ເຫດຈາກ ຣະເບີດ ທີ່ເຫລືອຈາກ ສົງຄາມ

ສປປລາວ ຍັງຖືວ່າ ເປັນປະເທດ ທີ່ມີຄົນໄດ້ ຮັບບາດເຈັບຈາກ ເຫດຣະເບີດທີ່ ບໍ່ທັນແຕກສູງຢູ່ ຊື່ງໃນແຕ່ລະປີ ໂດຍສເຣັ່ຽ ຍັງມີຄົນໄດ້ ຮັບບາດເຈັບ ໃນທົ່ວປະເທດເຖີງ 300 ກໍຣະນີ.
ສິດນີ
2009.04.03
F-Boys ເດັກນ້ອຍທີ່ໄຮ້ດຽງສາໃນຊົນນະບົດ ຊື່ງສ່ຽງອັນຕລາຍຕໍ່ຣະເບີດ ທີ່ຕົກຄ້າງຍັງບໍ່ແຕກ
Photo: RFA

ຈາກການເປີດເຜີຍ ຂອງອົງການ COPE ຫລືອົງການ ບຳບັດ ຄົນພິການ ພົບວ່າປັດຈຸບັນ ໃນ ສປປລາວ ຍັງມີຄົນໄດ້ ຮັບບາດເຈັບຍ້ອນ ເຫດຣະເບີດທີ່ ບໍ່ທັນແຕກ ແຕກໃສ່ ໂດຍສເຣັ່ຽ ປີລະ 300 ຄົນ ກຸ່ມທີ່ສ່ຽງຫລາຍ ກວ່າຫມູ່ 50 ສ່ວນຮ້ອຍ ແມ່ນເດັກນ້ອຍ ເພາະຄວາມຮູ້ເທົ້າ ບໍ່ເຖີງການ ແລະສ່ວນໃຫຍ່ກໍ່ ຈະເປັນເດັກໃນ ເຂດຊົນນະບົດ ອອກໄປຫາຢູ່ ຫາກີນໃນແຕ່ ລະມື້ດັ່ງນາງ ໂຈ ເປໃຣຣາ ພນັກງານ ອົງການ COPE ກ່າວກ່ຽວກັບ ເຮື້ອງນີ້ ໃນຕອນນື່ງວ່າ:

ນາງວ່າ: ຖ້າຈະເວົ້າ ກ່ຽວກັບຜູ້ທີ່ ໄດ້ຮັບເຄາະຮ້າຍ ພວກເຮົາຄາດວ່າ ມີຢູ່ປະມານ 300 ກໍຣະນີ ຕໍ່ປີ ໄດ້ຮັບບາດເຈັບ ດ້ວຍລູກຣະເບີດ ປະເພດຕ່າງໆຍັງມີຫລາຍ ຄົນທີ່ເສັຽຊີວີດ ແລະໄດ້ຮັບບາດ ເຈັບໃນເຂດ ຊົນນະບົດ ແລະກໍ່ເປັນ ບັນຫາທີ່ເປັນຫວ່ງ ສຳລັບພວກເຮົາ ໃນເວລານີ້.

ປັດຈຸບັນ ອົງການ COPE ໄດ້ຮ່ວມງານກັບ ກະຊວງ ສາທາຣະນະສຸກ ສປປລາວ ສຳຣວດກ່ຽວກັບ ຄວາມຕ້ອງການຂອງ ບຸກຄົນຜູ້ທີ່ ໄດ້ຣັບເຄາະຮ້າຍ ເພື່ອທີ່ຈະໃຫ້ ການຊ່ອຍເຫລືອ ປີ່ນປົວ ແລະບຳບັດ ສ້າງອາຊີບໃຫມ່ ໃຫ້ພວກຂະເຈົ້າ ຮ່ວມກັບຫ້ອງການ ອົງຄະທຽມ ເພື່ອໃຫ້ຂະເຈົ້າ ສາມາດລ້ຽງຊີບ ຕົນເອງໄດ້ຈາກ ເຫດການ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.