ຄະດີວາງແຜນໂຄ່ນລົ້ມ ຣັຖບານສປປລາວ
2010.05.24
ກົດໝາຍວ່າດ້ວຍ ຄວາມເປັນກາງຂອງ ສະຫະຣັຖ ບົ່ງໄວ້ວ່າ ພວກຕ້ອງຫາ ຕ້ອງລະເມີດ ກົດໝາຍດັ່ງກ່າວ ໃນສະຫະຣັຖ ຈຶ່ງຈະຖືກຟ້ອງສານ ຢູ່ສະຫະຣັຖ. ທະນາຍຄວາມໄດ້ ກ່າວກັບສານທີ່ ເມືອງ Sacremento ຣັຖຄາລີຟໍເນັຍ ເມື່ອສັປດາທີ່ ຜ່ານມາວ່າ ເຈົ້າໜ້າທີ່ ຣັຖບານກາງ ສະຫະຣັຖ ປອມຕົວຈະຂາຍ ອາວຸດ ໃຫ້ແກ່ພວກຕ້ອງຫາ 12 ຄົນນັ້ນ ຢູ່ໃນເຂດຊາຍແດນ ຣະຫວ່າງ ລາວແລະໄທພຸ້ນ ບໍ່ໄດ້ຢູ່ໃນ ສະຫະຣັຖ. ສະນັ້ນ ຣັຖບານກາງ ສະຫະຣັຖ ຈຶ່ງບໍ່ສາມາດຟ້ອງ ພວກຕ້ອງ ຫາໄດ້.
ທະນາຍຄວາມຂອງ ພວກຕ້ອງຫາ ອະທິບາຍວ່າ ພວກຕ້ອງຫາຕິດຕໍ່ ຊື້ອາວຸດກັບ ເຈົ້າໜ້າທີ່ ຣັຖບານທີ່ປອມຕົວ ເປັນຜູ້ຂາຍອາວຸດ ນັ້ນ ເພື່ອນຳໄປສົ່ງ ໃຫ້ແກ່ຊາວ ລາວເຜົ່າມົ້ງ ທີ່ເຄື່ອນໄຫວຕໍ່ສູ້ ກັບກຳລັງຣັຖບານ ສປປລາວ. ຕາມກົດໝາຍວ່າດ້ວຍ ຄວາມເປັນກາງຂອງ ສະຫະຣັຖແລ້ວ ກຳລັງທີ່ຈະໄດ້ ຮັບອາວຸດນັ້ນ ຕ້ອງເປັນ ກຳລັງທີ່ເຄື່ອນໄຫວ ຢູ່ໃນ ສະຫະຣັຖເອງ. ສະນັ້ນ ທະນາຍຄວາມ ຂອງພວກຕ້ອງຫາ ຈຶ່ງເວົ້າວ່າ ຄຳຕູ່ຫາໃນ ຄະດີນີ້ ຈຶ່ງບໍ່ຖືກຕ້ອງ ກັບກົດໝາຍຂອງ ສະຫະຣັຖ.
ທະນາຍຄວາມສເນີ ຕໍ່ສານອີກວ່າ ຣັຖບານກາງ ສະຫະຣັຖຕູ່ຫາ ພວກຕ້ອງຫາຢ່າງ ບໍ່ຖືກ ຕ້ອງຕາມກົດໝາຍ ອີກຢ່າງນຶ່ງ ຄື ຄຳຕູ່ຫານຶ່ງ ບົ່ງໄວ້ວ່າ ພວກຕ້ອງຫາໄດ້ ຕິດຕໍ່ຊື້ຣະເບີດ ເພື່ອນຳໄປໂຄ່ນລົ້ມ ຣັຖບານສປປລາວ; ແຕ່ໃນສະພາບ ຄວາມເປັນຈິງແລ້ວ ພວກຕ້ອງຫາຕິດຕໍ່ ຊື້ພຽງແຕ່ປືນ AK-47 ເທົ່ານັ້ນ ບໍ່ໄດ້ຕິດຕໍ່ ຊື້ຣະເບີດຕາມ ຄຳຕູ່ແຕ່ຢ່າງໃດ. ບໍ່ເທົ່ານັ້ນ ພວກທະນາຍຄວາມ ຍັງຕໍ່ວ່າກັບສານ ຕື່ມວ່າ ເຈົ້າໜ້າທີ່ຣັຖບານ ຕູ່ຫາພວກຕ້ອງຫາ ໂດຍອີງຕາມຄຳເວົ້າ ແລະ ຄຳສົນທະນາ ກັນເທົ່ານັ້ນ ບໍ່ມີຫລັກຖານ ພິຍານແນວອື່ນໆ ຕື່ມເລີຍ.
ຍ້ອນດັ່ງນັ້ນ ທະນາຍຄວາມຂອງ ພວກຕ້ອງຫາຈຶ່ງ ສເນີໃຫ້ສານ ຍົກເລີກຄຳຕູ່ຫາ ແລະໃຫ້ປ່ອຍຕົວ ພວກຕ້ອງຫາໃຫ້ ເປັນອິສຣະ. ແຕ່ຝ່າຍໂຈດຈະ ຕອບໂຕ້ແລະ ສເນີພິຍານ ຫລັກຖານ ຕື່ມໃນວັນທີ່ 20 ເດືອນກັນຍາ ປີນີ້.
ພວກຕ້ອງຫາ 12 ຄົນ ຖືກຕູ່ຫາຄະດີ ວາງແຜນໂຄ່ນລົ້ມ ຣັຖບານ ຄອມມຸຍນິສລາວ ຊຶ່ງຝ່າຍໂຈດຖືວ່າ ເປັນຜູ້ລະເມີດ ກົດໝາຍ ວ່າດ້ວຍຄວາມ ເປັນກາງຂອງ ສະຫະຣັຖ. ພວກຕ້ອງຫາເຫລົ່ານີ້ ເປັນຊາວລາວເຜົ່າມົ້ງ ທີ່ອາສັຍຢູ່ ສະຫະຣັຖ 11 ຄົນ ແລະຄົນທີ່ 12 ແມ່ນອາດີດນາຍ ທະຫານ ຂອງສະຫະຣັຖ. ກ່ອນນີ້ ສານ ຣັຖບານກາງ ສະຫະຣັຖ ປະກາດຍົກເລີກ ຄຳຕູ່ຫາຕໍ່ ນາຍພົນ ວັງປາວ ທີ່ຖືກຕໍ່ຫາ ໃນຄະດີດຽວກັນ.