ໄຊຍະບູຣີ ແກ້ບັນຫາ ສາລີ ຕົກຄ້າງ ດ້ວຍກາຣ ສົ່ງອອກ ໃນຣາຄາຕໍ່າ
2009.02.19
ໃນຣະຍະຜ່ານມາ ທາງແຂວງ ໄຊຍະບູຣິ ໄດ້ປະສົບກັບ ບັນຫາທີ່ມີເຂົ້າ ໂພດສາລີຕົກຄ້າງ ຢ່າງຫລວງຫລາຍ ຍ້ອນຣາຄາຕາມ ຕລາດຕົກຕໍ່າລົງ ເຖີງ 50% ຈົນໃນທີ່ສຸດຈື່ງ ໄດ້ຈັດສົ່ງໄປຂາຍ ໃຫ້ທາງວຽຕນາມ ໃນຣາຄາທີ່ຖືກ ກວ່າກາຣຂາຍແບບ ທັມມະດາ
ດັ່ງເຈົ້າໜ້າທີ່ຈາກ ຫ້ອງກາຣສົ່ງເສີມ ກາຣຜລີຕແລະກາຣຄ້າ ແຜນກອຸຕສາຫະກັມ ປະຈຳແຂວງ ໄດ້ກ່າວ່າ:
“ພວກເຮົາຂາຍອອກ ໄປທາງຊຽງຂວາງ ໄປວຽຕນາມ ພໍມີກຳໄຣແຕ່ ກຳໄຣມັນນ້ອຍ ຂາຍ 4 ບາທຕໍ່ກິໂລ ທຸນມັນຢູ່ປະມານ 3 ບາທກວ່າໆ ມັນກໍໄດ້ 4 ບາທດຽວນີ້ (ແລະ) ດຽວນີ້ມັນ ທະຍອຍອອກທຸກວັນ (ມື້) ແຕ່ປາກົດວ່າ ອອກຫລາຍຢູ່”
ສຳຫລັບກາຣຂາຍນີ້ ທ່ານກໍວ່າທາງກາຣ ແຂວງໄຊຍະບູຣີ ຈະບໍ່ເປັນຝ່າຍ ຈັດຂາຍໂດຽກົງ ໄປຍັງວຽຕນາມ ເນື່ອງຈາກວ່າມີ ພວກພໍ່ຄ້າຈາກ ແຂວງຊຽງຂວາງ ຈະມາຮັບເອົາ ເພື່ອສົ່ງໄປຂາຍ ຕໍ່ຢູ່ວຽຕນາມ ແລະປັຈຈຸບັນນີ້ ກໍບໍ່ສາມາດ ໃຫ້ຣາຍລະອຽດ ໄດ້ເທື່ອວ່າມີ ສາລີຕົກຄ້າງ ເປັນຈຳນວນຫລາຍ ເທົ່າໃດແທ້.
ພ້ອມດຽວກັນນີ້ ທາງແຂວງຜົ້ງສາລີ ກໍວ່າມີກາຣ ແກ້ໄຂບັນຫາ ສາລີຄ້າງແບບ ດຽວກັນດ້ວຍ ກາຣສົ່ງອອກໄປ ຍັງວຽຕນາມເຊັ່ນກັນ
ດັ່ງເຈົ້າໜ້າທີ່ ຫ້ອງກາຣຄ້າແຜນກ ອຸຕສາຫະກັມ ປະຈຳແຂວງໄດ້ ໃຫ້ຄວາມເຫັນວ່າ:
“ດຽວນີ້ຈັດສົ່ງ ໝົດແລ້ວ ສົ່ງອອກໝົດແລ້ວ ສາລີ ບໍ່ມີເຫລືອຢູ່ ແລ້ວເດີ໊ ສົ່ງໄປວຽຕນາມໝົດ ມີຫລາຍຣາຄາ ຊື່ງສູງສຸດກໍ 1,200 ກີບຕໍ່ກິໂລ”
ກາຣທີ່ມີ ສາລີ ເຫລືອຕົກຄ້າງຢ່າງ ຫລວງຫລາຍດັ່ງກ່າວ ເກີດຈາກຜົລກະທົບ ດ້ານວິກີຕກາຣ ເງີນຂອງທາງກາຣ ສະຫະຣັຖ ທີ່ເຮັດໃຫ້ສິນຄ້າ ດ້ານກະສິກັມ ໃນທົ່ວໂລກຫລຸດ ຕໍ່າລົງເຊັ່ນກັນ ແມ້ກະທັ້ງຈຳພວກ ເຂົ້າໂພດສາລີ ໃນເມືອງລາວ ແລະວ່າ ທາງກາຣກ່ຽວຂ້ອງ ກໍພຍາຍາມສະສາງ ຈັດສົ່ງໄປຂາຍ ໃຫ້ວຽຕນາມ ໃນຣາຄາຖືກໆ ເຊັ່ນກັນ!!