ສິລປິນລາວ ຈະໄປສະແດງ ຄອນເສີຣດທ໌ ທີ່ບາງກອກ ປະເທດໄທ ທ້າຍສັປດານີ້

ສິລປິນ ຈາກຄ້າຍເພງ ອິນດີ ຣີຄອຣດທ໌ ຈະໄປສະແດງ ໃນຣາຍການ 7 ສີ ຄອນເສີຣດທ໌, ທີ່ບາງກອກ ປະເທດໄທ ໃນວັນເສົາ ທີ 16 ພຶສພາ, ເວລາ 12 ໂມງຕອນທ່ຽງ ທີ່ສູນກາງນຄ້າເຊັນທຣັນ ພະຣາມ 2.
ຈະເຣີນສຸກ ຣາຍງານ…
2009.05.12

ການສະແດງຄັ້ງນີ້ ຂອງສິລປິນລາວ ຖືກວ່າ ເປັນຄັ້ງຍິ່ງໃຫຍ່ ເພາະມີສິລປິນ ຫລາຍໆວົງ ເຂົ້າຮ່ວມສະແດງ ດັ່ງ ອາທິສັກ ຣັຕນະວົງ, ສິລປິນ ນັກຮ້ອງ ວົງແຊວລ໌ ເລົ່າສູ່ຟັງ ວ່າ: 

“ເພື່ອສລອງຄົບຮອບ 5 ປີ ຂອງອິນດີ, ຊຶ່ງສິລປິນ ກໍມີ ແຊວລ໌, ໂມເດິນແດນສ໌, ໄອໂດລ ສິລປິນ ບອຍແບນ ໜ້າໃໝ່ ແລະ ກໍມີ ແອວລ ໂອ ຈີ, ຊຶ່ງດຽວນີ້ ກໍາລັງໄດ້ຮັບຄວາມນິຍົມ ໃນປະເທດໄທ.”

ອິນດີ ຣີຄອດ ຊຶ່ງເປັນຄ້າຍເພງລາວ ທີ່ໄດ້ເຊັນສັນຍາ ກັບຄ້າຍເພງ ຂອງໄທ ເພື່ອສົ່ງເສີມ ແລະ ຈໍາໜ່າຍ ເພງລາວ ໃນປະເທດໄທ ເມື່ອ 2-3 ປິຜ່ານມາ. ພ້ອມດຽວກັນນັ້ນ, ຫລາຍໆສິລປິນ ຈາກຄ້າຍເພງ ດັ່ງກ່າວ, ໂດຍສະເພາະ, ວົງແຊວລ໌ ກໍໄດ້ໄປສະແດງ ຄອນເສີຣດທ໌ ໃນປະເທດໄທ ເປັນປະຈໍາ, ນອກຈາກນັ້ນ, ຜົນງານເພງ ຂອງສິລປິນ ຄ້າຍເພງ ອິນດີ ຣີຄອຣອທ໌ ຍັງຖືກເປີດອອກ ທາງວິທຍຸ ຂອງໄທ ຫລາຍໆສະຖານນີ, ຊຶ່ງເຮັດໃຫ້ ສື່ສຽງ ຂອງສິລປິນລາວ ເປັນທີ່ນິຍົມ ໃນປະເທດໄທ ມາແລ້ວ. ອະທິສັກ ຣັຕນະວົງ ກ່າວມ້ວນທ້າຍ ວ່າ:

“ຢາກເຊື້ອເຊີນ ໃຫ້ຊາວລາວ, ທັງລາວແທ້, ລາວ ຊອດໄທ ກະໄດ້ ນໍ໋ ຫລືວ່າ ລາວອິສານ ຊາວຕາເວັນອອກສຽງເໜືອ ທີ່ຟັງພາສາລາວ ເຂົ້າໃຈ, ມ່ວນກັບພາສາລາວ, ລະກະນິຍົມ ແລະ ມັກໃນເພງຂອງພວກເຮົາ ລະກະມາຮ່ວມມ່ວນຊື່ນນໍາກັນ.”

ຣາຍການ ເຈັດສີ ຄອນເສີຣດທ໌ ຂອງໄທ, ຖ່າຍທອດ ອອກທາງໂທຣະທັດ ທຸກໆວັນເສົາ ເວລາວ 12:00 ຕອນທ່ຽງ ຫາບ່າຍໂມງ, ຜ່ານມາ ກໍເຄີຍມີ ສິລປິນລາວ ຫລາຍຄົນມາອອກຣາຍການ ເປັນຕົ້ນແມ່ນ ອາເລັກແຊນດຣາ ບຸນຊ່ວຍ ແລະ ວົງຊັບຟາຍເອີ. ສໍາລັບ ວັນເສົານີ້ ຖືວ່າ ເປັນຄັ້ງຫຍິ່ງໃຫຍ່ ທີ່ສຸດ ເພາະມີສິລປິນ ຫລາຍວົງ ມາສະແດງຮ່ວມກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.