ລາວ ແລະ ໄທ ທົດລອງແລ່ນຣົຖໄຟ

ທາງຣົຖໄຟສາຍປະຫວັດສາດ ໜອງຄາຍ-ທ່ານາແລ້ງ ພ້ອມທີ່ ຈະເປີດໃຊ້ໄດ້ທຸກເມື່ອ ແລະ ຄາດວ່າ ຈະເປີດໃຊ້ ໃນກາງເດືອນມິຖຸນານີ້.

ທ່ານ ຖະວີນ ສາມນະຄອນ, ຮອງຜູ້ວ່າການ ຣົຖໄຟ ແຫ່ງປະເທດໄທ ເປີດເຜີຽ ຕໍ່ສື່ມວນຊົນ ທ້ອງຖີ່ນ ວ່າ ຫລັງຈາກ ຮ່ວມກັບ ທ່ານ ຈະເດັດ ມຸສິກະວົງ, ເຈົ້າແຂວງ ແຂວງໜອງຄາຍ ພ້ອມດ້ວຍ ນາຍຊ່າງເທກນິກ ການຣົຖໄຟ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ນຳເອົາຣົຖ ກວດການ EM.80 ຫລື ຫົວຈັກຣົຖໄຟເດີນທາງ ແລ່ນອອກ ຈາກສະຖານີ ຣົຖໄຟ ໜອງຄາຍ ໄປຍັງສະຖານີ ຣົຖໄຟ ທ່ານາແລ້ງ ຂອງ ສປປລາວ ເພື່ອກວດ ສອງສະພາບ ຣາງຣົຖໄຟ ສາຍດັ່ງກ່າວ ພົບວ່າ ສ່ວນນື່ງ ຈະຕ້ອງແລ່ນຢູ່ເທີງຂົວມິຕພາບ ໄທ-ລາວ ແລະ ຕ້ອງໃຊ້ເຈົ້າໜ້າທີ່ ປິດກັ້ນ ການແລ່ນ ຣົຖໄວ້ ຊົ່ວຣະຍະ ຂະນະທີ່ ຣົຖໄຟແລ່ນ.

ຈາກການສຳຣວດ ພົບວ່າ ສະພາບ ການວາງຣາງຣົຖໄຟ ເປັນໄປ ດ້ວຍຄວາມຮຽບຮ້ອຍ ທຸກປະການ ຈື່ງຄາດວ່າ ຈະປະກອບ ພິທີເປີດໃຊ້ ຢ່າງເປັນທາງການ ໄດ້ພາຍໃນກາງເດືອນ ມີຖຸນາ ນີ້.

ຢ່າງໃດກໍຕາມ, ໃນຣະຫວ່າງ ການກວດສະພາບ ດັ່ງກ່າວ ຊາວລາວ ສອງຝາກທາງຣົຖໄຟ ໄດ້ໃຫ້ຄວາມສົນໃຈ ຢ່າງຫລວງຫລາຍ ເນື່ອງຈາກ ພາຍໃນປະເທດລາວ ຍັງບໍ່ມີການຄົມມະນາຄົມ ທາງຣົຖໄຟ ຈື່ງເທົ່າກັບວ່າ ເປັນຣົຖໄຟ ສາຍທຳອິດ ໃນປະຫວັດສາດ ຂອງຊາວລາວ ກໍວ່າໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org