3 ມະຫາອຳນາດ ຍັງ ບໍ່ລົງນາມ ຫ້າມ ຜລິດ ແລະ ໃຊ້ ຣະເບີດ ບ່ອມບີ່

ສປປລາວ ຮຽກຮ້ອງ ໃຫ້ ທຸກປະເທດ ລົງນາມ ໃນ ສົນທິ ສັນຍາ ຫ້າມໃຊ້ ແລະ ຫ້າມຜລິດ ຣະເບີດບ່ອມບີ່.

ຜູ້ຕາງໜ້າ ຂອງ ຮ້ອຍ ກວ່າ ປະເທດ ໃນ ໂລກ ປະຊຸມກັນ ຢູ່ ນະຄອນຫລວງ Dublin, ປະເທດ Ireland ເປັນ ເວລາ ກວ່າ ສິບ ມື້ ແລ້ວ. ໃນໂອກາດນີ້, ເຈົ້າໜ້າທີ່ ຣັຖບານ ລາວ, ກຳພູຊາ, ວຽດນາມ, ແລະ ປະເທດ ອື່ນໆ ໄດ້ ຮຽກຮ້ອງ ໃຫ້ ທຸກປະເທດ ໃນ ກອງປະຊຸມ ແລະ ໃນ ທົ່ວໂລກ ພ້ອມກັນ ລົງນາມ ໃນ ສົນທິ ສັນຍາ ຫ້າມໃຊ້ ແລະ ຫ້າມຜລິດ ຣະເບີດ ບ່ອມບີ່. ຜົນ ປະກົດ ວ່າ ເມື່ອ ວັນພຸດ ທີ່ ຜ່ານມາ 111 ປະເທດ ໄດ້ ຕົກລົງ ຈະ ສນັບສນູນ ສົນທິ ສັນຍາ ດັ່ງກ່າວ; ແຕ່ ພິທີ ລົງນາມ ຢ່າງ ເປັນທາງການ ຈະ ຈັດຂື້ນ ໃນ ວັນສຸກ ຈະມາ ເຖິງ ນີ້ ທີ່ ປະເທດ Ireland. ເຖິງ ຢ່າງ ໃດ ກໍຕາມ, ເຈົ້າໜ້າທີ່ ອົງການ ແລະ ຣັຖບານ ຂອງ ຫລາຍໆ ປະເທດ ທີ່ ສນັບ ສນູນ ການ ຫ້າມໃຊ້ແລະ ຜລິດ ຣະເບີດ ຊະນິດ ນີ້ ຍັງ ບໍ່ພໍໃຈ ເພາະ ປະເທດ ໃຫຍ່ໆ ເຊັ່ນ: ສະຫະຣັຖອະເມຣິກາ, ຣັດເຊັຍ ແລະ ຈີນ ຍັງ ບໍ່ຍອມ ສນັບສນູບ ສົນທິ ສັນຍາ ສະບັບ ນີ້ ເທື່ອ.

ທ່ານ John Dingley, ເຈົ້າໜ້າທີ່ ໂຄງການ ພັທນາ ສະຫະ ປະຊາຊາດ ແລະ ກໍ ເປັນ ທີ່ປຶກສາ ໃຫ້ແກ່ ອົງການ ເກັບກູ້ ຣະເບີດ ແຫ່ງຊາດ ລາວ ໄດ້ ຣາຍງານ ວ່າ: ສປປລາວ ເປັນ ປະເທດ ທີ່ ຖືກຖິ້ມຣະເບີດ ໃສ່ ຫລາຍ ທີ່ສຸດ ໃນໂລກ. ໃນນັ້ນ ເປັນ ຣະເບີ ດບ່ອມບີ່ ເຖິງ 277,000,000 ໜ່ວຍ. ຈົນ ເຖິງ ປັດຈຸບັນ 84,000,000 ໜ່ວຍ ຍັງ ບໍ່ແຕກເທື່ອ. ໃນ ແຕ່ລະປີ ຊາວລາວ ເສັຍ ຊີວິດ ຍ້ອນ ຣະເບີດ ບ່ອມບີ່ ຫລາຍ ສິບ ຄົນ; ໃນ ຣະຍະ 4 ເດືອນ ທຳອິດ ຂອງ ປີ ນີ້, ມີ ຄົນ ເສັຍຊີວິດ ໄປແລ້ວ 15 ຄົນ, ໃນນັ້ນ 9 ຄົນ ເປັນ ເດັກນ້ອຍ. ປັດຈຸບັນ ປະເທດ ລາວ ຍັງມີ ພື້ນທີ່ ທີ່ ເຕັມໄປດ້ວຍ ຣະເບີດ ທີ່ ຍັງ ບໍ່ແຕກ ເຖິງ 87,000 Km2 ແລະ ຈະ ໃຊ້ ເວລາ ຢ່າງໜ້ອຍ 100 ປີ ຈຶ່ງ ຈະສາມາດ ເກັບກູ້ ຣະເບີດ ອອກໝົດ ໄດ້.
ຄຳສັບ ຊອກຫາຂໍ້ມູນ: ຣະເບີດດ້ານ clusterbomb

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org