ເດັກນ້ອຍຍິງລາວ ຂ້າມໄປໄທ

ຜູ້ຍີງລາວ ຍັງໄປ ຂາຍ ບໍຣິການ ທາງເພດ ໃນໄທ ຫລາຍຢູ່ ເຖີງແມ່ນວ່າ ຈະມີການ ຮຽກຮ້ອງ ໃຫ້ຢຸດ ການກະທໍາ ດັ່ງກ່າວ ກໍ່ຕາມ.
ສິດນີ
2011.06.07
F-lao-girls ເດັກນ້ອຍຍິງລາວເຮົາ ຄວນຢູ່ບ້ານ ຊ່ວຍພໍ່ແມ່ ທໍາມາຫາກິນ
RFA

ກົດຟັງສຽງ

ເຈົ້າຫນ້າທີ່ ຈາກ ຫນ່ວຍງານ ຕ້ານການ ຄ້າມະນຸດ ໃນລາວ ທ່ານນື່ງ ເວົ້າວ່າ ໃນ ປັດຈຸບັນ ເຖີງແມ່ນວ່າ ອົງການ ແລະ ຫນ່ວຍງານ ຕ່າງໆ ໃນລາວ ຈະໃຊ້ຄວາມ ພຍາຍາມ ທຸກ ວິທີທາງ ຫ້າມບໍ່ໃຫ້ ຜູ້ຍີງລາວ ໄປຂາຍ ບໍຣິການ ທາງເພດ ໃນໄທ ແຕ່ ກໍບໍ່ໄດ້ຜົລ ຍ້ອນ ຄວາມທຸກຍາກ ແລະ ການຂາດ ວຽກເຮັດ ງານທຳ ໃນລາວ. ດັ່ງທ່ານ ກ່າວວ່າ:

"ທາງຝ່າຍ ໂຄສະນາ ສະຫາພັນ ແມ່ຍີງລາວ ເພີ່ນກໍ່ ພາກັນ ໂຄສະນາ ຢູ່ຕາມ ຫມູ່ບ້ານ ຕ່າງໆ ແຕ່ວ່າ ໄດ້ຂ່າວ ເລື້ອຍໆຢູ່ ໂດຍສະເພາະ ຢູ່ຝັ່ງໄທ ຢູ່ອຸດອນ ຢຸູ່ຫນອງຄາຍ".

ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ ໄປວ່າ ສາເຫດ ຜູ້ຍີງລາວ ຍັງໄປ ຂາຍ ບໍຣິການ ທາງເພດ ໃນໄທ ຢ່າງຕໍ່ເນືjອງ ນັ້ນ ນອກຈາກ ສະພາບ ຄວາມທຸກຈົນ ໃນຄອບຄົວ ແລ້ວ ຍັງເປັນ ແຫລ່ງສ້າງ ລາຍໄດ້ ໃຫ້ພວກ ຂະເຈົ້າ ນຳອີກ ເພາະຖ້າ ມີວຽກເຮັດ ໃນລາວ ກໍ່ຈະໄດ້ ຄ່າຈ້າງຕ່ຳ ບໍ່ສະດວກ ສະບາຍ ເທົ່າກັບການ ບໍຣິການ ທາງເພດ ຜູ້ຍີງ ບາງຄົນ ຖືກຫມູ່ຄູ່ ຍົວະໄປ ແລະ ບາງຄົນ ກໍ່ສມັກໃຈ ໄປເອງ.

ລາຍງານວ່າ ໃນປັດຈຸບັນ ມີຜູ້ຍີງ ລາວ ຂ້າມໄປໄທ ເພື່ອ ບໍຣິການ ທາງເພດ ເປັນຈຳນວນ ຫລວງຫລາຍ ເພາະ ໄດ້ເງີນດີ ບາງຄົນ ໄປຢູ່ ອາທີດນື່ງ ສອງອາທີດ ກໍກັບບ້ານ ໂດຍບໍ່ມີ ໃຜຮູ້ ບາງຄົນ ກໍ່ຕົວະ ວ່າໄປ ທ່ອງທ່ຽວ ໂດຍໃຊ້ ໃບຜ່ານແດນ ຊົ່ວຄາວ. ຜູ້ຍີງ ລາວ ກຸ່ມດ່ັງກ່າວ ຍັງບໍ່ຮູ້ ເຖີງຜົລ ກະທົບ ທີ່ຈະ ເກິດຂື້ນກັບ ພວກຂະເຈົ້າ ຖ້າຂະເຈົ້າ ຕິດເຊື້ອ Hiv ຫລຶ ເອດສແລ້ວ ຈະເປັນ ຢ່າງໃດ ຫລືວ່າ ຖ້າຕົກ ເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ໃນໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.