ການແພ່ຂຍາຍຂອງເຊື້ອ HIV ໃນລາວ

ຜູ້ຍີງລາວ ທີ່ລັກລອບ ໄປເຮັດຽກ ຕາມສະຖານທີ່ ບັນເທີງຕ່າງໆ ໃນໄທ ເມື່ອກັບບ້ານ ຈະນໍາເອົາເຊື້ອ hiv ເມືອນຳ.
ສິດນີ
2011.04.07

ກົດຟັງສຽງ

ປັດຈຸບັນ ອັດຕຣາການຕິດເຊື້ອ hiv ຫລື ເອດສ ໃນລາວ ເພີ້ມຂື້ນຢ່າງຕໍ່ເນື່ອງ. ກໍຣະນີ ຜູ້ຕິດເຊື້ອລາຍໃຫມ່ ທີ່ພົບເຫັນຫລາຍກວ່າ ກຸ່ມອື່ນໆ ໃນເວລານີ້ກໍ່ແມ່ນ ຈຳພວກຜູ້ຍີງລາວ ທີ່ລັກລອບໄປເຮັດວຽກ ໃນສະຖານທີ່ບັນເທີງ ແລະ ຮ້ານອາຫານຕ່າງໆ ໃນໄທ ທີ່ມີການ ຄ້າປະເວນີ ແອບແຝງນຳ ເປັນກຸ່ມທີ່ຕິດເຊື້ອ hiv ຫລື ເອດສ ຫລາຍກວ່າກຸ່ມອື່ນໆ. ພວກຜູ້ຍີງໃນກຸ່ມ ດັ່ງກ່າວ ເມື່ອກັບບ້ານ ກໍ່ຈະນໍາເອົາ ເຊື້ອ hiv ໄປແພ່ຜາຍໃນລາວ. ດັ່ງເຈົ້າຫນ້າທີ່ ຈາກອົງການ ຮັກສາໂຣຄເອດສ ໃນລາວ ກ່າວກ່ຽວກັບຜູ້ຍີງ ກຸ່ມນີ້ວ່າ: ---ສຽງ---

ບັນຫາໂຣຄເອດສ ໃນລາວ ເປັນຜົລຕິດພັນ ມາຈາກກຸ່ມແຮງງານ ຕ່າງດ້າວ, ແຮງງເຄື່ອນທີ່ ແລະແຮງງານຈາກ ປະເທດເພື່ອນບ້ານ ດັ່ງຈີນແລະວຽດນາມ ເຂົ້າມາ ສປປລາວ ປາສຈາກການ ກວດກາ ບາງຄົນເປັນຜູ້ຍີງ ໂສເພນີ ທີ່ກຸ່ມຄ້າມະນຸດ ນຳເຂົ້າມາເພື່ອມາ ບໍຣິການທາງເພດ ໃນລາວ ແລະ ຜູ້ຍີງກຸ່ມນີ້ບາງຄົນ ກໍ່ມີເຊື້ອ hiv ຕິດມານຳ. ສຳລັບຜູ້ຍີງລາວ ກຸ່ມທີ່ຕິດເຊື້ອ hiv ມາຈາກໄທນັ້ນ ບາງຄົນ ກໍ່ຖືກບັງຄັບໃຫ້ ຄ້າປະເວນີ ແລະ ສ່ວນໃຫຍ່ກໍ່ ຮ່ວມເພດສຳພັນ ໂດຍບໍ່ມີການປ້ອງກັນ ເຈົ້າຫນ້າທີ່ລາວ ນາງນັ້ນ ກ່າວເພີ້ມອີກວ່າ:---ສຽງ---

ເຖິງຢ່າງໃດກໍ່ຕາມ ບັນຫາໂຣຄເອດສ ໃນລາວ ເປັນບັນຫາທີ່ຊຳເຮື້ອ ມາເປັນເວລາດົນນານແລ້ວ ທາງການລາວ ກໍ່ເອົາໃຈໃສ່ ແຕ່ຂາດງົບປະມານ ກໍ່ບໍ່ສາມາດ ເຮັດຫຍັງໄດ້ຫລາຍ ມີແຕ່ໃຫ້ການ ບຳບັດ ພວກຂະເຈົ້າດ້ວຍການ ຝືກອົບຮົມ ວິຊາຊີພໃຫມ່ໃຫ້ ເພື່ອໃຫ້ຂະເຈົ້າ ສາມາດຫາຢູ່ຫາກີນ ກຸ້ມຂະເຈົ້າເອງ.

ນອກຈາກນັ້ນ ກຸ່ມດ່ັງກ່າວ ກໍ່ມັກຈະຖືກ ສັງຄົມລັງກຽດ ຈື່ງບໍ່ຢາກເປີດເຜີຍ ວ່າຕົນຕິດເຊື້ອ HIV.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.