ພະຍຸ ເມຂລາ ທໍາລາຍບ້ານເຮືອນ ຫລາຍຫລັງ

ຄະນະ ສິລປະ ແລະ ວັນນະຄະດີ ຊາວຈີນ ບໍ່ສາມາດ ເດີນທາງ ໄປແສດງ ໃນປະເທດໄທຽໄດ້ ຕາມກຳໜົດ ເນື່ອງຈາກ ລົມພາຍຸ “ເມຂລາ” ພັດເຂົ້າ ຖລົ່ມ ພາຄເໜືອ ຂອງລາວ.

ລົມພາຍຸ​ ​ໃຕ້ຝຸ່ນ “ເມ​ຂລາ” ທີ່ພັດເຂົ້າ ຖລົ່ມ​ ເຂຕພາຄກາງວຽຕນາມໄດ້ສ້າງຄວາມເສັຽຫາຍຢ່າງຫລວງຫລາຍ ​​​ແລະ ເຮັດໃຫ້ ມີຜູ້ເສັຽຊີວີໄປຕື່ມບໍ່ຕໍ່າກວ່າ 9 ຄົນນັ້ນກໍໄດ້ພັດເຂົ້າ ຖລົ່ມ ​ເຂຕພາຄເໜືອຂອງລາວເຊັ່ນກັນ ໃນຕອນແລງ ຂອງມື້ວັນອັງຄາຣນີ້ໂດຽສະເພາະ ຢູ່ເມືອງຫ້ວຍຊາຍແຂວງບໍ່ແກ້ວ ທີ່ມີ​​ເຮືອນຫລາຍຫລັງ ຊື່ມຸງດ້ວຍສັງກະສີ ແລະ ດິນກະເບື້ອງ ກໍຖືກລົມພັດ ເພພັງໄປ.

ໃນຂະນະດຽວກັນນັ້ນ ທາງແຫລ່ງຂ່າວທ້ອງ ຖີ່ນກໍແຈ້ງວ່າ: ບວນຣົຖ ຂອງຄະນະສິລປະ-ວັນນະຄະດີຈາກແຂວງຢູນນານຂອງຈີນຈຳນວນ 50 ຄັນ ທີ່ເດີນທາງຜ່ານ ສປປລາວເພື່ອຂ້າມໄປ ແສດງ ທີ່ປະເທດໄທຽ ກໍບໍ່ສາມາດ ຂ້າມ​​ແມ່ນ້ຳຂອງໄປໄດ້ ຕາມກຳໜົດ ຍ້ອນລົມພາຍຸ ເມຂລາ ດັ່ງກ່າວກຳລັງພັດຜ່ານຊື່ງຢູ່ໃນຣະຫວ່າງ​​ ເຮືອບັຄ ກຳລັງ ຈະຂ້າມນ້ຳຂ ອງໄປຍັງເມືອງຊຽງຂອງ ຈື່ງຕ້ອງໄດ້ ຣໍຖ້າເປັນກາຣຊັກຊ້າ ໄປຊົ່ວຣະຍະໜື່ງ.

ພ້ອມດຽວກັນນັ້ນ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ຝ່າຍໄທຽ ທີ່ທຳກາຣ ກະຕຣຽມ ຈັດ​​ເອ້ສະຖານທີ່ເພື່ອກາຣຕ້ອນຮັບ ຄະນະສິລະປະ-ວັນນະຄະດີ ຈາກຈີນ ດັ່ງກ່າວກໍຕ້ອງໄດ້ເຣັ່ງຈັດແຈງ ສະຖານທີ່ ຄືນໃໝ່ພາຍຫລັງທີ່ຖືກລົມພາຍຸພັດເພພັງ ໄປກ່ອນໜ້ານັ້ນ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org