ສາວບໍຣິການ ວຽດນາມ ໃນ ສປປລາວ
ຜູ້ຍິງ ວຽດນາມ ທີ່ທຸກຈົນ ຕາມເຂດ ຊາຍແດນ ລາວ-ວຽດນາມ ຖືກຂະບວນ ການຄ້າມະນຸດ ຫລອກລວງ ໃຫ້ມາ ຄ້າປະເວນີ ໃນລາວ ດ້ວຍຄວາມຫວັງ ທີ່ວ່າ ຈະມີຊີວີດ ທີ່ດີ ໃນລາວ.
-
ຊິດນີ ຣາຍງານ
2008-06-09 -
-
-
ເຈົ້າຫນ້າທີ່ ກ່ຽວຂອ້ງ ທ່ານນື່ງ ເປີດເຜີຍ ວ່າ ບັນຫາ ແຮງງານ ຕ່າງດ້າວ ທີ່ຜີດກົດຫມາຍ ໃນລາວ ໂດຍສະເພາະ ຜູ້ຍີງ ຊາວວຽດນາມ ສ່ວນໃຫຍ່ ຈະຖືກຫລອກ ຈາກ ຂະບວນ ການຄ້າມະນຸດ ທີ່ວ່າ ມາເຮັດວຽກ ທີ່ລາວ ຈະມີຊີວີດ ດີຂື້ນ ແຕ່ບໍ່ຮູ້ວ່າ ເມື່ອມາ ຮອດແລ້ວ ຈະຖືກບັງຄັບ ໃຫ້ຄ້າປະເວນີ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
ພວກທີ່ມາ ຢູ່ລາວ ຈະແມ່ນ ພວກຄົນທຸກ ທີ່ຢູ່ໃນວຽດນາມ ທີ່ຖືກຫລອກ ສ່ວນໃຫຍ່ ຈະແມ່ນ ຜູ້ຍີງ ທີ່ຫລອກມາ ໃຊ້ເປັນສາວ ບໍຣີການ ຜູ້ຍີງ ຫາເງີນ ເຂົາມານຳ ເພື່ອນເຂົາ ເພື່ອນເຂົາ ຊັກຊວນມາ”
ບັນຫາ ແຮງງານ ຄົນຕ່າງຊາດ ໃນລາວ ເປັນບັນຫາ ທີ່ທາງການລາວ ແກ້ໄຂໄດ້ຍາກ
ເພາະ ຣັຖບານລາວ ຂາດນະໂຍບາຍ ແລະ ພະນັກງານ ທີ່ຈະປາມປາມ ກຸ່ມດັ່ງກ່າວ ສຳລັບ
ຜູ້ຍີງວຽດນາມ ນັ້ນ ສ່ວນໃຫຍ່ ຈະແມ່ນ ມາຈາກຄອບຄົວ ທີ່ທຸກຈົນ ຖືກຫມູ່ພວກ
ຕົວະຍົວະເຂົ້າມາ ເພື່ອຊອກຫາ ວຽກເຮັດງານທຳ ໃນລາວ ວຽກສ່ວນໃຫຍ່ ທີ່ພວກເຂົາ
ໄດ້ເຮັດ ກໍ່ຈະເປັນວຽກ ບໍຣີການ ຕາມແຫລ່ງ ທ່ອງທ່ຽວ ຕາມຫົວເມືອງ ໃຫຍ່ໆ ໃນລາວ
ຊື່ງສ່ວນຫລາຍ ຈະແມ່ນຄົນ ວຽດນາມເອງ ເປັນເຈົ້າຂອງ ວຽກບໍຣີການ ນັ້ນ ຈະມີ
ການແອບແຝງ ທາງເພດ ຮ່ວມນຳ ໂດຍການບັງຄັບ ຈາກຂະບວນ ການຄ້າມະນຸດ ຊື່ງພວກຂະເຈົ້າ
ກໍ່ບໍ່ສາມາດ ປະຕິເສດ ໄດ້.
ນາງກ່າວ ກ່ຽວກັບບັນຫາ ເປື່ອຍເຍື່ອຍ ທາງສັງຄົມ ປະເພດ ຕ່າງໆ ໃນລາວວ່າ:
“ບັນຫາ ສັງຄົມ ໃນລາວ ມັນຈະມີ ແບບວ່າ ພະຍາດ ຕີດຕໍ່ ທາງເພດສຳພັນ ແລະ ກໍ່ຂີ້ລັກ ມັກຊົກ ເຣື້ອງຢາເສບຕິດ ພວກເຮົາບໍ່ຮູ້ແນ່ ແຕ່ວ່າ ຈະມີຄວາມສ່ຽງ ເຣື້ອງກາໃຊ້ ຢາສເບຕິດ ຈະມາເຜີຍແຜ່ເຖີງຄົນລາວ.”
ເຖີງຢ່າງໃດ ກໍ່ຕາມ ສປປລາວ ນອກຈາກ ຈະເປັນປາຍທາງ ແລ້ວ ກໍ່ຍັງເປັນ ທາງຜ່ານ ສຳລັບກຸ່ມຄ້າມະນຸດ ໃນຂົງເຂດ ນຳອີກ ໂດຍສະເພາະ ກຸ່ມຜູ້ຍິງ ຈາກວຽດນາມ ຈີນ ແລະ ປະເທດໃກ້ຄຽງ ທີ່ຈະໄປຂາຍ ບໍຣີການ ທາງເພດ ໃນປະເທດທີ 3 ດັ່ງ ປະເທດໄທ ແລະ ປະເທດ ອື່ນໆ ຊື່ງຣັຖບານລາວ ກໍ່ບໍ່ມີນະໂຍບາຍ ການປາບປາມຢ່າງຈີງຈັງ ໃນການແກ້ໄຂ ບັນຫາດັ່ງກ່າວ.