ແຂວງຫົວພັນ ບໍ່ສາມາດດໍານາປີ
2010.10.07
ກົດຟັງສຽງ
ກາຣທີ່ຊາວ ກະສິກອນ ແຂວງຫົວພັນ ບໍ່ສາມາດ ດໍານາປີ ແລະປູກພືຊໄດ້ ຕາມຣະດູກາຣ ຍ້ອນປະສົບ ກັບພັຍແລ້ງ ປີນີ້ນັ້ນ ເຮັດໃຫ້ທາງ ແຂວງຫົວພັນ ຂາດແຄນເຂົ້າກິນ ປະມານ 80,000 ຕັນ ພ້ອມຍັງເຮັດໃຫ້ ເຂົ້າມີຣາຄາສູງ ຂຶ້ນກວ່າເກົ່າ.
ກ່ຽວກັບເຣື່ອງນີ້ ທ່ານພູວົງ ສີສົມສັກ ຮອງຫົວໜ້າຜແນກ ກະສິກັມ ແລະປ່າໄມ້ ປະຈຳແຂວງຫົວພັນ ໄດ້ກ່າວວ່າ:
"ສະພາບດິນຟ້າ ອາກາສ ກໍຖືວ່າໄດ້ຮັບ ຜົລກະທົບ ພໍສົມຄວນ ປາກົດວ່າປີນີ້ ພັຍແລ້ງຖືວ່າຍາວ ຖ້າທຽບໃສ່ ປີຜ່ານມາ ເນື້ອທີ່ ຜລິຕເຂົ້ານາປີ ພວກເຮົາກໍບໍ່ສາມາດ ເຮັດໄດ້ຕາມແຜນ ກາຣເສັຽຫາຍນີ້ ບາງບ່ອນກໍເປັນ ເນື້ອທີໆຍັງບໍ່ໄດ້ ປັກດໍາ ແລະກໍມີບາງບ່ອນ ປັກດໍາ ຫລືວ່າປູກແລ້ວ ພັຍແລ້ງ ກໍຍາວຫລາຍ ກໍຖືວ່າ ຖືກເສັຽຫາຍ".
ພ້ອມດຽວກັນນີ້ ທ່ານພູວົງ ກໍວ່າ ເພື່ອແກ້ໄຂບັນຫາ ດັ່ງກ່າວ ທາງຜແນກກະສິກັມ ແລະປ່າໄມ້ ໄດ້ປັບປຸງ ຣະບົບຊົລປະທານ ທີ່ມີຢູ່ ໃຫ້ສາມາດ ໃຊ້ງານໄດ້ ຕາມປົກກະຕິ ພ້ອມກັບໄດ້ຊື້ ແນວພັນທີ່ ປັບປຸງ ໃໝ່ ຈາກຕ່າງປະເທສ ເພື່ອແຈກຢາຍໃຫ້ ຊາວກະສິກອນ ເປັນກາຣທົດແທນຜົລ ທີ່ເສັຽຫາຍໄປ ຈາກພັຍ ທັມມະຊາຕນັ້ນ ພ້ອມກັບໃຫ້ ກາຣແນະນຳ ຊາວກະສິກອນ ເອົາໃຈໃສ່ປັກດໍາ ເຂົ້ານາ ແລະຮັກສາ ບໍ່ໃຫ້ມີສັຕຣູພືຊ ມາທຳລາຍ ແຕ່ຢ່າງໃດ.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວເນັ້ນ ດ້ານກາຣຄົ້ນຄວ້າ ແລະຫາວິທີກາຣ ຮັບມື ຕໍ່ຜົລກະທົບຕ່າງໆ ພ້ອມຍັງໄດ້ສົ່ງ ນັກວິຊາກາຣ ໃນແຕ່ລະເມືອງ ລົງພື້ນທີ່ ເພື່ອໃຫ້ຄຳແນະນຳ ແກ່ ປະຊາຊົນ ໃນກາຣ ຜລິຕຢູ່ເລື້ອຽໆ.