ຊາວມົ້ງ ກຸ່ມ ຍິນດີ ກັບຄືນ ບ້ານເກີດ ເມືອງນອນ, ສປປລາວ
ຊາວມົ້ງລາວ ທີ່ ສມັກໃຈ ກັບຄືນ ໄປ ລາວ ສະແດງ ຄວາມດີໃຈ ທີ່ ໄດ້ ກັບຄືນ ບ້ານເກີດ ເມືອງນອນ ແລະ ຍອມຮັບ ວ່າ ຖືກ ຫລອກລວງ ວ່າ ຈະໄດ້ ໄປ ປະເທດທີ 3.
-
ສົມເນ ຣາຍງານ
2008-06-02 -
-
-
Your browser doesn’t support HTML5 audio
ຊາວລາວ ເຜົ້າມົ້ງ ຢູ່ ບ້ານ ຫ້ວຍນໍ້າຂາວ ແຂວງ ເພັດສະບູນ ຂອງ ໄທ ກຸ່ມ ລ້າສຸດ ທີ່ ຈໍານວນ 56 ຄົນ ທີ່ ສະມັກໃຈ ກັບຄືນ ເມືອລາວ ເມື່ອ ວັນທີ່ 30 ພືດສະພາ ນີ້ ກ່າວວ່າ: ພວກຕົນ ມີ ຄວາມດີໃຈ ທີ່ ຈະ ໄດ້ມີ ໂອກາດ ເລີ້ມຕົ້ນ ຊີວິດ ໃໝ່ ອີກ ຫລັງຈາກ ໄດ້ ສູນເສັຽ ເວລາ ໄປຢູ່ ໃນ ສູນກັກຂັງ ໃນ ປະເທດ ໄທ ທີ່ ມີ ສະພາບ ຊີວິດ ການເປັນ ຢູ່ ຢ່າງ ຕໍ່າຕ້ອຍ ກ່ວາ ໃນ ສະໄໝ ຢູ່ ເມືອງ ລາວ. ທ້າວ ເຊັ່ງເບິດ ທໍ່ເບີຊີ້, ອາຍຸ 24 ປີ, 1 ໃນ ຈໍານວນ ຊາວມົ້ງ ທີ່ ສະມັກໃຈ ກັບຄືນ ລາວ ເທື່ອນີ້ ເປີດເຜີຽ ຄວາມຮູ້ສືກ ຂອງ ຕົນ ກັບ ວິທຍຸເອເຊັຽເສຣີ ວ່າ:
“ຕົກລົງ ດີໃຈ ກັບບ້ານ ເມືອງລາວ ດີກ່ວາ ເພາະມາ ນີ້ ກໍ ຫລົງເຊື່ອ ຜູ້ອື່ນ. ໄປ ຢູ່ ບ້ານ ຫ້ວຍນໍ້າຂາວ ນັ້ນ, ບໍ່ມີ ອາຊີບ ແລະ ຢາກ ກັບຄືນ ເມືອງລາວ. ໄປ ເຮັດໄຮ່ ເຮັດນາ ດີກ່ວາ ເພາະວ່າ ພໍ່ແມ່ ພີ່ນ້ອງ ກໍ ຢູ່ເມືອງລາວ.”
ທ້າວ ເຊັ່ງເບິດ ໄດ້ ເລົ່າ ຊີວິດ ການເປັນມາ ຂອງ ລາວ ຕໍ່ໄປ ວ່າ: ລາວ ໄດ້ ເດີນທາງ ມາ ເມືອງໄທ ພ້ອມ ລູກ ແລະ ເມັຽ ຍ້ອນ ການໂຄສະນາ ຊວນເຊື່ອ ຂອງ ຄົນບໍ່ດີ ແບບດຽວກັນ ກັບ ຄົນ ອື່ນໆ ເມື່ອ ເກືອບ 2 ປີ ຜ່ານມາ ນີ້. ລາວ ວ່າ ກ່ອນ ຈະອອກ ຈາກ ເມືອງ ລາວ ໄປ, ລາວ ຕ້ອງ ໄດ້ຂາຍ ຊັບສົມບັດ ເກົ່າແກ່ ທີ່ ຕົກທອດ ມາ ແຕ່ ພໍ່ແມ່ ເພື່ອ ແລກປ່ຽນ ເປັນເງິນ 10,000 ບາດ ສໍາລັບ ໃຊ້ຈ່າຍ ໃນ ການລັກລອບ ເອົາ ຄອບຄົວ ມາ ເມືອງໄທ.
