ປະຊາຊົນ ໄດ້ຮັບຜົລກະທົບ ຈາກການໃຫ້ສັມປະທານ ທີ່ດິນ ແກ່ຊາວຕ່າງປະເທດ

ກາຣໃຫ້ ສັມປະທານ ທີ່ດິນ ແກ່ຊາວຕ່າງປະເທດ ເຂົ້າມາລົງທຶນ ຍິ່ງເຮັດໃຫ້ ປະຊາຊົນລາວ ສ່ວນໜື່ງໄດ້ຮັບ ຄວາມລຳບາກ ຫລາຍຂື້ນ.

ທ່ານ​ ຄຳ​ອ້ວນ ບຸບຜາ, ຣັຖມົນຕຣີ ປະຈຳ​ສຳນັກງານ ​ນາຍົກ ຣັຖມົນຕຣີ ​ແລະ ​ຫົວໜ້າ ​ອົງກາຣ ຄຸ້ມ​ຄອງ ​ທີ່​ດິນ ​ແຫ່ງ​ຊາຕລາວ ​ວ່າ: ສະພາບ​ ກາຣລົງທຶນ ​ຂອງ​ຕ່າງປະ​ເທດ ​ໃນ​ດ້ານພັທນາ ​ກະສິກັມ ​ໂດຽສະ​ເພາະ ​ກາຣປູກຝັງ ​ແລະ​ ລ້ຽງສັຕ ​ແລະ ​ກາຣປູກ​ຕົ້ນ​ໄມ້ ​ອຸຕສາ​ຫະກັມ ​ອື່ນໆ ​ຍັງ​ເປັນ​ປາກົດກາຣ ຫຍໍ້​ທໍ້ ​ຕລອດ​ມາ ຍ້ອນ​ວ່າ ​ຜູ້​ໄດ້​ຮັບ ​ສັມປະທານ ​ທີ່​ດິນ​ ສ່ວນ​ຫລາຍ ​ແມ່ນ​ ປະຕິບັຕ ​ແບບ​ທີ່​ຮູ້​ກັນ ​ດີ​ວ່າ: "1 + 4" ຊື່​ງມີ ​ຄວາມ​ໝາຍ ວ່າ ປະຊາຊົນ ​ເປັນ​ຜູ້​ອອກ​ແຮງ​ງານ. ສ່ວນ​ ຜູ້​ລົງທຶນ ​ນັ້ນ ນອກຈາກ ​ທີ່​ວ່າ ​ມີ​ເງີ​ນ​ແລ້ວ ​ຍັງ​ມີ​ທີ່​ດິນ ມີ​ເທັຄນິຄ ວິທຍາ​ກາຣ ​ແລະ ​ມີ​ກາຣຕລາດ.

ບັນຫາ ​ດັ່ງກ່າວ​ນີ້ ​ເຮັດ​ໃຫ້​ ປະຊາຊົນ​ລາວ ໄດ້​ຮັບ ​ຜົລປະ​ໂຍດ ​ນ້ອຍ​​ເກີນ​ໄປ ​ເຖີງຂັ້ນ ທີ່​ວ່າ ​ບໍ່​ສາມາດ ​ແກ້​ໄຂ ​ຄວາມ​ຍາກຈົນ ​​ໃຫ້​ໄດ້​ເທົ່າ ​ທີ່​ຄວນ ດັ່ງ​ຈະ​ເຫັນ​ໄດ້ ​ຈາກ ​ກາຣ​ເປີດ​ເຜີຽ ຂອງ​ຊາວ ​ກະສິກອນ ​ຜູ້​ໜື່ງ ທີ່​ວ່າ: ຕົນ​ເຄີຽມີ ຣາຍຮັບ​ ບໍ່​ຕໍ່າ​ກວ່າ 50 ລ້ານ​ກີບ ​ຕໍ່​ປີ ​ຈາກ​ຜົລຜລິ​ຕ ກະສິກັມ​ ໃນທີ່ດິນ ​ຂອງ​ຕົນ​ເອງ ​ໃນ​ເມື່ອ​ກ່ອນ ​ແຕ່​ ພາຍຫລັງ ​ທີ່​ກາຍ​ມາ​ເປັນ ​ກັມມະກອນ ​ໃນ​ໂຄງກາຣ ຂອງ​ກາຣລົງທຶນ ​ຊາວ​ຕ່າງປະ​ເທດ ​ໃນ​ດິນ​ ຕອນ​ດຽວ​ກັນ ນັ້ນ ​ເຮັດ​ໃຫ້​ຕົນ ​ມີຣາຍຮັບ ​ປະມານ 20,000-25,000 ກີບ​ ຕໍ່​ມື້ ​ຊື່ງ ກໍ​ໝາຍ​ຄວາມ ​ວ່າ: ຕົນ ​ຈະ​ມີຣາຍຮັບ​ ພຽງ​ປະມານ 900,000 ກີບ ​ເທົ່າ​ນັ້ນ ຖ້າ​ເຮັດ​ວຽກ ​ທຸ​ກໆ​ມື້ ຕລອດ​ປີ.​


ນອກຈາກ​ນັ້ນ ທາງ​ເຈົ້າໜ້າ​ທີ່​ ສປປລາວ ຍັງ​ໄດ້​ກ່າວ​ເຖີງ ບັນຫາ ​ອື່ນໆ​ຫລາຍ​ຢ່າງ ​ເຊັ່ນ: ກາຣຈັບ​ຈອງ​ທີ່​ດິນ​ ໂດຽບໍ່​ໄດ້​ຮັບ ​ອະນຸ​ຍາຕ ກາຣຕັດ​ໄມ້​ ແບບ​ຟຸມ​ເຟືອຍ ກາຣສັມປະທານ​ດິນ ກວ້າງ ​ທີ່​ກວມ ​ເອົາ​ເນື້ອ​ທີ່ ​ຂອງ​ປະຊາຊົນ ​ແລະ ​ກາຣ​ເອົາ ​ພື້ນ​ທີ່​ດິນ ​ຂອງ​ຊາຕ ມາ​ເປັນ ສົມ​ບັຕ ຂອງ​ ສ່ວນ​ບຸ​ຄຄົນ ຍ້ອນ​ວ່າ​ບໍ່​ມີ​ ກາຣ​ເຄົາຣົພ​ ແລະ ​ຂາດ​ຄວາມ​ຍຸຕິ​ທັມ ​ໃນ​ລາວ ​ນັ້ນ​ເອງ.