ເອເຊັຽຄວນສະສົມເຂົ້າສານ ໄວ້ໃນສາງເພີ້ມຂື້ນ
2010.09.28
ກົດຟັງສຽງ
ເອເຊັຽຕ້ອງເພີ້ມ ຈໍານວນການເກັບ ເຂົ້າສໍາຮອງ ໄວ້ໃນສາງເຂົ້າ ໃຫ້ຫລາຍຂື້ນ ເພື່ອປະກັນ ຄວາມປອດໄພ ດ້ານຂາດແຄນ ອາຫານ ໃນພູມີພາກ ບ່ອນທີ່ 65% ຂອງ ປະຊາກອນ ຍັງຂາດແຄນ ເຂົ້າກິນ ຢູ່ນັ້ນ. ຕາມລາຍງານ ຂອງ ສັງຄົມເອເຊັຽ ທີ່ມີສູນກາງ ຢູ່ສະຫະຣັຖ ແລະ ສະຖາບັນ ຄົ້ນຄວ້າເຂົ້າ ສາກົນ irri.
ລາຍງານທີ່ເປີດເຜີຽ ຢູ່ສະຫະຣັຖ ອະເມຣິກາວ່າ ຄວາມສ່ຽງນັ້ນ ບໍ່ພຽງແຕ່ສ່ຽງ ຢ້ານຜລິດເຂົ້າ ບໍ່ໄດ້ຫລາຍ ແຕ່ຍັງມີຄວາມສ່ຽງ ໃນການຂາຍ ແລະ ການຄ້າຂາຍເຂົ້າ ອີກດ້ວຍ. ລາຍງານວ່າ ວິທີນື່ງທີ່ ຫລຸດຜ່ອນຄວາມສ່ຽງ ທີ່ວ່ານີ້ ແມ່ນຕ້ອງເພີ້ມ ຈໍານວນເຂົ້າສໍາຮອງ ໄວ້ໃນຄັງເຂົ້າ ໂດຍສະເພາະ ຢູ່ໃນພູມີພາກ ເອເຊັຽ ທີ່ຕ້ອງການໃຫ້ ຣາຄາເຂົ້າມີ ສະເຖັຽຣະພາບ. ການສະສົມເຂົ້າ ໄວ້ໃນຄັງເຂົ້າ ອາດມີຣາຄາແພງ ແຕ່ວ່າ ການແຮເຂົ້າໄວ້ ໃນຈໍານວນທີ່ ພໍພຽງແມ່ນເພື່ອ ປ້ອງກັນ ການປ່ຽນແປງ ຂອງ ຣາຄາເຂົ້າ ໃຫ້ສູງຂື້ນ ຢ່າງວ່ອງໄວ. ເວົ້າສັ້ນໆແລ້ວ ຖ້າວ່າ ຣາຄາເຂົ້າ ຖີບໂຕຂື້ນສູງ ແລ້ວຄົນທຸກຍາກ ທີ່ອາໄສ ລາຍໄດ້ $1.25 ສະຫະຣັຖ ຕໍ່ວັນ ຈະບໍ່ສາມາດ ຊື້ເຂົ້າກິນໄດ້.
ລາຍງານດັ່ງກ່າວ ຖືກເປີດເຜີຽ ຫລັງຈາກ ອົງການອາຫານ ແລະ ກະສິກັມ ເຕືອນວ່າ ການບໍ່ໃຫ້ ຄວາມສໍາຄັນຕໍ່ ພາກສ່ວນກະສິກັມ ປູກເຂົ້າໃນ 3 ທົສວັດຜ່ານມານີ້ ເຮັດໃຫ້ຣາຄາເຂົ້າ ຕົກຢູ່ໃນ ສະພາບອ່ອນໄຫວ. ລາຍງານວ່າ ຣັຖບານຕ້ອງ ລົງທືນຕື່ມອີກ 40,000 ລ້ານໂດລາ ສະຫະຣັຖ ຕໍ່ປີ ໃນການປູກເຂົ້າ ຈາກທີ່ລົງທືນ ຢູ່ໃນ ປັດຈຸບັນ ປີນື່ງ 80,000 ລ້ານໂດລາ ສະຫະຣັຖ ເພື່ອລຶບລ້າງ ຄວາມອືດຫີວ ແລະ ຄວາມທຸກຍາກ ໃນເອເຊັຽໃຫ້ໄດ້ ໃນປີ 2050.
ສະຖາບັນ ຄົ້ນຄວ້າເຂົ້າ IRRI ທີ່ມີສູນກາງ ຢູ່ປະເທດ ຟີລິບປິນ ປະເມີນວ່າ ການລົງທືນຄົ້ນຄວ້າ ວິທີປູກເຂົ້າ 120 ລ້ານໂດລາ ສະຫະຣັຖ ຕໍ່ປີ ໃນເອເຊັຽ ລະຫ່ວາງ ປີ 2010 ຫາປີ 2030 ຈະເຮັດໃຫ້ການຜລິດ ເຂົ້າເພີ້ມຂື້ນເຖິງ 8.5% ຊື່ງອາດສາມາດ ຫລຸດອັດຕຣາ ຄວາມທຸກຍາກ ໃນເອເຊັຽ ລົງເຖິງ 15%.