ປະຊາຊົນ ໄດ້ຮັບຜົລກະທົບ ຈາກການໃຫ້ສັມປະທານ ທີ່ດິນ ແກ່ຊາວຕ່າງປະເທດ

ກາຣໃຫ້ ສັມປະທານ ທີ່ດິນ ແກ່ຊາວຕ່າງປະເທດ ເຂົ້າມາລົງທຶນ ຍິ່ງເຮັດໃຫ້ ປະຊາຊົນລາວ ສ່ວນໜື່ງໄດ້ຮັບ ຄວາມລຳບາກ ຫລາຍຂື້ນ.

ທ່ານຄຳອ້ວນ ບຸບຜາ, ຣັຖມົນຕຣີ ປະຈຳສຳນັກງານ ນາຍົກ ຣັຖມົນຕຣີ ແລະ ຫົວໜ້າ ອົງກາຣ ຄຸ້ມຄອງ ທີ່ດິນ ແຫ່ງຊາຕລາວ ວ່າ: ສະພາບກາຣລົງທຶນ ຂອງຕ່າງປະເທດ ໃນດ້ານພັທນາ ກະສິກັມ ໂດຽສະເພາະ ກາຣປູກຝັງ ແລະລ້ຽງສັຕ ແລະ ກາຣປູກຕົ້ນໄມ້ ອຸຕສາຫະກັມ ອື່ນໆ ຍັງເປັນປາກົດກາຣ ຫຍໍ້ທໍ້ ຕລອດມາ ຍ້ອນວ່າ ຜູ້ໄດ້ຮັບ ສັມປະທານ ທີ່ດິນສ່ວນຫລາຍ ແມ່ນປະຕິບັຕ ແບບທີ່ຮູ້ກັນ ດີວ່າ: “1 + 4” ຊື່ງມີ ຄວາມໝາຍ ວ່າ ປະຊາຊົນ ເປັນຜູ້ອອກແຮງງານ. ສ່ວນຜູ້ລົງທຶນ ນັ້ນ ນອກຈາກ ທີ່ວ່າ ມີເງີແລ້ວ ຍັງມີທີ່ດິນ ມີເທັຄນິຄ ວິທຍາກາຣ ແລະ ມີກາຣຕລາດ.


ບັນຫາ ດັ່ງກ່າວນີ້ ເຮັດໃຫ້ປະຊາຊົນລາວ ໄດ້ຮັບ ຜົລປະໂຍດ ນ້ອຍ​​ເກີນໄປ ເຖີງຂັ້ນ ທີ່ວ່າ ບໍ່ສາມາດ ແກ້ໄຂ ຄວາມຍາກຈົນ ​​ໃຫ້ໄດ້ເທົ່າ ທີ່ຄວນ ດັ່ງຈະເຫັນໄດ້ ຈາກ ກາຣເປີດເຜີຽ ຂອງຊາວ ກະສິກອນ ຜູ້ໜື່ງ ທີ່ວ່າ: ຕົນເຄີຽມີ ຣາຍຮັບບໍ່ຕໍ່າກວ່າ 50 ລ້ານກີບ ຕໍ່ປີ ຈາກຜົລຜລິຕ ກະສິກັມໃນທີ່ດິນ ຂອງຕົນເອງ ໃນເມື່ອກ່ອນ ແຕ່ພາຍຫລັງ ທີ່ກາຍມາເປັນ ກັມມະກອນ ໃນໂຄງກາຣ ຂອງກາຣລົງທຶນ ຊາວຕ່າງປະເທດ ໃນດິນຕອນດຽວກັນ ນັ້ນ ເຮັດໃຫ້ຕົນ ມີຣາຍຮັບ ປະມານ 20,000-25,000 ກີບຕໍ່ມື້ ຊື່ງ ກໍໝາຍຄວາມ ວ່າ: ຕົນ ຈະມີຣາຍຮັບພຽງປະມານ 900,000 ກີບ ເທົ່ານັ້ນ ຖ້າເຮັດວຽກ ທຸກໆມື້ ຕລອດປີ.


ນອກຈາກ
ນັ້ນ ທາງເຈົ້າໜ້າທີ່ສປປລາວ ຍັງໄດ້ກ່າວເຖີງ ບັນຫາ ອື່ນໆຫລາຍຢ່າງ ເຊັ່ນ: ກາຣຈັບຈອງທີ່ດິນໂດຽບໍ່ໄດ້ຮັບ ອະນຸຍາຕ ກາຣຕັດໄມ້ແບບຟຸມເຟືອຍ ກາຣສັມປະທານດິນ ກວ້າງ ທີ່ກວມ ເອົາເນື້ອທີ່ ຂອງປະຊາຊົນ ແລະ ກາຣເອົາ ພື້ນທີ່ດິນ ຂອງຊາຕ ມາເປັນ ສົມບັຕ ຂອງສ່ວນບຸຄຄົນ ຍ້ອນວ່າບໍ່ມີກາຣເຄົາຣົພແລະ ຂາດຄວາມຍຸຕິທັມ ໃນລາວ ນັ້ນເອງ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org