ລາວແລະສິງກະໂປ ໄດ້ຮັບຄໍາຊົມເຊີຍ

ສປປລາວ ແລະ ສິງກະໂປ ມີກາຣ ປັບປຸງ ດ້ານກາຣ ປາບປາມ ກາຣ ຄ້າມະນຸສ
ຫວາດ ສີມູນ
2011.06.28
F-lao-thai-bridge ລາວແລະໄທ ມີຊາຍແດນ ຕໍ່ກັນ ມີຂົວຂ້າມ ໄປມາຫາກັນ ແລະຈະສ້າງ ຂື້ນອີກ ຫລາຍແຫ່ງ ຊື່ງຈະອໍານວຍ ຄວາມສະດວກ ໃຫ້ແກ່ພວກ ທຸຈຣິດ ຫລາຍຂື້ນ ຫາກບໍ່ກວດຂັນ ຢ່າງເຂັ້ມງວດ. (ຮູປໃນວັນ ພິທີເປີດ ຂົວ ຣະຫວ່າງ ມຸກດາຫານ ສວັນນະເຂດ)
RFA

ກົດຟັງສຽງ

ສະຫະຣັຖ ອະເມຣິກາ ກ່າວຍ້ອງຍໍ ສັລເສີນ ທາງກາຣ ສປປລາວ ແລະ ສິງຄະໂປ ຢູ່ໃນ ຣາຍງານ ຂອງ ກະຊວງ ກາຣຕ່າງປະເທສ ໃນມື້ ວັນຈັນ ຜ່ານມານີ້ ຍ້ອນໄດ້ ພຍາຍາມ ຕໍ່ຕ້ານ ແລະ ປາບປາມ ຂະບວນກາຣ ຄ້າມະນຸສ ຕລອດປີ ທີ່ຜ່ານມາ, ພ້ອມດຽວກັນ ສະຫະຣັຖ ກໍຕິຕຽນ ຣັຖບາລ ຂອງ ຫລາຍປະເທສ ໃນເຂຕ ເອເຊັຽ ທີ່ວ່າ ບໍ່ສາມາດ ກວດສອບ ແລະ ປາບປາມ ຂະບວນກາຣ ຄ້າມະນຸສ ໃຫ້ໝົດສິ້ນ ໄປໄດ້ ແຕ່ຢ່າງໃດ ນັ້ນ.

ໃນຣາຍງານ ທີ່ທາງ ກະຊວງ ກາຣຕ່າງປະເທສ ດັ່ງກ່າວ ທາງກາຣ ສະຫະຣັຖ ກໍຕິຕຽນ ຣັຖບາລ ພະມ້າ ທີ່ວ່າ ຍັງສືບຕໍ່ ກາຣເກນເອົາ ເດັກນ້ອຍ ໄປເປັນ ທະຫາຣ ຢູ່ຄືເກົ່າ ແລະ ຍັງບໍ່ເອົາ ໃຈໃສ່ ໃນກາຣ ແກ້ໄຂບັນຫາ ກາຣບັງຄັບ ອອກ ແຮງງານ ແຕ່ຢ່າງໃດ. ພ້ອມດຽວກັນ ກໍວ່າ ເຈົ້າໜ້າທີ່ ເກົາຫລີເໜືອ ຍັງປະປ່ອຍ ໃຫ້ມີກາຣ ລັກລອບ ແມ່ຍິງ ຊາວເກົາຫລີ ໃຕ້ ຜ່ານຊາຍແດນ ໄປຍັງ ປະເທສຈີນ ເຊັ່ນກັນ.

ໃນຣາຍງານ ຂອງ ກະຊວງ ກາຣຕ່າງປະເທສ ສະຫະຣັຖ ດັ່ງກ່າວ ໄດ້ເປີດເຜີຽ ຜົລຂອງກາຣ ສຳຣວຈ ກ່ຽວກັບ ກາຣຄ້າມະນຸສ ໃນບໍ່ຕໍ່າ ກວ່າ 184 ປະເທສ ໃນທົ່ວໂລກ ຊຶ່ງໄດ້ເນັ້ນວ່າ ທາງກາຣ ສປປລາວ ແລະ ສິງຄະໂປ ມີກາຣເພີ່ມ ຄວາມພຍາຍາມ ເພື່ອກຳຈັດ ບັນຫາ ຂອງກາຣ ຄ້າມະນຸສ ດັ່ງກ່າວນີ້ ໃນຣະຍະ ທີ່ຜ່ານມາ.

ບັນຫາ ກາຣຄ້າມະນຸສ ຢູ່ ສປປລາວ ໃນປັຈຈຸບັນ ຖືວ່າ ລາວ ເປັນຕົ້ນທາງ ແລະ ທາງຜ່ານ ຂອງຂະບວນ ກາຣຄ້າມະນຸສ ຊຶ່ງຊາວລາວ ທັງຊາຍ-ຍິງ ແລະ ເດັກນ້ອຍ ມັກຈະຖືກ ຫລອກລວງ ໄປຫາ ເຮັດວຽກງານ ຫລືເຖິງຂັ້ນ ຖືກສົ່ງ ເຂົ້າໃນກຸ່ມ ກາຣຄ້າ ປະເວນີ ກໍມີ ຢ່າງຫລວງຫລາຍ ໃນປະເທສ ເພື່ອນບ້ານ ໂດຽສະເພາະ ປະເທສໄທຽ ແລະ ນອກຈາກນັ້ນ ສປປລາວ ກໍຍັງເປັນ ທາງຜ່ານ ຂອງພວກ ທີ່ໄດ້ຮັບ ເຄາະກັມ ຈາກພະມ້າ ແລະ ວຽຕນາມ ເພື່ອເຂົ້າໄປໄທຽ ນັ້ນ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.