ຊາວລາວຍັງເປັນເຫຍື່ອ ພວກຄ້າມະນຸສ
2011.01.07
ກົດຟັງສຽງ
ຍັງມີ ປະຊາຊົນລາວ ຈໍານວນຫລາຍ ທີ່ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ໃນປະເທດໄທ ຍ້ອນວ່າ ການເຮັດວຽກ ຂອງເຈົ້າໜ້າທີ່ ພາກຣັຖ ຂອງສອງປະເທດ ບໍ່ທັນມີ ປະສິດທິພາບ ດັ່ງນັ້ນ ຫນ່ວຍງານອັຍການ ທ້ອງຖິ່ນ ລາວ-ໄທ ທີ່ຕັ້ງຢູ່ໃນ ເຂດແຂວງ ທີ່ຕິດຕໍ່ກັນ ຄວນແລກປ່ຽນ ປະສົພການ ຄວາມຮູ້ ແລະຂໍ້ມູນ ການຄ້າມະນຸດ ລະຫ່ວາງກັນ. ຕາມທີ່ເຈົ້າໜ້າທີ່ ຈາກອົງການ ອັຍການ ປະຊາຊົນ ສູງສຸດ ນະຄອນຫລວງ ວຽງຈັນ ໄດ້ກ່າວ:
"ບັນຫາ ທີ່ເກີດຂື້ນ ແມ່ນມີ ພົລເມືອງ ໂດຍສະເພາະ ພົລເມືອງລາວ ໄປຖືກເປັນເຫຍື່ອ ຂອງການ ຄ້າມະນຸດ ທີ່ປະເທດໄທ ຢາກໃຫ້ ພະນັກງານ ຈໍາແນກໄດ້ ອັນໃດແມ່ນ ການຄ້າມະນຸດ ຖ້າຫາກວ່າ ເປັນເຫຍື່ອຂອງ ການຄ້າມະນຸດ ກໍຕ້ອງໃຫ້ ການຊ່ວຍເຫລືອ ຢ່າງທັນການ".
ອັຍການສານລາວ ວ່າຢາກໃຫ້ທາງ ຝ່າຍໄທນີ້ ຈໍາແນກເບິ່ງ ຄັກແນ່ກ່ຽວກັບ ການເຂົ້າເມືອງໄທ ແບບຜິດກົດໝາຍ ຂອງ ປະຊາຊົນລາວ. ຖ້າກວດ ແລະ ສືບສວນເຫັນວ່າ ບຸກຄົນທີ່ ເຂົ້າເມືອງແບບ ຜິດກົດໝາຍ ແລະ ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ແລ້ວເຂົາເຈົ້າຄວນ ໄດ້ຣັບການ ຊ່ວຍເຫລືອໃນ ທັນທີທັນໃດ ແລະ ບໍ່ຄວນດໍາເນີນ ຄະດີ ເຂົ້າເມືອງ ຜິດກົດໝາຍ ຕໍ່ເຂົາເຈົ້າ. ທ່ານວ່າ ຜ່ານມານັ້ນ ຄະດີ ການຄ້າມະນຸດ ທີ່ເກີດແກ່ ປະຊາຊົນລາວ ຢູ່ໃນ ປະເທດໄທ ຍັງບໍ່ມີ ຫລັກຖານ ທີ່ແຈ່ມແຈ້ງ ພໍທີ່ຈະເອົາຜິດ ແລະລົງໂທດ ຕໍ່ຜູ້ກະທໍາຜິດ ດັ່ງທ່ານ ໄດ້ກ່າວຕື່ມ:
"ຄວາມຄາດຫວັງ ກໍຄື ເຮັດໃຫ້ ການຮ່ວມມື ຂອງສອງປະເທດ ໃນການຕ້ານ ການຄ້າມະນຸດ ດີຂື້ນ. ມັນຕ້ອງເຮັດ ຕາມໜ້າທີ່ ຂອງໃຜຂອງມັນ ຕາມເງື່ອນໄຂ ຂອງແຕ່ລະ ປະເທດ ເຮົາຈະໃຫ້ ເຂົ້າໃຈເລິກ ແລະ ໃຫ້ຄວາມພຍາຍາມ ຊ່ວຍເຫລືອກັນ ໃນດ້ານດັ່ງກ່າວ".
ຊາວລາວ ທີ່ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ໃນປະເທດໄທ ສ່ວນຫລາຍ ບໍ່ຮູ້ຈັກວ່າຕົນ ເປັນເຫຍື່ອຂອງ ການຄ້າມະນຸດ ນັບແຕ່ມື້ ເດີນທາງ ອອກຈາກບ້ານໄປ ແລະ ຂ້າມຝັ່ງໄປໄທ ແບບບໍ່ມີ ໜັງສື ເດີນທາງ ອັນຖືກຕ້ອງ ຮູ້ແຕ່ວ່າມີ ນາຍໜ້າ ມາຕິດຕໍ່ວ່າ ຈະຫາວຽກເຮັດໃຫ້ ກໍຕົກລົງໄປ ແລະ ຈ່າຍເງິນໃຫ້ ນາຍໜ້າ ເມື່ອໄປຮອດ ປະເທດໄທແລ້ວ ມີຄົນ ນໍາໄປຂາຍຕໍ່, ເມື່ອຂາຍຕໍ່ແລ້ວ ຖືກຂູດຮີດ ແຮງງານ ບໍ່ໄດ້ຮັບເງິນ ຄ່າຈ້າງແຮງງານ ຖືກກົດຂີ່ຂົ່ມເຫັງ ຈືງຮູ້ໂຕວ່າຕົນ ຖືກຂາຍ.