ແຂວງຫົວພັນ ສົ່ງເສີມການປູກ ພືດໝຸນວຽນ ແທນການ ປູກສາລີ
2009.02.20
ພາຍຫລັງ ໄດ້ມີການແກ້ໄຂ ບັນຫາໝາກສາລີ ທີ່ຕົກຄ້າງ ຂອງຊາວກະສິກອນ ແຂວງຫົວພັນ ດ້ວຍການສົ່ງຂາຍ ໄປຍັງປະເທດ ວຽດນາມ ໂດຍທີ່ໄດ້ຣາຄາ ໃນລະຫວ່າງ ກິໂລລະ 1,200 ຫາ 1,700 ກີບແລ້ວ ທາງແຂວງ ກໍໄດ້ສົ່ງເສີມ ປະຊາຊົນ ປູກພືດໝຸນວຽນ ຕື່ມດ້ວຍການໃຫ້ ຄວາມຮູ້ກ່ຽວກັບ ການປູກພືດຕ່າງໆ ແກ່ພວກເຂົາເຈົ້າ.
ກ່ຽວກັບເລື່ອງ ດັ່ງກ່າວ ພະນັກງານ ຜະແນກອຸດສາຫະກັມ ແລະການຄ້າ ແຂວງຫົວພັນໄດ້ ເປີດເຜີຍໃຫ້ຮູ້ວ່າ
ພວກເຮົາລິເລີ່ມ ສົ່ງເສີມຕື່ມ ຢູ່ໃນຂະໜາດ ທີ່ວ່າປີກາຍ ຫັ້ນຫລືວ່າຫລຸດ ປີກາຍ ຈະໃຫ້ເຮັດເປນໄຮ່ ໝຸນວຽນຫລາຍກວ່າ ເພາະວ່າຄັນຈະ ທຳລາຍປ່າໄມ້ເຮັດ ປູກສາລີ ປ່າໄມ້ເສັຍໝົດ ກໍຈະເປັນໄປບໍ່ໄດ້ ຍານາງວ່າ ທາງການແຂວງ ຫົວພັນ ຢາກໃຫ້ ປະຊາຊົນ ທີ່ເຄີຍປູກສາລີ ເປັນອາຊີບນັ້ນ ຫັນມາປູກພືດ ໝຸນວຽນຕື່ມ ຢູ່ໃນພື້ນທີ່ເກົ່າ ຂອງຕົນ ແທນທີ່ວ່າ ຈະປູກສາລີ ນັ້ນຕະຫລອດປີ.
ສຳລັບຈຸດປະສົງ ຂອງການສົ່ງເສີມ ທີ່ທາງແຂວງ ຢາກໃຫ້ປະຊາຊົນ ຫັນໄປປູກພືດ ໝຸນວຽນແນວອື່ນ ແທນນັ້ນ ກໍມີຮວມທັງ ໝາກທົ່ວເຫລືອງ ຕະຫລອດເຖິງການ ລ້ຽງສັດນຳດ້ວຍ ດັ່ງ ຍານາງ ໄດ້ກ່າວຕື່ມ ອີກວ່າ
ໃຫ້ໄປຕັ້ງໃຈ ຫລືວ່າສົນໃຈກັບການ ລ້ຽງສັດ ແລະກໍ ປູກພືດອື່ນໆ ຄືປູກທົ່ວເຫລືອງ ບໍ່? ຫລືຢ່າງອື່ນ? ແນວນັ້ນບໍ່ຢາກ ໃຫ້ປູກແຕ່ສາລີ
ເຖິງຢ່າງໃດ ກໍດີ ການສົ່ງເສີມໃຫ້ ປະຊາຊົນ ທີ່ເຄີຍປູກສາລີ ເປັນອາຊີບຫັນມາ ປູກພືດໝຸນວຽນ ຕື່ມນັ້ນ ຍານາງ ກໍວ່າ ເປັນການແກ້ໄຂ ບັນຫາ ເພາະໄລຍະນີ້ ມັກເກີດມີສະພາບ ໝາກສາລີລົ້ນ ຕະຫລາດ ແລະ ຄວາມຕ້ອງການ ຂອງຕະຫລາດ ກໍລຸດລົງ ຊ້ຳບໍ່ພໍ ຣາຄາ ໝາກສາລີ ກໍຕົກຕ່ຳອີກດ້ວຍ.