ອຸດົມໄຊ ເຝົ້າລະວັງ ໄຂ້ຫວັດນົກ

ແຂວງອຸດົມໄຊ ກຽມພ້ອມ ຄອຍລະວັງ ໂຣກໄຂ້ຫວັດ ສັດປີກ ຫລັງຈາກຮູ້ວ່າ ແຂວງຫລວງພຣະບາງ ມີການລະບາດແລ້ວ.

ແຂວງອຸດົມໄຊ ເປັນແຂວງ ທີ່ຢູ່ຕິດກັບ ແຂວງຫລວງພຣະບາງແລະ ຍັງເປັນເສັ້ນທາງຜ່ານໄປຫາແຂວງອື່ນໆໃນພາກເໜືອ ຊຶ່ງຈະເປັນການຍາກ ໃນການລະວັງຄວບຄຸມໂຣກໄຂ້ຫວັດສັດປີກເພາະວ່າມີການຂົນຍ້າຍ ສັດລະຫວ່າງແຂວງຕໍ່ແຂວງ ຢູ່ຕລອດເວລາ.

ຫ້ອງການ ແນກລ້ຽງສັດ ຈຶ່ງໄດ້ຫັນມາ ເອົາໃຈໃສ່ ເປັນພິເສດ. ດັ່ງເຈົ້າໜ້າທີ່ ​ທີ່ກ່ຽວຂ້ອງ ອະທິບາຍວ່າ:

ລະບຽບການ ຂອງພວກເຮົາ ຖ້າມີ ກໍຣະນີ ມັນເກີດ ກໍຕ້ອງເຂັ້ມງວດ ທີ່ສຸດ ຕ້ອງໄດ້ຕັ້ງ ຈຸດດ່ານ ຢ່າງເຂັ້ມງວດ ຫ້າມບໍ່ໃຫ້ເອົາເຂົ້າມາ.”

ການຄອຍລະວັງ ໂຣກໄຂ້ຫວັດນົກເປັນນະໂຍບາຍຫລັກ ຂອງຣັຖບານລາວ ທີ່ຕ້ອງການໃຫ້ ປະຊາຊົນຮ່ວມມື ຊ່ອຍເປັນຫູເປັນຕາ ຄອຍສັງເກດ ພຶດຕິກັມຂອງສັດປີກ ທັງເປັດ​, ນົກ, ​ໄກ່ແລະ ອື່ນໆ ວມທັງ ທີ່ລ້ຽງໄວ້ເປັນອາຫານແລະ ລ້ຽງໄວ້ ພາຍໃນບ້ານເຮືອນເພາະເມື່ອ ອາກາດປ່ຽນແປສັດເລົ່ານີ້ ກໍອາດຈະປ່ວຍ ເປັນໄຂ້ຫວັດນົກໄດ້ ຊຶ່ງເປັນ ອັນຕະລາຍ ຕໍ່ບໍລິເວນໂດຍຮອບເພາະເຊື້ອໄຂ້ຫວັດນົກ ຈະຜ່ລະບາດ ຢ່າງວ່ອງໄວ.

ໃນປັດຈຸບັນນີ້ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເກັບກໍາຂໍ້ມູນໂຕຢ່າງຂອງສັດປີກໃນແຂວງ ອຸດົມໄຊໄປກວດກາແລະພົບວ່າແຂວງອຸດົມໄຊ ກໍຢູ່ໃນເຂດສ່ຽງເຊັ່ນດຽວກັນ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ອະທິບາຍຕື່ມວ່າ:

ເຮົາກໍເຂັ້ມງວດທີ່ສຸດເພາະວ່າ ຖ້າມີການລັກລອບເຮົາກໍເກັບ Sample ຕົວຢ່າງຂອງສັດປີກ ພາຍໃນຕລາດ ຫລືວ່າ ລະດັບຄອບຄົວເພາະຜູ້ລ້ຽງ ມີຈໍານວນຫລາຍເຮົາກໍ ສຸມເກັບທຸກເດືອນ

ໂດຍສະເພາະ ຢ່າງຍິ່ງໃນເວລານີ້ ແຂວງຫລວງພຣະບາງ ມີການກວດກາ ພົບແລະ ຢືນຢັນ​​ ແລ້ວວ່າ ບ້ານນໍ້າບາກເກີດການລະບາດ ຂອງໂຣກໄຂ້ຫວັດສັດປີກແທ້ແລະ ມີເປັດຈໍານວນນຶ່ງໄດ້ຕາຍຍ້ອນພະຍາດດັ່ງກ່າວ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org