ທ້າວ ເຊັ່ງເບິດ ກ່າວ ຕື່ມ ວ່າ: ເມື່ອ ລາວເອງ ແລະ ຄອບຄົວ ຖືກ ສົ່ງຕົວ ກັບຄືນ ບ້ານເກີດ ທີ່ ເມືອງ ຄູນ ແຂວງ ຊຽງຂວາງ ແລ້ວ, ລາວ ຕັ້ງໃຈ ວ່າ ຈະ ພາ ຄອບຄົວ ເຮັດໄຮ່ ເຮັດນາ ແລະ ລ້ຽງສັດ ຮ່ວມກັບ ຍາດພີ່ນ້ອງ ທີ່ ໄດ້ ພາກ ຈາກກັນ ຄື ເກົ່າ. ຢູ່ ບ້ານ ກໍ ມີ ຊີວິດ ຢູ່ ຢ່າງ ອິດສະຣະ ເສຣີ, ດີ ກ່ວາ ຕ້ອງ ທົນຢູ່ ໃນ ສູນ ບ້ານ ຫ້ວຍນໍ້າຂາວ ທີ່ ມີ ຊີວິດ ການເປັນຢູ່ ທີ່ ຖືກ ຈໍາກັດ, ແລະ ຫັວງວ່າ ທາງການ ລາວ ຈະ ໃຫ້ ການຊ່ວຍເຫລືອ ເບິ່ງແຍງ ດີ ພໍສົມຄວນ.
ນອກຈາກນີ້ ແລ້ວ, ຍັງມີ ທ້າວ ຈົງຕົວ ແຊ່ຮື້, ອາຍຸ 40 ປີ, ບ້ານ ເດີມ ຢູ່ ເມືອງ ນໍ້າບາກ ແຂວງ ຫລວງພະບາງ, ຊຶ່ງ ເປັນ 1 ໃນ ຈໍານວນ ທີ່ ຕັດສີນໃຈ ພາ ຄອບຄົວ ກັບຄືນ ເມືອ ເມືອງລາວ ໃນ ຊຸດ ດຽວ ກັນນີ້, ໄດ້ ກ່າວເພີ້ມຕື່ມ ວ່າ:
“ຕອນທີ່ ຂ້ອຍ ໜີ ອອກຈາກ ປະເທດ ລາວ ເພື່ອ ໄປ ປະເທດ ໄທ ນັ້ນ, ຂ້ອຍ ກໍ ໝັ້ນໃຈ ວ່າ ຈະ ໄດ້ໄປ ປະເທດ ທີ 3. ຕອນນີ້ ກໍ ບໍ່ມີທາງ ເລີຽ ວ່າ ຈະໄດ້ໄປ ປະເທດ ທີ່ 3 ແລ້ວ. ຂ້ອຍ ກໍ ຕັດສີນໃຈ ເອົາ ຄອບຄົວ ກັບຄືນ ໄປ ປະເທດ ລາວ, ໄປ ຕັ້ງ ຊີວິດ ໃໝ່.”
ເປັນອັນວ່າ ຈໍານວນ ຊາວລາວ ເຜົ້າມົ້ງ ທີ່ ຖືກ ສົ່ງກັບຄືນ ປະເທດ ດ້ວຍ ຄວາມສະໝັກໃຈ ທັງ 5 ຊຸດ ນີ້, ມີ ທັງໝົດ 326 ຄົນ ແລ້ວ. ທາງການ ລາວ ວ່າ: ພ້ອມແລ້ວ ທີ່ ຈະ ໃຫ້ ພາກສ່ວນ ອື່ນໆ ເຂົ້າໄປ ກວດສອບ ເບິ່ງ ສະພາບ ຊີວິດ ການເປັນຢູ່ ຂອງ ເຂົາເຈົ້າ ແລະ ພ້ອມແລ້ວ ທີ່ ຈະຮັບເອົາ ຊາວລາວ ເຜົ້າມົ້ງ ຢູ່ ໃນ ສູນ ບ້ານ ຫ້ວຍນໍ້າຂາວ ກັບຄືນ ປະເທດ ໃຫ້ ໝົດ.
ຄຳສັບ ຊອກຫາຂໍ້ມູນ: ອົບພຍົບ refugee ຊາວມົ້ງລາວ hmong