ຊາວຄຣິສຕຽນ ຫລາຍສິບຄົນ ຖືກຈັບ ຢູ່ພາຄໃຕ້ ສປປລາວ
ທາງກາຣ ສປປລາວ ໄດ້ດຳເນີນກາຣປາບປາມ ຊາວຄຣິສຕຽນລາວ ມາຢ່າງຕໍ່ເນື່ອງ ແລະວ່າ ແຕ່ເດືອນກໍຣະກະດາ ມາຮອດ ຕົ້ນເດືອນສິງຫານີ້ ມີຜູ້ຖືກຈັບຄຸມຂັງ ທັງໝົດ ບໍ່ຕໍ່າກວ່າ 90 ຄົນ, ອີງຕາມ ໜັງສືພີມ BosNewsLife ສະບັບ ວັນທີ່ 10 ສິງຫານີ້.
-
ຫວາດ ສີມູນ ຣາຍງານ
2008-08-11 -
-
-
ທາງໜັງສືພີມ ໂດຽກາຣອ້າງອີງ ຂອງອົງກາຣ ປົກປ້ອງ ດ້ານກາຣເຊື່ອຖື ສາສນາ ທີ່ວ່າ: ໃນມື້ວັນທີ່ 25 ກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ ທາງກາຣ ໄປຈັບຊາວເອົາ ຊາຍຄຣິສຕຽນ ຢູ່ເມືອງຕະໂອຍ ແຂວງສາຣະວັນ 17 ຄອບຄົວ ໃນຈຳນວນ ຊາວຄຣິສຕຽນ ທັງໝົດ 20 ຄອບຄົວ ຊື່ງຮວມທັງ ແມ່ຍິງ ແລະເດັກນ້ອຍ ເປັນປະມານ 80 ຄົນ ໄປຄຸມຕົວໄວ້ ຢູ່ໂຮງຮຽນ ແຫ່ງໜື່ງ ເປັນເວລາ 3 ມື້ ເພື່ອບັງຄັບໃຫ້ເຂົາເຈົ້າ ເຊັນເອກສາຣ ເປັນກາຣຍອມປະລະ ກາຣເຊື່ອຖື ສາສນາ ຄຣິສຕຽນ ເຊັ່ນດຽວກັບ 3 ຄອບຄົວທີ່ຍອມ ປະຕິບັຕ ໄປກ່ອນແລ້ວນັ້ນ.
ພ້ອມດຽວກັນນີ້ ທາງໜັງສືພີມ ດັ່ງກ່າວ ກໍວ່າ: ໃນມື້ວັນອາທິດ ທີ່ 3 ສິງຫານີ້ ເຈົ້າໜ້າທີ່ ລາວ ກໍຈັບທ່ານສົມພົງ, ຊື່ງເປັນຜູ້ນຳ ຂອງໂບຊ ແລະ ຊາວຄຣິສຕຽນຄົນ ອື່ນໆ ອີກ 3 ຄົນ ຢູ່ບ້ານບູຄຳ ແຂວງສວັນນະເຂຕ ໄປຂັງໄວ້ ຮວມກັບ ຈຳພວກ ທີ່ຖືກຈັບຫລາຍຄົນ ໃນເມື່ອກ່ອນຢູ່ ຄຸກຄຸມຂັງ ທີ່ດົງເຫັນ ຈົນເທົ່າ ປັຈຈຸບັນ ກໍບໍ່ທັນຮູ້ ເປັນທີ່ແນ່ນອນວ່າ ຖືກປ່ອຍແລ້ວ ຫລືຍັງ.
ນອກຈາກເຂຕ 2 ແຂວງ ດັ່ງກ່າວນີ້ ແລ້ວທາງໜັງສືພີມ ຍັງມີກາຣຢືນຢັນ ວ່າ: ຊາວຄຣິສຕຽນມົ້ງຄອບຄົວໜື່ງ ໃນເຂຕແຂວງຫລວງພຣະບາງ ກໍຖືກຈັບຄຸມຂັງ ເຊັ່ນກັນ ໃນວັນທີ່ 27 ກໍຣະກະດາ ຜ່ານມາ ແລະ ກໍຍັງບໍ່ທັນຮູ້ ເຖີງສາເຫຕຕົ້ນຕໍເລີຽ ຈົນເທົ່າປັຈຈຸບັນນີ້.