ຕ້ານການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ

ສປປລາວ ສນັບສນູນ ໂຄງການ ຕ້ານການໃຊ້ ກຳລັງຮຸນແຮງ ຕໍ່ແມ່ຍິງ ແລະ ສົ່ງເສີມ ສິດທິແມ່ຍິງ.

ເມື່ອວັນທີ່ 31 ​ເດືອນຕຸລາ ທີ່ຫາກໍຜ່ານມາ ສະຫະພັນ ແມ່ຍິງ ວຽດນາມໄດ້ເລິ້ມ ການໂຄສະນາຫາ ສຽງສນັບສນູນ ໂຄງການ ຕ້ານການໃຊ້ກຳລັງ ຮຸນແຮງ ຕໍ່ແມ່ຍິງ ຊຶ່ງເປັນໂຄງການ ຂອງສະຫະປະຊາຊາດເພື່ອສົ່ງເສີມ ສິດທິ ຂອງແມ່ຍິງ ໃນທົ່ວໂລກ.

ໃນໂຄງການດັ່ງກ່າວ ອົງການ ສະຫະ ປະຊາຊາດ ໄດ້​​ເປີດແວບ​​ໄຊທ໌ ​ທາງອິນເຕີແນັດ ຮຽກຮ້ອງປະຊາຊົນ ໃນທຸກປະເທດ ເຊັນຊື່ ສນັບສນູນ ການໂຄສະນາ ຕ້ານການໃຊ້ ກຳລັງຮຸນແຮງ ຕໍ່ຜູ້ຍິງດັ່ງກ່າວແລະ ຖ້າມີຄົນ ເຊັນຊື່ ສນັບສນູນ ເຖິງນຶ່ງລ້ານຄົນທາງການສະປະຊາຊາດ ຈຶ່ງຈະຮ່າງຂໍ້ເນີຂື້ນມາໄດ້ເພື່ອກົດດັນ ໃຫ້ຣັຖບານ ຂອງທຸກປະເທດ ປະຕິບັດ ຕາມນະໂຍບາຍ ຕ້ານການໃຊ້ ກຳລັງຮຸນແຮງຕໍ່ແມ່ຍິງນັ້ນ.

ສະນັ້ນ ເມື່ອສັປດາ ທີ່ຜ່ານມາເອກອັກຄະຣາຊທູດ ສປປລາວ ປະຈຳວຽດນາມ ກໍໄດ້ເຊັນຊື່ ສນັບສນູນໂຄງການ ດັ່ງກ່າວ. ​ເອກອັກຄະຣາຊທູດ ປະເທດຟີລິບປິ່ນ ການາດາ ສະເປ່ນ ແລະ ໄອແລ່ນ ກໍເຊັ່ນສນັບສນຸນເຊັ່ນກັນ.

ລາວ ເປັນປະເທດນຶ່ງ ທີ່ມີການຂົ່ມເຫັງ ແລະໃຊ້ກຳລັງຮຸນແຮງຕໍ່ແມ່ຍິງ​. ​ເມື່ອບໍ່ດົນຜ່ານມາ ສະພາແຫ່ງຊາດລາວ ກໍໄດ້ອອກກົດໝາຍປົກປ້ອງສິດທິ ຂອງແມ່ຍິງ ແລະ ເດັກນ້ອຍແລ້ວ; ​ແຕ່ບັນຫາມີຢູ່ວ່າ ໃນປະເທດລາວ ການປະຕິບັດ ຕາມກົດໝາຍ ຍັງບໍ່ມີ ປະສິດທິພາບເທື່ອ ໝາຍຄວາມວ່າ ສິດທິຂອງແມ່ຍິງ ຍັງຈະບໍ່ຖືກ ປົກປ້ອງດີ ເທົ່າທີ່ຄວນເຊັ່ນ ຖ້າຜູ້ເປັນຜົວຕີທຳຮ້າຍ ຮ່າງກາຍເມັຍເຈົ້າໜ້າທີ່ ກໍອາດຈະບໍ່ຈັບກຸມ ແລະ ລົງໂທດ ຢ່າງເຂັ້ມງວດເທື່ອ.

ອີງຕາມ ສະຖິຕິ ຂອງສະຫະປະຊາຊາດ ຜູ້ຍິງ ຢູ່ໃນທົ່ວໂລກ ເຖິງນຶ່ງສ່ວນສາມຕ້ອງຖືກທຳຮ້າຍຮ່າງກາຍ ຢ່າງນ້ອຍ ນຶ່ງເທື່ອ ໃນຊີວິດ; ຢູ່ວຽດນາມ ແມ່ຍິງເຖິງ 70 ສ່ວນຮ້ອຍ ຖືກທຳຮ້າຍທາງດ້ານຮ່າງກາຍ ຫລື ຈິດໃຈ. ສ່ວນຢູ່ລາວນັ້ນ ຍັງບໍ່ມີສະຖິຕິ ກ່ຽວກັບ ​​ເຣື່ອງນີ້ ເປີດເຜີຍເທື່ອ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org