ນໍ້າກິນນໍ້າໃຊ້ ບໍ່ສະອາດ ຂາດມາຕຖານ

ນໍ້າກິນ ນໍ້າໃຊ້ ຈາກແຫລ່ງ ທັມມະຊາດ ແລະຈາກ ໂຮງງານຜລິດ ໃນລາວ ບາງແຫ່ງ ບໍ່ໄດ້ ມາຕຖານ.
ສິດນີ
2010.09.15

ຈາກການສຳຣວດ ໂຮງງານຜລິດ ນ້ຳດື່ມ 79 ແຫ່ງ ໃນຈຳນວນ 153 ແຫ່ງ ທີ່ນະຄອນ ຫລວງວຽງຈັນ ຂອງອົງການ ອາຫານ ແລະຢາ ກະຊວງ ສາທາຣະນະສຸຂ ພົບວ່າ ມີ 27 ແຫ່ງບໍ່ໄດ້ ມາຕຖານ ສໍາລັບ ໃຊ້ແລະດື່ມ. ນັບແຕ່ເດືອນ ເມສາ ເຖິງເດືອນ ສິງຫາ ຜ່ານມາ ເຈົ້າຫນ້າທີ່ ອາຫານ ແລະຢາ ໄດ້ອອກກວດກາ ເອົາ ມາຕຖານ ການຜລີດນ້ຳດື່ມ ໃນຈຳນວນ 79 ແຫ່ງ ທີ່ນະຄອນຫລວງ ວຽງຈັນ ພົບວ່າ ມີໂຮງງານ ທີ່ໄດ້ມາຕຖານ ພຽງແຕ່ 52 ແຫ່ງອີກ 25 ແຫ່ງ ບໍ່ໄດ້ ມາຕຖານ ຕ້ອງມີການ ປັບປຸງ ແລະອີກ 2 ແຫ່ງ ຖືກສັ່ງໃຫ້ ຢຸດກິຈການ ຍ້ອນຂາດມາຕຖານ ຢ່າງຮຸ່ນແຮງ.

ກົມອາຫານ ແລະຢາ ກ່າວວ່າ ໃນຈຳນວນ ໂຮງງານທີ່ບໍ່ໄດ້ ມາຕຖານ 27 ແຫ່ງນັ້ນແມ່ນ ມາຈາກກຸ່ມ ຜູ້ຜລິດ ທີ່ບໍ່ ປະຕິບັດ ຕາມກົດຣະບຽບ ຂອງທາງການ ແລະ ຂາດຄວາມ ເອົາໃຈໃສ່ ໃນການ ບຳຣຸງຮັກສາ ມີຄວາມຮູ້ ກ່ຽວກັບ ການຜລິດນ້ຳດື່ມ ບໍ່ກວ້າງຂວາງ ນອກຈາກນັ້ນ ການຕັ້ງໂຮງງານ ໃນເບື້ອງຕົ້ນ ກໍ່ບໍ່ຜ່ານ ການກວດກາ ທາງດ້ານເທກນິກ ວິຊາການ ຈາກຫນ່ວຍງານ ທີ່ກ່ຽວຂ້ອງ.

ໃນເວລາ ດຽວກັນ ຫນ່ວຍງານດ້ານ ສີ່ງແວດລ້ອມ ແລະຈັດຫາ ນ້ຳສອາດ ກະຊວງ ສາທາຣະນະສຸຂ ອີກຂແນງນື່ງ ກໍ່ແຈ້ງມາວ່າ ການຊົມໃຊ້ນ້ຳ ຈາກແຫລ່ງນ້ຳ ທັມມະຊາດໃນຫລາຍເຂດ ໃນລາວ ຍັງມີຄວາມສ່ຽງ ຕໍ່ສຸຂພາບ ປະຊາຊົນ ຫລາຍຢູ່ ເນື່ອງຈາກວ່າ ຫນ່ວຍງານດັ່ງກ່າວ ໄດ້ກວດພົບ ທາດສານພິດ ປົນເຈືອ ຢູ່ໃນນ້ຳ ໃນບາງເຂດ ເປັນຈຳນວນ ຫລວງຫລາຍ. ດຣ ບຸນຖະຫນອມ ພິມມະສອນ ຜູ້ຮັບຜິດຊອບ ກວດກາດ້ານ ສີ່ງແວດລ້ອມ ແລະ ຈັດຫາ ນ້ຳສະອາດ ທີ່ສູນ ອະນາໄມ ແລະ ສີ່ງແວດລ້ອມ ເວົ້າວ່າ ສ່ວນໃຫຍ່ແມ່ນ ສາຍນ້ຳຫ້ວຍ ທີ່ມີຄວາມ ປົ້ນເປື້ອນ ຈາກແຮ່ທາດ ແລະ ສານເຄມີ ຫລາຍຊນີດ ເຊັ່ນຢູ່ ແຂວງ ໄຊຍະບຸຣີ ບໍຣີຄຳໄຊ ວຽງຈັນ ສວັນນະເຂດ ສາຣະວັນ ແລະ ຈຳປາສັກ ມີທາດເຫລັກ ປົນຢູ່ໃນນ້ຳ. ທີ່ເມືອງ ປາກກະດິງ ແຂວງ ບໍຣິຄຳໄຊ ມີສານຫນູປົນ ຢູ່ໃນນ້ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.