາວ ອາຈຫລຸດຈໍານວນ ການສົ່ງເຂົ້າອອກ ເນື່ອງຈາກວ່າ ການຜລິດ ອາຈບໍ່ພຽງພໍ ກັບຄວາມຕ້ອງການ
2009-11-24
ອັຕຣາການຄ້າສອງຝ່າຍ ລາວ-ຈີນ ໃນປີ2009 ມີການຂຍາຍຕົວ ຂື້ນຢ່າງຕໍ່ເນື່ອງ ເປັນເພາະວ່າຈີນໄດ້ ສົ່ງສີນຄ້າຂາຍໃນລາວ ຫລາຍຂື້ນ ແລະໃນຂນະດຽວກັນ ຈີນກໍ່ໄດ້ນຳເຂົ້າສີນຄ້າ ປະເພດແຮ່ທາດຈາກລາວ ຢ່າງຫລວງຫລາຍ ຊື່ງອັຕຣາການຄ້າ ສອງຝ່າຍ ໃນຊ່ວງເດືອນກັນຍາ ປີ 2009 ຈີນ ໄດ້ສົ່ງອອກສີນຄ້າ ໄປຂາຍໃຫ້ລາວ ແລະໄດ້ນຳເຂົ້າສີນຄ້າ ຈາກລາວ ທີ່ຕົກເປັນມູນຄ່າປະມານ 55ພັນລ້ານໂດລາ ແລະມູນຄ່າການຄ້າສອງຝ່າຍ ຈາກເດືອນມົກຣາ ຫາເດືອນກັນຍາ ຣະຫວ່າງ ລາວກັບຈີນ ຕົກຢູ່ປະມານ 505ພັນລ້ານໂດລາ ເພີ້ມຂື້ນ74.4%.
2009-11-11
ພັຍນ້ຳຖ້ວມປີນີ້ ໄດ້ສ້າງຜົລກະທົບ ຕໍ່ຊາວກະສິກອນ ແຂວງໄຊຍະບຸຣີ ຢ່າງຫລວງຫລາຍ ເຮັດໃຫ້ກາຣຜລິຕ ເຂົ້ານາປີບໍ່ໄດ້ ຕາມຄາດໝາຍ.
2009-11-02
ທາງກາຣ ສປປລາວ ອະນຸຍາຕ ໃຫ້ມີກາຣລົງທຶນ ໃນປະເທສກວ່າ 200 ໂຄງກາຣ ມູລຄ່າຮວມ 4,300 ລ້ານດອລລາຣ໌ ໃນ 9 ເດືອນຂອງປີ 2009 ນີ້.
2009-10-30
ກາຣລົງທຶນ ຂອງນັກທຸຣະກິຈ ທັ້ງພາຍໃນ ແລະ ຕ່າງປະເທສ ຢູ່ລາວມີແນວໂນ້ມ ເພີ່ມຂຶ້ນໃນປີ 2010.
2009-10-27
ໃນປີນີ້ ຕ່າງປະເທດ ເຂົ້າໄປລົງທຶນ ຢູ່ແຂວງຊຽງຂວາງ ຫລາຍຂື້ນ, ຈີນເປັນຜູ້ລົງທຶນ ຫລາຍກວ່າໝູ່ ລອງລົງມາແມ່ນ ວຽດນາມ ແລະ ທີ່ສາມໄດ້ແກ່ໄທ.
2009-10-08
ທາງກາຣ ສປປລາວ ແລະໄທຽ ກຳລັງຕຣຽມເພື່ອ ປະຕິບັຕຕາມ ຂໍ້ຕົກລົງກາຣຄ້າ ເສຣີອາຊ໊ຽນ ຮ່ວມກັນເພື່ອປົກປ້ອງ ຜົລຜລິຕກະສິກັມ ແລະແກ້ໄຂບັນຫາ ກາຣເກັບຄ່າພາສີ ສິນຄ້າກາຣກະເສຕ ຣະຫວ່າງ ສອງປະເທສ.
2009-09-29
ສປຈີນ ເປັນປະເທດ ອັນດັບ2 ໃນບັນດາປະເທດ ທີ່ເຂົ້າມາ ລົງທຶນຢູ່ລາວ ແລະກຳລັງຈະກາຍເປັນ ອັນດັບ1 ໃນບໍ່ຊ້ານີ້.
2009-09-18
ທາງກາຣ ແຂວງຫລວງພຣະບາງ ສົ່ງເສີມໃຫ້ ປະຊາຊົນ ປູກພືຊທີ່ກັ່ນ ເປັນນ້ຳມັນ ຫລືພືຊເສຖກິຈ.
2009-09-17
ການບຸກເບີກທີ່ດິນ ປູກຢາງພາຣາ ຢູ່ແຂວງຫລວງນ້ຳທາ ຂອງລາວ ເກີນຂອບເຂດຫລາຍກວ່າ 300ເຮັກຕາ.
2009-09-15
ຊາວກະສິກອນ ທີ່ແຂວງຜົ້ງສາລີ ຍັງລັກລອບນຳເອົາ ສານເຄມີ ທີ່ເປັນອັນຕະຣາຍ ຈາກຈີນ ເພື່ອໃຊ້ໃນການ ກຳຈັດສັຕຣູພືຊ ແລະ ທຳລາຍຕົ້ນໄມ້ໃຫຍ່.
2009-09-03
ບັນດານັກ ທຸຣະກິດ ວຽດນາມ ຮຽກຮ້ອງໃຫ້ ທາງການລາວ ໃຫ້ຄວາມສດວກ ແກ່ຊາວຕ່າງປະເທດ ທີ່ເຂົ້າມາລົງທຶນ ຢູ່ລາວ. ຕາມຣາຍງານຂ່າວ Thanhnien News.
2009-08-24
ປັດຈຸບັນ ມີຊາວຕ່າງດ້າວ ຈາກປະເທດຈີນ ແລະ ວຽດນາມ ລັກລອບ ຢູ່ປະເທດລາວ ຫລາຍເພີ້ມຂຶ້ນ, ຊຶ່ງສວຍໂອກາດ ດໍາເນີນທຸຣະກິດ ຂນາດນ້ອຍ-ຂນາດກາງ ແລະ ຍາດອາຊີບ ທີ່ສງວນໄວ້ ໃຫ້ຄົນລາວ ໄປຢ່າງຫລວງຫລາຍ, ອີງຕາມຣາຍງານ ຈາກທ້ອງຖິ່ນ ໃນມື້ວັນທີ 23 ສິງຫານີ້.