8 ສະຕຣີ ໃຈກ້າ ກູ້ລະເບີດດ້ານ ຄ້າງສົງຄາມ

ເຖິງຈະຖືພາ ໃກ້ເດືອນຄອງ ກໍຕາມ, ນາງ ແພງ ສຸວັນທອງ ຍັງຕັດສີນໃຈ ສ່ຽງກັບອັນຕຣາຍ ເພື່ອສ້າງຄວາມປອດໄພ ໃຫ້ພີ່ນ້ອງຮ່ວມຊາດ.

ທີ​ມ​ເກັບ​ກູ້​ລູກຣະ​ເບີດ, ທີ່​ບໍ່​ທັນ​ແຕກ ຫລື UXO, ຊຶ່ງ​ເປັນ​ຜູ້​ຍີ​ງລາວທັງ​ຫມົດ 8 ຄົນ ​ໄດ້ທຳການ​ເກັບ​ກູ້ຣະ​ເບີດ ຢ່າງ​ມີ​ປະສິດທິ​ຜົລ​ ແລະ ​ເອົາ​ຈິງ​ເອົາ​ຈັງ ​ໃນ​ພາຣະກິດ ທີ່​ມີ​ຄວາມ​ສ່ຽງ ​ແລະ​ກັນດານ ​​ແຕ່​ລະ​ວັນ. ແຂວງ​ຊຽງ​ຂວາງ ​ເປັນ​ແຫ​ລ່ງ ທີ່​ມີ​ການ​ຖີ້ມຣະ​ເບີດ​ຫລາຍ​ທີ່​ສຸດ​ແຫ່ງ​ນື່ງ​ໃນ​ລາວ ​​ປາງ​ສົງຄາມ.

ນາງ ​ແພງ ສຸວັນ​ທອງ, ອາຍຸ 25 ປີ ຜູ້​ທີ່​ເປັນຫວົຫນ້າ​ທີ​ມ, ຖືພາ 8 ​ເດືອນ, ​ໄດ້​ຢືນ​ ທ້າ​ມກາງ​ແສງ​ແດດ ​ແລະ ​ລົມ​ແຮງ ຢ່າ​ງຫ້ຽວຫານ ​ໃນ​ການ​​ໃຫ້​ຄຳແນະນຳ   ເພື່ອນຮ່ວມ​ງານ​ ທີ່​ເປັນ​ຜູ້​ຍີ​ງ ດ້ວຍ​ກັນ ​ໃນ​ການ​ແກ້​ະ      ຫົວຣະ​ເບີດ ​ອອກ​ຈາກ​ລູກຣະ​ເບີດ ທີ່ໜ່ວຍ​ງານ ​ຂອງ ນາງຄົ້ນພົບ. ຖ້າ​ຜິດພາດ, ​ຫມົດ​ທຸກ​ຄົນ​ໃນ​ທີ​ມ ​ກໍ່ອາດ​ຈະ​​ເສັຽຊີ​ວີ​ດ. ນາງ​ແພງ ​ເປັນຫົວໜ້າ​ທີມ ແລະ ​ເປັນ​ພນັກ​ງານ ​ເກັບ​ກູ້ຣະ​ເບີດ​ຈາກ ອົງການ​ແນະ​ນຳ​ການ​ເກັບ​ກູ້  ຣະ​ເບີດ ​ຫລື Mine Advisory group ຈາກ ປະ​ເທດ​ອັງ​ກີດ ​ທີ່​ມາ​ທຳການ​ ​ເກັບ​ກູ່   ຣະ​ເບີດ​ທີ່​ບໍ່​ທັນ​ແຕກ ​ໃນ​ລາວ, ໂດຍສ​ເພາະ ​ຢູ່ແຂວງ​ຊຽງ​ຂວາງ.

ນາງ​ ແພງ ກ່າວ​ຕໍ່​ນັກ​ຂ່າວ Reuters, ໃນ​ເຂດ​ເກັບ​ກູ້ຣະ​ເບີດ ​ເມືອງຫນອງ​ແຮດ, ທາງ​ພາກ​ເຫນືອ ​ແຂວງ​ຊຽງ​ຂວາງ, ກ່ຽວ​ກັບ ​ວຽກ​ງານ​ຂອງ​ນາງ​ວ່າ ນາງ ​ມີຫນ້າ​ທີ່​ປົກ​ປ້ອງ ຊິ​ວີ​ດ​ເພື່ອນຮ່ວມ​ງານ ​ຂອງ​ນາງ, ​ໃນ​ເວລາ​ດຽວ​ກັນ ກໍ່​ເປັນ​ການ​ຊ່ອຍຊາວ​ກຳ​ສິກ​ອນ​ ແລະປະຊາຊົນ​ແຂວງ​ຊຽງ​ຂວາງ ຈາກລູກຣະ​ເບີດ​ ເລົ່າ​ນີ້, ຊາວ​ກະ​ສີກ​ອນ ກໍ່​ຈະ​ມີ​ພື້ນ​ທີ່​ທຳ​ມາ​ຫາ​ກີ​ນ.

ໃນ​ຂນະ​ທີ່​ນາງ​ກ່າວ ​ຕໍ່ນັກ​ຂ່າວ​ຢູ່​ນັ້ນ ​ເພື່ອນຮ່ວມ​ງານ​ຂອງ​ນາງ ຊຶ່ງ​ເປັນ​ຜູ້​ຍີ​ງ ດ້ວຍ​ກັນສອງ​ຄົນ ທີ່​ກຳລັງ​ທຳ​ງານ​ເກັບ​ກູ້​ຢູ່ ກໍ່​ເລີຍ​ພົບ​ລູກຣະ​ເບີດ​ອີກ​ລູກນື່ງ ທີ່​ຍັງ​ບໍ່​ທັນ​ແຕກ ຈື່ງ​ຮອ້ງມາ ຜ່ານ megaphone ວ່າ ​ໃຫ້​ນາງ​ອອກ​ຈາກ​ທີ່​ນັ້ນ ​ແລະ ​ປະກາດ​ໃຫ້​ຊາວນາ ​ໃນເຂດນັ້ນ ອອກ​ຈາກ ສຖານ​ທີ່​ທັນທີ. ນາງກ່າວ​ວ່າ ສິ່ງ​ເລົ່ານີ້ ​ເກີດ​ຂື້ນ​ຢູ່ຕຣອດ ​ໃນ​ການ​ປະຕິບັດ​ ຂອງ​ທີ​ມງານ​ຂອງ​ນາງ; ​ແຕ່​ຕອ້ງມີ​ການ​ຕຽມ​ຕົວ ​ຢູ່​ທຸກຣະຍະ, ບໍ່​ຮູ້​ວ່າ ຈະ​ມີ​ຫຍັງ​ເກີດ​ຂື້ນ​ມາ​ອີກ, ​ເພາະ​ລູກຣະ​ເບີດ ທີ່​ເອີ້ນ​ກັນ​ວ່າ ບອມບີ້ ນັ້ນ ​ໄດ້​ກະ​ຈ່າຍ​ໄປ​ທົ່ວ​ ​ແຂວງ​ຊຽງຂວາງ ແລະ ພື້ນ​ທີ່ 15 ​ໃນ ​ຈຳນວນ 18 ​ແຂວງ​ຂອງ​ລາວ ປົກ​ຫຸ້ມ​ໄປ​ດ້ວຍ​    ລູກຣະ​ເບີດ ​ທີ່​ບໍ່ທັນ​ແຕກ ຊຶ່ງ​ແມ່ນ ​ສະຫະຣັຖ ໄດ້ຖີ້ມໃນ ​ປາງສົງຄາມ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org