ແຜ່ນດິນໄຫວ ຢູ່ຈີນ ສະເທືອນຮອດ ເມືອງລາວ,

ແຮງຄວາມ ສັ່ນສະເທືອນ ປະມານ 10 ວິນາທີ ຮອດເມືອງ ຫຼວງນ້ຳທາ.

ແຜ່ນດິນໄຫວ ໃນ ປະເທດຈີນ ມີ ຄວາມສະເທືອນ ຮອດ ພາກເໜືອ ຂອງລາວ, ແຕ່ ບໍ່ໄດ້ ຮັບການເສັຍຫາຍ ຫຍັງເລີຍ.

ເວລາ ປະມານ 2:00 ໂມງແລງ ຕາມເວລາ ທ້ອງຖິ່ນ, ປາກົດວ່າ ໄດ້ເກີດມີແຜ່ນດິນໄຫວ ໃນແຂວງ ເຊຊວນ, ປະເທດຈີນ ແທກຄວາມແຮງ ໄດ້ 7.8 ເຄື່ຶງວັດແທກ ຣິກເຕີ. ຕຶກສູງ ຫຼາຍແຫ່ງ ເກີດ ສັ່ນສະເທືອນ. ຄວາມສະເທືອນ ໄປໄກ ທົ່ວ ເອເຊັຍ ຕາເວັນອອກ ສ່ຽງໄຕ້ ຮອດທາງເໜືອ ຂອງລາວ; ແຕ່ບໍ່ມີ ລາຍງານ ວ່າ ເກີດການເສັຍຫາຍ ແຕ່ຢ່າງໃດ.

ປະຊາຊົນ ຕາມໝູ່ບ້ານ ເມືອງ ຫຼວງນ້ຳທາ ໄດ້ກ່າວວ່າ ມີ ຄວາມຮູ້ສຶກ ເຖິງ ການ ສັ່ນສະເທືອນ ດັ່ງທີ່ ທ້າວ ແດງ ເພັດສະວ່າງ, ປະຊາຊົນ ຈາກ ຫຼວງນ້ຳທາ ເວົ້າວ່າ:

”ກ່ຽວກັບ ຄວາມແຮງ ສັ່ນສະເທືອນ ມານີ້, ຄືຊິບໍ່ສູງ, ຄື ເມືອງ ຫຼວງນ້ຳທາ ຄືມີຄວາມຮູ້ສຶກ ແຕ່ ບໍ່ຮຸນແຮງ ປານໃດ, ຄື 5 ຫາ 10 ວິນາທີ ນີ້ແຫຼະ”

ສ່ວນ ທາງແຂວງ ພາກເໜືອ ອື່ນໆ ເຊັ່ນ ແຂວງບໍ່ແກ້ວ, ນັກຂ່າວ ກໍໄດ້ ສອບຖາມກັບ ທາງການແຂວງ; ແຕ່ບໍ່ປາກົດວ່າ ໄດ້ຮັບ ແຮງສັ່ນສະເທືອນ ຈາກ ແຜ່ນດິນໄຫວ. ເຈົ້າໜ້າທີ່ ຈາກ ແຂວງ ພາກເໜືອ ກໍໄດ້ ສອບສວນ ເຖິງ ການເສັຍຫາຍ ຕາມໝູ່ບ້ານ ຕ່າງໆ; ແຕ່ບໍ່ມີ ລາຍງານວ່າ ເກີດ ການເສັຍຫາຍ ແຕ່ຢ່າງໃດ, ດັ່ງທີ່ເຈົ້າໜ້າທີ່ ຜູ້ນຶ່ງ ເວົ້າວ່າ:

”ຜົນກະທົບ ກໍແນ່ນອນ, ມີແຕ່ ເຮັດໃຫ້ ຂວັນເສັຍ ແລະ ກຳລັງໃຈ ປະຊາຊົນ ແຕກຕື່ນ ພຽງເລັກນ້ອຍ ຍ້ອນ ຄວາມສັ່ນ ສະເທືອນ ຊົ່ວລະຍະນຶ່ງ ເທົ່ານັ້ນ. ຖືວ່າ ເທື່ອນີ້ ຈະບໍ່ມີ ຜົນກະທົບ ຫຍັງ ຮຸນແຮງ ຕໍ່ຊັບສິນ ຫຼືວ່າ ປະຊາຊົນ, ເນ໊າະ.”

ການສຳຣວດ ທາງວິທະຍາສາດ ສະຫະຣັດ ແຈ້ງວ່າ ແຜ່ນດິນໄຫວ ຄັ້ງນີ້ ເກີດຂື້ນ ເມື່ອ ເວລາ 2:23 ຕອນແລງ ຕາມເວລາ ທ້ອງຖິ່ນ, ມີຈຸດສູນກາງ ຢູ່ ຮ່າງຈາກ ຄູນມິງ ເມືອງຫຼວງ ຂອງເຊຊວນ ບໍ່ຮອດ 100 Km.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org