ແມ່ລູກອ່ອນຢູ່ລາວ ຄວນໃຫ້ນົມຝຸ່ນແກ່ລູກນ້ອຍ
2010.09.06
ນັກຄົ້ນຄວ້າ ເປີດເຜີຍຜົນ ຂອງການສຳຣວດ ນັ້ນເມື່ອສັປດາ ທີ່ແລ້ວວ່າ ແມ່ລູກອ່ອນ ຢູ່ລາວ ສ່ວນຫລາຍກວ່າ 93 ສ່ວນຮ້ອຍ ໃຫ້ລູກນ້ອຍ ທີ່ມີອາຍຸແຕ່ 1 ມື້ເຖິງ 23 ເດືອນ ກິນນົມຕົນເອງ ພຽງແຕ່ 6 ສ່ວນຮ້ອຍ ເທົ່ານັ້ນ ທີ່ໃຫ້ລູກ ກິນນົມຝຸ່ນ.
ນັກຄົ້ນຄວ້າ ຍັງຄົ້ນພົບວ່າ ເດັກນ້ອຍ ຟີລິບປິນ ອິນໂດນີເຊັຍ ແລະວຽດນາມ ກິນນົມແມ່ ເຄິ່ງນຶ່ງ ແລະ ນົມຝຸ່ນເຄິ່ງນຶ່ງ. ຜົນຂອງການ ສຶກສາສຳຣວດ ອີກຢ່າງນຶ່ງ ທີ່ໜ້າສົນໃຈ ແມ່ລູກອ່ອນ ທັງໝົດເກົ້າ ປະເທດ ໃນເອເຊັຍ ຕາວັນອອກ ແລະ ເອເຊັຍຕາວັນ ອອກສ່ຽງໃຕ້ ນັ້ນ ບໍ່ມັກໃຫ້ ລູກນ້ອຍກິນນົມ ເປັນເວລາ ມີແຕ່ຄິດວ່າ ລູກຫິວຍາມໃດ ກໍໃຫ້ກິນ ນົມໂລດ.
Dr. M. J. Debley ນັກຊ່ຽວຊານ ປະຈຳ ມະຫາວິທຍາໄລ ສິດນີ ແລະ ກໍເປັນຜູ້ຂຽນ ບົດຣາຍງານ ຜົນຂອງການ ສຶກສາສຳຣວດ ນັ້ນ ກ່າວວ່າ ແມ່ລູກອ່ອນໃນ ທຸກປະເທດ ໃນຂົງເຂດ ຄວນໃຫ້ລູກ ກິນນົມເປັນ ເວລາ ແລະ Dr. Debley ສລຸບວ່າ ໃນປະເທດທີ່ ເດັກນ້ອຍ ຍັງກິນນົມ ແມ່ຫລາຍ ເຊັ່ນໃນລາວ ເກົາຫລີເໜືອ ແລະ ຕີມໍ ຕາວັນອອກ ແມ່ລູກອ່ອນ ຄວນໃຫ້ລູກ ກິນນົມຝຸ່ນ ຫລາຍຂື້ນ; ສ່ວນປະເທດເຊັ່ນ ຟີລິບປິ່ນ ແລະ ວຽດນາມ ແມ່ຄວນໃຫ້ ລູກນ້ອຍ ກິນນົມແມ່ ໃຫ້ຫລາຍຂື້ນ ເພາະນົມແມ່ ເປັນອາຫານ ທີ່ດີທີ່ສຸດ ສຳຣັບເດັກນ້ອຍ ໂດຍສະເພາະ ເດັກນ້ອຍທີ່ມີ ອາຍຸແຕ່ນຶ່ງມື້ ຂື້ນໄປຈົນເຖິງ 23 ເດືອນ. ອົງການ ສະຫະປະຊາຊາດ ຣາຍງານວ່າ ລາວ ເປັນປະເທດນຶ່ງ ໃນເອເຊັຍ ທີ່ຍັງມີອັດຕຣາ ການເສັຍຊີວິດ ຂອງເດັກນ້ອຍສູງ ຄືສູງເຖິງ 70 ຄົນ ຕໍ່ນຶ່ງແສນຄົນ. ປັດຈຸບັນ ຣັຖບານລາວ ກຳລັງພຍາຍາມ ຫລຸດອັດຕຣາ ດັ່ງກ່າວລົງ ເພື່ອໃຫ້ໄດ້ ຕາມເປົ້າໝາຍ ສະຫະສະວັດໃໝ່ ຂອງສະຫະ ປະຊາຊາດ.